Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 39:10 - ພຣະຄຳພີສັກສິ

10 ລາວ​ປະ​ໄວ້​ແຕ່​ຄົນ​ຍາກຈົນ​ຈຳນວນ​ບໍ່​ເທົ່າໃດ​ຄົນ ຄື​ຜູ້​ທີ່​ບໍ່ມີ​ຊັບສົມບັດ​ຫຍັງ​ໃນ​ອານາຈັກ ແລະ​ລາວ​ໄດ້​ມອບ​ສວນອະງຸ່ນ ແລະ​ໄຮ່​ນາ​ໃຫ້​ພວກເຂົາ​ເຮັດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 39:10
8 Jak'a apnaqawi uñst'ayäwi  

ແຕ່​ເພິ່ນ​ໄດ້​ປະ​ຄົນ​ຍາກຈົນ​ທີ່ສຸດ​ບາງຄົນ​ໄວ້ ຄື​ພວກ​ທີ່​ບໍ່ມີ​ໄຮ່ນາ​ໃນ​ຢູດາຍ ແລະ​ໃຫ້​ພວກເຂົາ​ເຮັດ​ສວນອະງຸ່ນ ແລະ​ເຮັດ​ນາ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ແມ່ນແຕ່​ພໍ່ນາ​ທີ່​ມີ​ງົວ​ນ້ອຍ​ພຽງ​ໂຕດຽວ​ແລະ​ມີ​ແບ້​ພຽງ​ສອງ​ໂຕ


ຂ້ອຍເອງ​ຈະ​ຢູ່​ທີ່​ເມືອງ​ມີຊະປາ​ນີ້​ເປັນ​ຜູ້​ຕາງໜ້າ​ຂອງ​ພວກເຈົ້າ ເມື່ອ​ພວກ​ບາບີໂລນ​ມາ​ທີ່ນີ້, ແຕ່​ພວກເຈົ້າ​ຮວບຮວມ ແລະ​ສະສົມ​ເຫຼົ້າ​ອະງຸ່ນ, ຜົນລະໄມ້ ແລະ​ນໍ້າມັນ​ໝາກກອກເທດ ແລະ​ອາໄສ​ຢູ່​ໃນ​ໝູ່ບ້ານ​ທີ່​ພວກເຈົ້າ​ຄຸ້ມຄອງ​ນັ້ນ​ໄດ້.”


ຍັງ​ມີ​ນາຍ​ທະຫານ​ແລະ​ທະຫານ​ບາງຄົນ​ທີ່​ບໍ່​ຍອມ​ຈຳນົນ. ພວກເຂົາ​ໄດ້ຍິນ​ວ່າ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ປະເທດ ແລະ​ໃຫ້​ເພິ່ນ​ກຳກັບ​ພວກ​ທີ່​ບໍ່ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຄື​ປະຊາຊົນ​ທັງໝົດ​ຜູ້​ຍາກຈົນ​ທີ່ສຸດ​ຢູ່​ໃນ​ອານາຈັກ.


ພວກ​ຜູ້ຊາຍ, ພວກ​ແມ່ຍິງ, ພວກ​ເດັກນ້ອຍ ແລະ​ພວກ​ລູກສາວ​ຂອງ​ກະສັດ. ພວກເຂົາ​ໄດ້​ເອົາ​ທຸກໆຄົນ​ທີ່​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ໄດ້​ປະ​ໄວ້​ໃຫ້​ຢູ່​ໃຕ້​ການ​ດູແລ​ເບິ່ງແຍງ​ຂອງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ຫລານຊາຍ​ຂອງ​ຊາຟານ​ນັ້ນ​ໜີໄປ ລວມທັງ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ແລະ​ຂ້າພະເຈົ້າ​ດ້ວຍ.


ແຕ່​ເນບູຊາຣາດານ​ໄດ້​ປະ​ໄວ້​ໃນ​ຢູດາຍ ມີ​ປະຊາຊົນ​ທີ່​ຍາກຈົນ​ທີ່ສຸດ​ບາງສ່ວນ ຄື​ຄົນ​ທີ່​ບໍ່ມີ​ຊັບສົມບັດ​ໃດໆ ແລະ​ລາວ​ໃຫ້​ພວກເຂົາ​ເຮັດ​ວຽກ​ໃນ​ສວນອະງຸ່ນ​ແລະ​ໃນ​ນາ.


“ມະນຸດ​ເອີຍ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ບັນດາ​ເມືອງ​ຮົກຮ້າງ​ເພພັງ ຂອງ​ດິນແດນ​ອິດສະຣາເອນ​ກຳລັງ​ເວົ້າ​ວ່າ, ‘ອັບຣາຮາມ​ພຽງ​ຄົນດຽວ ກໍ​ຍັງ​ໄດ້ຮັບ​ດິນແດນ. ພວກເຮົາ​ມີ​ຕັ້ງ​ຫລວງຫລາຍ ສະນັ້ນ ແນ່ນອນ​ດິນແດນ​ຈຶ່ງ​ເປັນ​ຂອງ​ພວກເຮົາ.’


ຜູ້ຊື້​ກັບ​ຜູ້ຂາຍ​ແກະ​ເຫຼົ່ານັ້ນ ໄດ້​ຈ້າງ​ຂ້າພະເຈົ້າ​ໃຫ້​ເປັນ​ຄົນລ້ຽງແກະ ຊຶ່ງ​ກຳລັງ​ຈະ​ຖືກ​ນຳ​ໄປ​ຂ້າ. ຂ້າພະເຈົ້າ​ໄດ້​ຈັບ​ເອົາ​ໄມ້​ສອງ​ທ່ອນ: ທ່ອນ​ໜຶ່ງ​ເອີ້ນ​ວ່າ, “ພຣະຄຸນ” ແລະ​ທ່ອນ​ໜຶ່ງ​ອີກ​ເອີ້ນ​ວ່າ, “ນໍ້າໜຶ່ງໃຈດຽວ.” ແລະ​ຂ້າພະເຈົ້າ​ໄດ້​ເປັນ​ຜູ້​ເບິ່ງແຍງ​ຝູງແກະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka