Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:7 - ພຣະຄຳພີສັກສິ

7 ແຕ່​ເອເບັດ-ເມເຫລັກ ຊາວ​ເອທີໂອເປຍ ຊາຍ​ຕອນ​ທີ່​ເຮັດ​ວຽກ​ໃນ​ວັງ​ຂອງ​ກະສັດ ໄດ້ຍິນ​ວ່າ​ພວກເຂົາ​ໄດ້​ຈັບ​ຂ້າພະເຈົ້າ​ຢ່ອນ​ລົງ​ໃນ​ນໍ້າສ້າງ. ໃນ​ເວລາ​ນັ້ນ ກະສັດ​ກຳລັງ​ຢູ່​ທີ່​ເດີ່ນ​ຂອງ​ປະຕູ​ເບັນຢາມິນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:7
22 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ເນບູ​ກາດເນັດຊາ​ກໍໄດ້​ຈັບ​ເອົາ​ກະສັດ​ເຢໂຮຍອາກິນ ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ບາບີໂລນ​ພ້ອມ​ທັງ​ແມ່​ຂອງ​ເພິ່ນ, ພວກເມຍ, ພວກ​ຂ້າຣາຊການ ແລະ​ບັນດາ​ຊົນຊັ້ນ​ຜູ້​ມີ​ຄວາມຮູ້​ສູງ​ຂອງ​ຢູດາຍ.


ບັນດາ​ຄະນະທູດ​ຈະ​ມາ​ຈາກ​ເອຢິບ ຊາວ​ເອທີໂອເປຍ​ຈະ​ຍົກ​ມື​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ.


ຄົນ​ກະຫາຍ​ເລືອດ​ກຽດຊັງ​ຄົນ​ສັດຊື່, ແຕ່​ຄົນ​ຊອບທຳ​ຈະ​ຄຸ້ມຄອງ ຊີວິດ​ຂອງ​ລາວ​ໄວ້.


ເມື່ອ​ຄົນຕ່າງດ້າວ​ຜູ້ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ລາວ​ຈະ​ບໍ່ໄດ້​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຈະ​ບໍ່​ໃຫ້​ຂ້ອຍ ນະມັດສະການ​ກັບ​ປະຊາຊົນ​ຂອງ​ພຣະອົງ.” ຊາຍ​ກະເທີຍ​ຄົນ​ໜຶ່ງ​ບໍ່​ຕ້ອງ​ຄິດ​ເລີຍ​ວ່າ​ເພາະ​ຕົນ​ມີ​ລູກ​ບໍ່ໄດ້ ຈຶ່ງ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ບໍ່ໄດ້.


ຄົນ​ຜິວ​ດຳ​ປ່ຽນ​ຜິວໜັງ​ຂອງຕົນ​ໄດ້​ບໍ? ຫລື​ເສືອດາວ​ຈະ​ລືບ​ຈຸດ​ຕາມ​ໜັງ​ຂອງ​ມັນ​ໄດ້​ບໍ? ຖ້າ​ໄດ້ ຖ້າດັ່ງນັ້ນ ເຈົ້າ​ຜູ້​ເຄີຍ​ເຮັດ​ແຕ່​ການ​ຊົ່ວ​ກໍ​ຮຽນຮູ້​ເຮັດ​ການ​ດີ​ໄດ້.


ລາວ​ຈຶ່ງ​ສັ່ງ​ຄົນ​ໃຫ້​ຂ້ຽນຕີ ແລະ​ລ່າມໂສ້​ຂ້າພະເຈົ້າ​ໄວ້ ທີ່​ຂ້າງ​ເທິງ​ໃກ້​ກັບ​ປະຕູ​ເບັນຢາມິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ແລ້ວ​ພວກ​ເຈົ້ານາຍ​ແລະ​ປະຊາຊົນ​ກໍ​ເວົ້າ​ຕໍ່​ບັນດາ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ເວົ້າ​ກັບ​ພວກເຮົາ ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ; ລາວ​ບໍ່​ສົມຄວນ​ຖືກ​ສັງຫານ.”


ຂ້າພະເຈົ້າ​ໄດ້​ຂຽນ​ຈົດໝາຍ​ນີ້ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ, ມານດາ​ຂອງເພິ່ນ, ບັນດາ​ຂ້າຣາຊການ​ໃນ​ວັງ, ພວກ​ເຈົ້ານາຍ​ຂອງ​ຢູດາຍ ແລະ​ຂອງ​ນະຄອນ​ເຢຣູຊາເລັມ, ພວກ​ຊ່າງສີມື ແລະ​ພວກ​ກຳມະກອນ​ທີ່​ຊຳນິ​ຊຳນານ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ແຕ່​ເມື່ອ​ຂ້າພະເຈົ້າ​ມາຮອດ​ປະຕູ​ເບັນຢາມິນ ກໍ​ມີ​ນາຍ​ທະຫານ​ຮັບຜິດຊອບ​ການ​ເຝົ້າຍາມ​ຄົນ​ໜຶ່ງ​ຊື່​ວ່າ​ອີຣີຢາ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ຫລານຊາຍ​ຂອງ​ຮານານີຢາ ຢັບຢັ້ງ​ຂ້າພະເຈົ້າ​ໄວ້ ແລະ​ກ່າວ​ວ່າ, “ເຈົ້າ​ກຳລັງ​ຈະ​ໜີໄປ​ຫາ​ພວກ​ບາບີໂລນ.”


ສະນັ້ນ ເອເບັດ-ເມເຫລັກ​ຈຶ່ງ​ໄປ​ທີ່​ນັ້ນ ແລະ​ກ່າວ​ແກ່​ກະສັດ​ວ່າ,


ພວກເຈົ້າ​ກຽດຊັງ​ຜູ້​ທີ່​ກ່າວຕຳໜິ​ໃນ​ຄວາມ​ຍຸຕິທຳ ແລະ​ດູຖູກ​ລາວ​ຜູ້​ທີ່​ເວົ້າ​ຄວາມຈິງ.


ຂົງເຂດ​ທັງໝົດ ແຕ່​ເກບາ​ທາງ​ທິດເໜືອ​ຫາ​ຣິມໂມນ​ທາງ​ທິດໃຕ້ ຈະ​ເປັນ​ບ່ອນ​ຮາບພຽງ. ນະຄອນ​ເຢຣູຊາເລັມ​ຈະ​ສູງ​ເດັ່ນ​ໃນ​ດິນແດນ​ທີ່​ອ້ອມຮອບ​ນັ້ນ; ນະຄອນ​ນີ້​ຈະ​ມີ​ອານາເຂດ​ຢຽດ​ອອກ​ໄປ ແຕ່​ປະຕູ​ເບັນຢາມິນ​ຈົນຮອດ​ປະຕູ​ແຈ ບ່ອນ​ທີ່​ປະຕູ​ເມືອງ​ແຕ່ກ່ອນ​ຕັ້ງ​ຢູ່ ແລະ​ຈາກ​ຫໍຄອຍ​ຮານາເນນ ເຖິງ​ບ່ອນ​ບີບ​ເຫຼົ້າ​ອະງຸ່ນ​ຂອງ​ກະສັດ.


“ດັ່ງນັ້ນແຫລະ ຄົນ​ທີ່​ເປັນ​ຜູ້ປາຍ ຈະ​ກັບ​ເປັນ​ຜູ້ຕົ້ນ ແລະ​ຜູ້​ທີ່​ເປັນ​ຜູ້ຕົ້ນ ກໍ​ຈະ​ກັບ​ເປັນ​ຜູ້ປາຍ.”


ພໍ່​ແມ່​ຕ້ອງ​ນຳ​ລູກຊາຍ​ຂອງ​ຕົນ​ໄປ​ຫາ​ພວກ​ຜູ້ນຳ​ໃນ​ເມືອງ​ທີ່​ຕົນ​ອາໄສ​ຢູ່ ແລະ​ນຳ​ລາວ​ຂຶ້ນ​ສານ.


ລາວ​ແລ່ນ​ເຂົ້າ​ໄປ​ໃນ​ເມືອງໃດ​ເມືອງໜຶ່ງ​ໃນ​ເມືອງ​ເຫຼົ່ານີ້​ໄດ້ ຄື​ໄປ​ທີ່​ສານ​ບ່ອນ​ຕັດສິນ​ຄວາມ​ທີ່​ປະຕູ​ເຂົ້າ​ເມືອງ ແລະ​ອະທິບາຍ​ເຫດການ​ທີ່​ເກີດຂຶ້ນ​ແກ່​ພວກຜູ້ນຳ. ແລ້ວ​ພວກຜູ້ນຳ​ກໍ​ຈະ​ອະນຸຍາດ​ໃຫ້​ລາວ​ເຂົ້າ​ໄປ​ໃນ​ເມືອງ ທັງ​ຫາ​ບ່ອນ​ໃຫ້​ລາວ​ຢູ່​ໃນ​ເມືອງ​ຕໍ່ໄປ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka