Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 39:14 - ພຣະຄຳພີສັກສິ

14 ຈຶ່ງ​ໄດ້​ນຳ​ຂ້າພະເຈົ້າ​ມາ​ຈາກ​ເດີ່ນ​ຂອງ​ຣາຊວັງ. ພວກເຂົາ​ໄດ້​ມອບ​ຂ້າພະເຈົ້າ​ໄວ້​ຢູ່​ໃຕ້​ຄວາມ​ເບິ່ງແຍງ​ຂອງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ ແລະ​ໃຫ້​ນຳ​ຂ້າພະເຈົ້າ​ເມືອ​ເຖິງ​ເຮືອນ​ຂອງ​ຂ້າພະເຈົ້າ​ຢ່າງ​ປອດໄພ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຢູ່​ນຳ​ປະຊາຊົນ​ໃນ​ທີ່ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 39:14
18 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ໄດ້​ອອກ​ຄຳສັ່ງ​ແກ່​ມະຫາ​ປະໂຣຫິດ​ຮິນກີຢາ, ອາຮີກຳ​ລູກຊາຍ​ຂອງ​ຊາຟານ, ອັກໂບ​ລູກຊາຍ​ຂອງ​ມີກາອີຢາ, ຊາຟານ ເລຂາທິການ ແລະ​ອາສາອີຢາ ຜູ້​ລໍ​ຮັບໃຊ້​ຂອງ​ກະສັດ. ຄຳສັ່ງ​ນັ້ນ​ມີ​ຂໍ້ຄວາມ​ດັ່ງ​ຕໍ່ໄປນີ້:


ປະໂຣຫິດ​ຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະ​ອາສາອີຢາ ໄດ້​ໄປ​ປຶກສາ​ຜູ້ທຳນວາຍ​ຍິງ​ຄົນ​ໜຶ່ງ​ຢູ່​ທາງ​ເຂດ​ໃໝ່​ຂອງ​ນະຄອນ​ເຢຣູຊາເລັມ​ຊື່​ວ່າ ຮຸນດາ. (ຜົວ​ຂອງ​ນາງ​ຮຸນດາ​ຊື່​ວ່າ​ຊານລູມ ລູກຊາຍ​ຂອງ​ຕິກວາ ແລະ​ຫລານຊາຍ​ຂອງ​ຮາກຮາ; ຊານລູມ​ເປັນ​ຜູ້​ຮັກສາ​ເສື້ອຄຸມ​ປະຈຳ​ພຣະວິຫານ.) ຄົນ​ເຫຼົ່ານີ້​ໄດ້​ເລົ່າ​ເຫດການ​ສູ່​ນາງ​ຟັງ.


ແລະ​ໄດ້​ໃຫ້​ຄຳສັ່ງ​ດັ່ງ​ຕໍ່ໄປນີ້​ແກ່​ຮິນກີຢາ, ອາຮີກຳ​ລູກຊາຍ​ຂອງ​ຊາຟານ, ອັບໂດນ ​ລູກຊາຍ​ຂອງ​ມີກາ, ຊາຟານ​ເລຂາທິການ ແລະ​ອາສາອີຢາ​ຜູ້​ລໍ​ຮັບໃຊ້​ປະຈຳ​ກະສັດ​ວ່າ,


ຈົນ​ສິ່ງ​ທີ່​ເພິ່ນ​ໄດ້​ທຳນວາຍ​ນັ້ນ​ກາຍເປັນຈິງ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ພິສູດ​ວ່າ​ເພິ່ນ​ຖືກຕ້ອງ.


ແຕ່​ກະສັດ​ເຢໂຮຍອາກິມ​ຍັງ​ໄດ້​ສົ່ງ​ເອນນາທານ​ລູກຊາຍ​ຂອງ​ອັກໂບຣະ ແລະ​ບາງຄົນ​ໄປ​ປະເທດ​ເອຢິບ​ເພື່ອ​ຈັບ​ເອົາ​ອຸຣິຢາ​ກັບຄືນ​ມາ.


ແຕ່​ເພາະ​ຂ້າພະເຈົ້າ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ອາຮິກຳ​ລູກຊາຍ​ຂອງ​ຊາຟານ; ຂ້າພະເຈົ້າ​ຈຶ່ງ​ບໍ່ໄດ້​ຖືກ​ມອບ​ໃຫ້​ປະຊາຊົນ​ປະຫານ​ຊີວິດ.


ໃນ​ເວລາ​ນັ້ນ ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ; ສ່ວນ​ຂ້າພະເຈົ້າ​ນັ້ນ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ບໍລິເວນ​ຂອງ​ຣາຊວັງ.


ສະນັ້ນ ກະສັດ​ເຊເດກີຢາ​ຈຶ່ງ​ມີ​ຄຳສັ່ງ ໃຫ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ. ຂ້າພະເຈົ້າ​ໄດ້​ຢູ່​ທີ່ນັ້ນ ແຕ່ລະວັນ ຂ້າພະເຈົ້າ​ໄດ້​ຮັບ​ເຂົ້າຈີ່​ກ້ອນ​ໜຶ່ງ​ຈາກ​ໂຮງ​ເຮັດ​ເຂົ້າຈີ່​ຈົນ​ເຂົ້າຈີ່​ໃນ​ເມືອງ​ໝົດ.


