Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 39:16 - ພຣະຄຳພີສັກສິ

16 “ໃຫ້​ບອກ​ເອເບັດ​ເມເຫລັກ ຊາວ​ເອທີໂອເປຍ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ ເຮົາ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ເມືອງ​ນີ້​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້ ແຕ່​ບໍ່ແມ່ນ​ຄວາມຈະເລີນ​ຮຸ່ງເຮືອງ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ຢູ່​ທີ່​ນັ້ນ​ເພື່ອ​ເບິ່ງ​ເຫດການ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 39:16
24 Jak'a apnaqawi uñst'ayäwi  

ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.


ຂ້ານ້ອຍ​ໄດ້​ເຫັນ​ເຫຼົ່າ​ສັດຕູ​ພ່າຍແພ້​ໄປ ແລະ​ໄດ້ຍິນ​ພວກ​ຄົນຊົ່ວຮ້າຍ​ຮ້ອງໄຫ້.


ແຕ່​ຈົ່ງ​ແນ່ໃຈ​ໃນ​ເລື່ອງ​ນີ້ ຄື​ຖ້າ​ພວກທ່ານ​ສັງຫານ​ຂ້າພະເຈົ້າ ພວກທ່ານ​ແລະ​ຊາວ​ເມືອງ​ນີ້​ກໍ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຕືອນ​ພວກທ່ານ​ໃນ​ເລື່ອງນີ້.”


“ເມື່ອ​ເຈົ້າ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຜູ້ທຳນວາຍ​ມີກາ​ແຫ່ງ​ໂມເຣເຊັດ​ໄດ້​ບອກ​ປະຊາຊົນ​ທຸກຄົນ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ‘ພູເຂົາ​ຊີໂອນ​ເອີຍ ເຈົ້າ​ຈະ​ຖືກ​ໄຖ​ດັ່ງ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ກອງ​ສິ່ງ​ເພພັງ​ຮົກຮ້າງ ສ່ວນ​ເທິງ​ເນີນພູ​ບ່ອນ​ທີ່​ຕັ້ງ​ວິຫານ ກໍ​ຈະ​ກາຍເປັນ​ປ່າດົງ​ພົງໄພ​ຈົນ​ສິ້ນ.’


ມີ​ຊາຍ​ຜູ້ໜຶ່ງ​ອີກ​ທີ່​ຊື່​ວ່າ​ອຸຣິຢາ ລູກຊາຍ​ຂອງ​ເຊມາອີຢາ ຊາວ​ເມືອງ​ກີຣີອາດ​ເຢອາຣີມ ໄດ້​ກ່າວ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ຕໍ່ສູ້​ເມືອງ​ນີ້ ແລະ​ກ່າວ​ຕໍ່ສູ້​ປະເທດ​ຊາດ​ດັ່ງ​ເຢເຣມີຢາ​ໄດ້​ກ່າວ.


ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ສັ່ງ​ພວກເຂົາ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ເມືອງ​ນີ້​ໂລດ. ພວກເຂົາ​ຈະ​ໂຈມຕີ​ເມືອງ​ທັງ​ຢຶດ ແລະ​ຈູດ​ເມືອງ​ຖິ້ມ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຂອງ​ຢູດາຍ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ.”


ສະນັ້ນ ບັດນີ້​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ເອົາ​ການທຳລາຍ​ທັງໝົດ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ສູ່​ປະຊາຊົນ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ບໍ່ໄດ້​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ.”’


ເຮົາ​ຈະ​ລົງໂທດ​ເຈົ້າ, ເຊື້ອສາຍ​ຂອງ​ເຈົ້າ ແລະ​ບັນດາ​ຂ້າຣາຊການ​ຂອງ​ເຈົ້າ ຍ້ອນ​ການບາບ​ທີ່​ພວກເຈົ້າ​ທັງໝົດ​ໄດ້​ເຮັດ. ເຈົ້າເອງ​ລວມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາ ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງເຮົາ; ສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ໄພພິບັດ​ຊຶ່ງ​ເຮົາ​ໄດ້​ຂູ່​ໄວ້​ນັ້ນ​ມາ​ສູ່​ພວກເຈົ້າ​ທຸກຄົນ.”


ແລະ​ບັດນີ້ ພຣະເຈົ້າຢາເວ​ກໍໄດ້​ກະທຳ​ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ. ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພາະ​ປະຊາຊົນ​ຂອງ​ເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ເຊື່ອຟັງ​ພຣະອົງ.


ເຮົາ​ຈະ​ເຝົ້າ​ເບິ່ງ​ບໍ່​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແຕ່​ພວກເຈົ້າ​ຈະ​ຕ້ອງ​ຖືກ​ທຳລາຍ. ພວກເຈົ້າ​ທັງໝົດ​ຈະ​ຕ້ອງ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ເຫລືອຢູ່.


ພຣະອົງ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອຍ ແລະ​ພວກ​ຜູ້ປົກຄອງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ພຣະອົງ​ລົງໂທດ​ນະຄອນ​ເຢຣູຊາເລັມ​ຮ້າຍແຮງ ກວ່າ​ເມືອງ​ໃດໆ​ໃນ​ແຜ່ນດິນ​ໂລກ


ຖ້າ​ພວກເຂົາ​ຖືກ​ສັດຕູ​ຈັບ​ໄປ ເຮົາ​ກໍ​ຈະ​ສັ່ງ​ໃຫ້​ສັດຕູ​ຂ້າ​ພວກເຂົາ​ຖິ້ມ. ເຮົາ​ໄດ້​ຕັດສິນໃຈ​ທຳລາຍ​ພວກເຂົາ ແລະ​ບໍ່ແມ່ນ​ຊ່ວຍເຫລືອ​ພວກເຂົາ.”


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka