13 ດັ່ງນັ້ນ ເນບູຊາຣາດານພ້ອມດ້ວຍເຈົ້ານາຍຊັ້ນຜູ້ໃຫຍ່ສອງຄົນ ຄືເນບູຊັດບານ ແລະເນການ-ຊາເຣເຊ ພ້ອມກັບເຈົ້ານາຍຄົນອື່ນໆອີກຂອງກະສັດແຫ່ງບາບີໂລນ
ຂ້າພະເຈົ້າຖືກຄວບຄຸມຕົວຢູ່ໃນເດີ່ນຂອງຣາຊວັງ ຈົນເຖິງມື້ທີ່ນະຄອນເຢຣູຊາເລັມແຕກ.
“ຈົ່ງແຕ່ງຄົນໄປຊອກຫາເຢເຣມີຢາ ແລະເບິ່ງແຍງລາວໃຫ້ດີ. ຢ່າທຳຮ້າຍລາວ ແຕ່ຈົ່ງຊ່ວຍເຫລືອລາວຕາມທີ່ລາວຕ້ອງການ.”
ຈຶ່ງໄດ້ນຳຂ້າພະເຈົ້າມາຈາກເດີ່ນຂອງຣາຊວັງ. ພວກເຂົາໄດ້ມອບຂ້າພະເຈົ້າໄວ້ຢູ່ໃຕ້ຄວາມເບິ່ງແຍງຂອງເກດາລີຢາລູກຊາຍຂອງອາຮີກຳ ແລະຫລານຊາຍຂອງຊາຟານ ແລະໃຫ້ນຳຂ້າພະເຈົ້າເມືອເຖິງເຮືອນຂອງຂ້າພະເຈົ້າຢ່າງປອດໄພ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຢູ່ນຳປະຊາຊົນໃນທີ່ນັ້ນ.
ເມື່ອນະຄອນເຢຣູຊາເລັມຖືກຢຶດໄດ້ແລ້ວ ບັນດາເຈົ້ານາຍຊັ້ນຜູ້ໃຫຍ່ຂອງກະສັດແຫ່ງບາບີໂລນ ຄືເນການ-ຊາເຣເຊ, ຊາມກາເນໂບ, ຊາຣະເຊກິມ ແລະເນການ-ຊາເຣເຊ ຄົນອື່ນກໍໄດ້ເຂົ້າມາຕັ້ງກອງບັນຊາການທີ່ປະຕູໃຫຍ່ທາງເຂົ້າເມືອງ.)
ໃນທີ່ສຸດ ເນບູຊາຣາດານ ຜູ້ບັນຊາການທະຫານ ກໍຈັບປະຊາຊົນທີ່ເຫຼືອຢູ່ໃນເມືອງລວມທັງຄົນທີ່ໜີເຂົ້າມາມອບຕົວຕໍ່ເພິ່ນ ໄປເປັນຊະເລີຍທີ່ບາບີໂລນ.