ແລະ​ພວກເຂົາ​ກໍ​ດຶງ​ເອົາ​ຂ້າພະເຈົ້າ​ຂຶ້ນ​ມາ​ຈາກ​ນໍ້າສ້າງ. ຫລັງຈາກ​ນັ້ນ ຂ້າພະເຈົ້າ​ກໍໄດ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ອີກ​ຕໍ່ໄປ.


ຂ້າພະເຈົ້າ​ຖືກ​ຄວບຄຸມ​ຕົວ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ ຈົນເຖິງ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ແຕກ.


ດັ່ງນັ້ນ ເນບູຊາຣາດານ​ພ້ອມ​ດ້ວຍ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ສອງ​ຄົນ ຄື​ເນບູຊັດບານ ແລະ​ເນການ-ຊາເຣເຊ ພ້ອມ​ກັບ​ເຈົ້ານາຍ​ຄົນອື່ນໆ​ອີກ​ຂອງ​ກະສັດ​ແຫ່ງ​ບາບີໂລນ


ໃນ​ຂະນະທີ່​ຂ້າພະເຈົ້າ​ໄດ້​ຖືກ​ຄວບຄຸມ​ຕົວ​ຢູ່​ທີ່​ເດີ່ນ​ຂອງ​ຣາຊວັງ​ນີ້ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ຫລັງຈາກ​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ໄດ້​ປ່ອຍ​ຂ້າພະເຈົ້າ​ແລ້ວ​ທີ່​ເມືອງ​ຣາມາ. ຂ້າພະເຈົ້າ​ໄດ້​ຖືກ​ນຳ​ຕົວ​ໄປ​ທີ່​ນັ້ນ ໂດຍ​ຖືກ​ລ່າມໂສ້​ໄປ​ພ້ອມ​ກັບ​ປະຊາຊົນ​ຄົນອື່ນໆ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຢູດາຍ ຄື​ພວກ​ທີ່​ໄດ້​ຖືກ​ຈັບ​ເປັນ​ຊະເລີຍເສິກ​ໄປ​ສູ່​ບາບີໂລນ.


ເມື່ອ​ຂ້າພະເຈົ້າ​ບໍ່​ຕອບ ເນບູຊາຣາດານ​ກໍ​ເວົ້າ​ຂຶ້ນ​ວ່າ, “ຈົ່ງ​ກັບຄືນ​ເມືອ​ຫາ​ເກດາລີຢາ ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ ຜູ້​ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ລາວ ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ຂອງ​ເມືອງ​ຂອງ​ຢູດາຍ​ແທນ​ເພິ່ນ. ເຈົ້າ​ອາດ​ຢູ່​ກັບ​ລາວ ແລະ​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ກໍໄດ້ ຫລື​ເຈົ້າ​ຈະ​ໄປ​ທີ່ໃດ​ກໍໄດ້ ຕາມ​ທີ່​ເຈົ້າ​ຄິດ​ເຫັນ​ວ່າ​ເໝາະສົມ.” ແລ້ວ​ເພິ່ນ​ກໍ​ມອບ​ຂອງຂວັນ ແລະ​ອາຫານ​ບາງສ່ວນ​ໃຫ້​ຂ້າພະເຈົ້າ​ເອົາ​ໄປ​ນຳ ແລະ​ປ່ອຍ​ໃຫ້​ຂ້າພະເຈົ້າ​ໄປ​ຕາມ​ທາງ​ຂອງ​ຂ້າພະເຈົ້າ.


ຂ້າພະເຈົ້າ​ໄດ້​ໄປ​ຢູ່​ກັບ​ເກດາລີຢາ​ໃນ​ເມືອງ​ມີຊະປາ ແລະ​ອາໄສ​ຢູ່​ໃນ​ທ່າມກາງ​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນັ້ນ.


ຍັງ​ມີ​ນາຍ​ທະຫານ​ແລະ​ທະຫານ​ບາງຄົນ​ທີ່​ບໍ່​ຍອມ​ຈຳນົນ. ພວກເຂົາ​ໄດ້ຍິນ​ວ່າ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ປະເທດ ແລະ​ໃຫ້​ເພິ່ນ​ກຳກັບ​ພວກ​ທີ່​ບໍ່ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຄື​ປະຊາຊົນ​ທັງໝົດ​ຜູ້​ຍາກຈົນ​ທີ່ສຸດ​ຢູ່​ໃນ​ອານາຈັກ.


ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເອລີຊາມາ ເຊື້ອວົງ​ຄົນ​ໜຶ່ງ ແລະ​ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ ໄດ້​ໄປ​ທີ່​ເມືອງ​ມີຊະປາ​ພ້ອມ​ກັບ​ທະຫານ​ສິບ​ຄົນ ເພື່ອ​ພົບ​ຜູ້​ສຳເລັດ​ຣາຊການ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ. ໃນ​ຂະນະທີ່​ພວກເຂົາ​ທຸກຄົນ​ກຳລັງ​ຮ່ວມ​ພາເຂົ້າ​ຢູ່​ນັ້ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka