9 “ຂ້າແດ່ພະຣາຊາ ຄົນເຫຼົ່ານີ້ໄດ້ເຮັດຜິດໄປແລ້ວ. ພວກເຂົາໄດ້ຢ່ອນເຢເຣມີຢາລົງໃນນໍ້າສ້າງ ເພິ່ນຈະຕ້ອງອຶດຕາຍໃນທີ່ນັ້ນ ໃນເມື່ອເມືອງນີ້ບໍ່ມີອາຫານເຫລືອຢູ່ອີກເລີຍ.”
ຂ້ອຍບໍ່ເຄີຍຄິດຢ້ານຕໍ່ສິ່ງໃດໆເລີຍ ຄືສິ່ງທີ່ຄົນມັກເວົ້າເລົ່າລືກັນນັ້ນ; ຂ້ອຍບໍ່ເຄີຍມິດງຽບ ຫລືອັດປະຕູຂັງຕົວເອງ ເພາະຢ້ານກົວຕໍ່ຄຳເວົ້າສຽດສີນິນທານັ້ນ.
ສັດຕູຈະປິດລ້ອມເມືອງ ແລະພະຍາຍາມຂ້າຊາວເມືອງຖິ້ມ. ການປິດລ້ອມເມືອງຈະເປັນການໜ້າຢ້ານກົວທີ່ສຸດ ຈົນຊາວເມືອງຈະກິນກັນເອງ ແລະກິນແມ່ນແຕ່ລູກຂອງຕົນເອງ.”
ສະນັ້ນ ກະສັດເຊເດກີຢາຈຶ່ງມີຄຳສັ່ງ ໃຫ້ຂັງຂ້າພະເຈົ້າໄວ້ຢູ່ໃນເດີ່ນຂອງຣາຊວັງ. ຂ້າພະເຈົ້າໄດ້ຢູ່ທີ່ນັ້ນ ແຕ່ລະວັນ ຂ້າພະເຈົ້າໄດ້ຮັບເຂົ້າຈີ່ກ້ອນໜຶ່ງຈາກໂຮງເຮັດເຂົ້າຈີ່ຈົນເຂົ້າຈີ່ໃນເມືອງໝົດ.
ແລ້ວກະສັດກໍສັ່ງເອເບັດ-ເມເຫລັກຊາວເອທີໂອເປຍໃຫ້ນຳສາມຄົນໄປດຶງເອົາຂ້າພະເຈົ້າ ຂຶ້ນມາຈາກນໍ້າສ້າງກ່ອນທີ່ຂ້າພະເຈົ້າຈະສິ້ນໃຈຕາຍ.
ສະນັ້ນ ເອເບັດ-ເມເຫລັກຈຶ່ງໄປທີ່ນັ້ນ ແລະກ່າວແກ່ກະສັດວ່າ,
ພຣະເຈົ້າຢາເວກ່າວວ່າ, ແຕ່ເຮົາຈະປົກປ້ອງຄຸ້ມຄອງເຈົ້າ ແລະເຈົ້າຈະບໍ່ຖືກມອບໃຫ້ແກ່ຄົນທີ່ເຈົ້າຢ້ານກົວ.
ໃນວັນທີເກົ້າຂອງເດືອນທີສີ່ໃນປີດຽວກັນນັ້ນ ເມື່ອເກີດການອຶດອາຫານຢ່າງໜັກ ຈົນບໍ່ມີຫຍັງເຫຼືອໃຫ້ປະຊາຊົນກິນເລີຍ
ປະຊາຊົນຄໍ່າຄວນຂະນະທີ່ຊອກຫາເຂົ້າຈີ່ກິນ ພວກເຂົາແລກປ່ຽນຊັບສິນກັບອາຫານ ເພື່ອໃຫ້ມີຊີວິດຢູ່. ຊາວເມືອງຮ້ອງຂຶ້ນວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຫລຽວເບິ່ງດ້ວຍ! ເບິ່ງວ່າຍາກຈົນເທົ່າໃດ.”
ພວກເຂົາໂຢນຂ້ານ້ອຍລົງໃນຂຸມທັງເປັນ ແລະເອົາຫີນອັດປາກຂອງຫລຸມນັ້ນໄວ້.