Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 39:17 - ພຣະຄຳພີສັກສິ

17 ພຣະເຈົ້າຢາເວ​ກ່າວ​ວ່າ, ແຕ່​ເຮົາ​ຈະ​ປົກປ້ອງ​ຄຸ້ມຄອງ​ເຈົ້າ ແລະ​ເຈົ້າ​ຈະ​ບໍ່​ຖືກ​ມອບ​ໃຫ້​ແກ່​ຄົນ​ທີ່​ເຈົ້າ​ຢ້ານກົວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 39:17
16 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ກະສັດ​ດາວິດ​ຕອບ​ລາວ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ, ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ​ເຮົາ. ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”


ເອລີຢາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ພຣະຊົນຢູ່, ອົງ​ທີ່​ຂ້ອຍ​ຮັບໃຊ້​ຢູ່​ນີ້ ຂ້ອຍ​ຂໍ​ສັນຍາ​ວ່າ​ຂ້ອຍ​ຈະ​ຕ້ອງ​ໄປ​ສະເໜີ​ຕົວ​ຕໍ່​ກະສັດ​ອາຮາບ​ໃນວັນນີ້.”


ດັ່ງນັ້ນ ໂອບາດີຢາ​ຈຶ່ງ​ໄປ​ບອກ​ກະສັດ​ອາຮາບ​ໃຫ້​ຮູ້, ສ່ວນ​ກະສັດ​ອາຮາບ​ກໍ​ມາ​ພົບ​ກັບ​ເອລີຢາ.


ເພິ່ນ​ຕອບ​ວ່າ, “ບໍ່​ຕ້ອງ​ຢ້ານ ຝ່າຍ​ຂອງ​ພວກເຮົາ​ມີ​ຫລາຍກວ່າ​ຝ່າຍ​ຂອງ​ພວກເຂົາ.”


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ເຊຟາຕີຢາ​ລູກຊາຍ​ຂອງ​ມັດທານ, ເກດາລີຢາ​ລູກຊາຍ​ຂອງ​ປັດຊູ, ເຢຮູການ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ປັດຊູ​ລູກຊາຍ​ຂອງ​ມັນກີຢາ ໄດ້ຍິນ​ຂ້າພະເຈົ້າ​ບອກ​ປະຊາຊົນ​ວ່າ,


“ຂ້າແດ່​ພະຣາຊາ ຄົນ​ເຫຼົ່ານີ້​ໄດ້​ເຮັດ​ຜິດ​ໄປ​ແລ້ວ. ພວກເຂົາ​ໄດ້​ຢ່ອນ​ເຢເຣມີຢາ​ລົງ​ໃນ​ນໍ້າສ້າງ ເພິ່ນ​ຈະ​ຕ້ອງ​ອຶດ​ຕາຍ​ໃນ​ທີ່ນັ້ນ ໃນ​ເມື່ອ​ເມືອງ​ນີ້​ບໍ່ມີ​ອາຫານ​ເຫລືອຢູ່​ອີກ​ເລີຍ.”


ດັ່ງນັ້ນ ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ໂຍນ​ດານີເອນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ. ເພິ່ນ​ກ່າວ​ຕໍ່​ດານີເອນ​ວ່າ, “ຂໍ​ພຣະເຈົ້າ​ຂອງເຈົ້າ ຜູ້​ທີ່​ເຈົ້າ​ບົວລະບັດ​ຮັບໃຊ້​ດ້ວຍ​ຄວາມ​ຈົງຮັກ​ພັກດີ​ນັ້ນ ຊ່ວຍກູ້​ເອົາ​ເຈົ້າ​ເຖີດ.”


ຈອມ​ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແກ່​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫຼົ່ານີ້​ຂອງເຮົາ, ພວກເຈົ້າ​ກໍໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka