Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 39:1 - ພຣະຄຳພີສັກສິ

1 ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຍົກ​ກອງທັບ​ທັງໝົດ​ຂອງຕົນ ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ເດືອນ​ທີ​ສິບ​ຂອງ​ປີ​ທີ​ເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 39:1
16 Jak'a apnaqawi uñst'ayäwi  

ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ເອົາ​ກະສັດ​ແຫ່ງ​ບາບີໂລນ ມາ​ໂຈມຕີ​ພວກເຂົາ. ກະສັດ​ໄດ້​ຂ້າ​ຊາຍໜຸ່ມ​ຊາວ​ຢູດາ​ແມ່ນແຕ່​ໃນ​ວິຫານ​ແຫ່ງ​ສະຖານທີ່​ສັກສິດ​ຂອງ​ພວກເຂົາ. ເພິ່ນ​ບໍ່ໄດ້​ເມດຕາ​ຕໍ່​ຜູ້ໃດ​ຜູ້ໜຶ່ງ​ເລີຍ, ບໍ່​ວ່າ​ໜຸ່ມ​ຫລື​ແກ່, ຊາຍ​ຫລື​ຍິງ, ເຈັບປ່ວຍ​ຫລື​ຢູ່ດີ​ມີ​ແຮງ. ພຣະເຈົ້າ​ໄດ້​ມອບ​ພວກເຂົາ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.


ໃນ​ຣາຊການ​ປີ​ທີ​ສິບ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ອັນ​ກົງ​ກັບ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ເພິ່ນ ໂດຍ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ກຳລັງ​ທະຫານ​ຂອງ​ຊົນຊາດ​ທັງໝົດ​ທີ່​ຂຶ້ນ​ກັບ​ເພິ່ນ ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ທັງຫລາຍ​ທີ່​ໃກ້ຄຽງ.


ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ສັ່ງ​ພວກເຂົາ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ເມືອງ​ນີ້​ໂລດ. ພວກເຂົາ​ຈະ​ໂຈມຕີ​ເມືອງ​ທັງ​ຢຶດ ແລະ​ຈູດ​ເມືອງ​ຖິ້ມ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຂອງ​ຢູດາຍ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໂກດຮ້າຍ​ແລະ​ໂກດ​ເຄືອງ​ຊາວ​ນະຄອນ​ເຢຣູຊາເລັມ​ສັນໃດ ເຮົາ​ກໍ​ຈະ​ໂກດ​ເຄືອງ​ພວກເຈົ້າ​ສັນນັ້ນ ຖ້າ​ພວກເຈົ້າ​ໄປ​ປະເທດ​ເອຢິບ. ພວກເຈົ້າ​ຕ່າງ​ກໍ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ປະຊາຊົນ​ຈະ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ. ພວກເຈົ້າ​ຈະ​ບໍ່​ເຫັນ​ບ່ອນ​ນີ້​ອີກ​ຕໍ່ໄປ​ຈັກເທື່ອ.’


ເຈົ້າ​ເຊເດກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ມີ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ. ນາງ​ເປັນ​ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສັ່ງ​ໃຫ້​ຕັດ​ກົກໄມ້​ລົງ ແລະ​ຄູນ​ດິນ​ຂຶ້ນ​ອ້ອມ​ນະຄອນ​ເຢຣູຊາເລັມ​ໄວ້. ພຣະອົງ​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ນະຄອນ​ນີ້ ຍ້ອນ​ເປັນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ການກົດຂີ່.


ໃນ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສິບ ອັນ​ກົງ​ກັບ​ປີ​ທີ​ສິບສອງ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ມາ​ບອກ​ຂ້າພະເຈົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ແຕກ​ແລ້ວ.”


ຈົ່ງ​ເອົາ​ເຫຼັກ​ແຜ່ນ​ໜຶ່ງ​ມາ​ຕັ້ງ​ເປັນ​ກຳແພງ​ກັ້ນ​ລະຫວ່າງ​ເຈົ້າ​ກັບ​ເມືອງ​ໄວ້. ຈົ່ງ​ປິ່ນ​ໜ້າ​ໃສ່​ເມືອງ. ເມືອງ​ຖືກ​ປິດລ້ອມ ແລະ​ແມ່ນ​ເຈົ້າ​ເອງ​ທີ່​ເປັນ​ຜູ້​ປິດລ້ອມ​ເມືອງ. ອັນ​ນີ້​ຈະ​ເປັນ​ໝາຍສຳຄັນ​ເພື່ອ​ເຕືອນ​ຊົນຊາດ​ອິດສະຣາເອນ.


ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ຂຶ້ນ​ປີໃໝ່ ຊຶ່ງ​ເປັນ​ປີທີ​ຊາວຫ້າ ຫລັງຈາກ​ທີ່​ພວກເຮົາ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ອັນ​ກົງ​ກັບ​ປີ​ທີ​ຊາວສີ່​ຫລັງຈາກ​ທີ່​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້. ໃນ​ມື້​ນັ້ນ ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ຄວບຄຸມ​ຂ້າພະເຈົ້າ ແລະ​ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ.


ຈົ່ງ​ເຜົາ​ສ່ວນ​ທີ​ໜຶ່ງ​ໃນ​ເມືອງ ເມື່ອ​ການ​ປິດລ້ອມ​ໄດ້​ສິ້ນສຸດ​ລົງ​ແລ້ວ. ຈົ່ງ​ໃຊ້​ດາບ​ຂອງ​ເຈົ້າ​ຟັນ​ສ່ວນ​ໜຶ່ງ​ອີກ ເມື່ອ​ເຈົ້າ​ຍ່າງ​ອ້ອມ​ໄປມາ​ທີ່​ນອກເມືອງ. ສ່ວນ​ທີ່​ເຫຼືອ​ນັ້ນ ຈົ່ງ​ຫວ່ານ​ຂຶ້ນ​ໃຫ້​ລົມ​ພັດ​ກະຈັດ​ກະຈາຍ​ໄປ ແລະ​ເຮົາ​ຈະ​ໃຊ້​ດາບ​ຂອງເຮົາ​ໄລ່​ຕາມ​ຟັນ.


“ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ທີ​ຫ້າ, ທີ​ເຈັດ ແລະ​ທີ​ສິບ​ນັ້ນ ຈະ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ສຳລັບ​ປະຊາຊົນ​ຢູດາ. ພວກເຈົ້າ​ຕ້ອງ​ຮັກ​ຄວາມຈິງ​ແລະ​ຄວາມ​ສະຫງົບສຸກ.”


ພຣະເຈົ້າຢາເວ​ຈະ​ນຳ​ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ໄປ​ສູ່​ຕ່າງແດນ ບ່ອນ​ທີ່​ພວກ​ເຈົ້າເອງ​ແລະ​ປູ່ຍ່າຕາຍາຍ​ບໍ່ເຄີຍ​ຢູ່​ມາ​ກ່ອນ; ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພະອື່ນ​ທີ່​ເຮັດ​ດ້ວຍ​ໄມ້ ແລະ​ຫີນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka