Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 39:18 - ພຣະຄຳພີສັກສິ

18 ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ປອດໄພ ແລະ​ເຈົ້າ​ກໍ​ຈະ​ບໍ່​ຖືກ​ຂ້າ. ເຈົ້າ​ຈະ​ປົບໜີ​ເອົາ​ຊີວິດ​ລອດ ເພາະ​ເຈົ້າ​ໄວ້ວາງໃຈ​ໃນ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.”’

Uka jalj uñjjattʼäta Copia luraña




ເຢເຣມີຢາ 39:18
19 Jak'a apnaqawi uñst'ayäwi  

ພວກເຂົາ​ໄວ້ວາງໃຈ​ໃນ​ພຣະເຈົ້າ ແລະ​ພາວັນນາ​ອະທິຖານ​ຂໍ​ພຣະອົງ​ຊ່ວຍເຫລືອ ແລະ​ພຣະເຈົ້າ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ; ພຣະອົງ​ໃຫ້​ພວກເຂົາ​ເອົາ​ຊະນະ​ພວກຮັກກິດ​ແລະ​ພັນທະມິດ.


ເມື່ອ​ມີ​ຄວາມ​ອຶດຢາກ ພຣະອົງ​ຈະ​ບໍ່​ໃຫ້​ຕາຍ ຍາມ​ເສິກເສືອ ພຣະອົງ​ຈະ​ປ້ອງກັນ​ເຈົ້າ​ໄວ້.


ແຕ່​ຄວາມ​ພໍໃຈ​ຂອງ​ພຣະເຈົ້າຢາເວ​ຢູ່​ນຳ​ຜູ້​ທີ່​ຢຳເກງ​ພຣະອົງ ຄື​ຜູ້​ທີ່​ໄວ້ວາງໃຈ​ໃນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ເຝົ້າເບິ່ງ​ຜູ້​ທີ່​ເຊື່ອຟັງ​ພຣະອົງ ຄື​ຜູ້​ໄວ້ວາງໃຈ​ໃນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ.


ພຣະເຈົ້າຢາເວ​ຈະ​ຊົງໄຖ່​ເອົາ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ບໍ່ມີ​ຜູ້ໃດ​ທີ່​ມາ​ຂໍ​ໃຫ້​ພຣະອົງ​ຄຸ້ມຄອງ​ຈະ​ໄດ້​ຮັບ​ໂທດ.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ແລະ​ເຮັດ​ດີ ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ​ເຖີດ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ອາດ​ຈະ​ມີ​ພັນ​ຄົນ​ລົ້ມ​ລົງ ແລະ​ສິ້ນໃຈ​ຕາຍ​ຢູ່​ຂ້າງ​ເຈົ້າ ສິບພັນ​ຄົນ​ຢູ່​ອ້ອມຮອບ​ເຈົ້າ ແຕ່​ເຈົ້າ​ຈະ​ບໍ່​ຖືກ​ທຳຮ້າຍ.


ຂໍ​ໂຜດ​ໃຫ້​ມີ​ສັນຕິສຸກ​ເຖີດ ເປັນ​ສັນຕິສຸກ​ອັນ​ຄົບຖ້ວນ​ແກ່​ທຸກຄົນ​ດ້ວຍ ຄື​ຜູ້​ທີ່​ຢຶດໝັ້ນ​ແທ້ຈິງ​ໃນ​ເປົ້າໝາຍ​ຂອງຕົນ ແລະ​ແກ່​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນ​ເມືອງ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ໂດຍ​ການ​ຕາຍອຶດ​ຕາຍຫິວ ຫລື​ໂດຍ​ເຈັບໄຂ້​ໄດ້ປ່ວຍ, ແຕ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ ທີ່​ກຳລັງ​ໂຈມຕີ​ເມືອງ​ຢູ່​ໃນ​ເວລາ​ນີ້​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ລາວ​ຈະ​ຊ່ວຍ​ຊີວິດ​ຕົນ​ໃຫ້​ພົ້ນ​ໄດ້.


“ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຜູ້ໃດ​ກໍຕາມ​ທີ່​ຢູ່​ໃນ​ເມືອງ ຈະ​ຕ້ອງ​ຕາຍ​ຍ້ອນ​ສົງຄາມ ຫລື​ຍ້ອນ​ການ​ຕາຍອຶດ​ຕາຍຫິວ ຫລື​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ. ແຕ່​ພວກ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ພວກເຂົາ​ຈະ​ປົບໜີ​ໄດ້​ແລະ​ມີ​ຊີວິດ​ຢູ່.”’


ຄົນ​ບາບ​ທັງຫລາຍ​ທີ່​ບໍ່ມີ​ກົດບັນຍັດ ແລະ​ເຮັດ​ຜິດບາບ ຈະ​ຕ້ອງ​ຈິບຫາຍ​ໄປ​ໂດຍ​ບໍ່​ອ້າງ​ກົດບັນຍັດ, ແຕ່​ຄົນ​ບາບ​ທັງຫລາຍ​ທີ່​ມີ​ກົດບັນຍັດ ແລະ​ເຮັດ​ຜິດບາບ ກໍ​ຈະ​ຖືກ​ໂທດ​ຕາມ​ກົດບັນຍັດ​ນັ້ນ.


ພວກເຮົາ​ເປັນ​ຄົນ​ຜູ້​ທຳອິດ ທີ່​ມີ​ຄວາມຫວັງ​ໃນ​ພຣະຄຣິດ ໄດ້​ຮັບ​ການ​ກຳນົດ​ແລະ​ແຕ່ງຕັ້ງ ໃຫ້​ຖວາຍ​ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ.


ໂດຍ​ທາງ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຊົງ​ປະທານ​ສະຫງ່າຣາສີ​ໃຫ້​ແກ່​ພຣະອົງ ເພື່ອ​ຄວາມເຊື່ອ​ແລະ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka