5 ກະສັດເຊເດກີຢາຕອບວ່າ, “ດີແລ້ວ ຖ້າດັ່ງນັ້ນ ຈົ່ງເຮັດຕໍ່ລາວຕາມທີ່ພວກເຈົ້າຕ້ອງການ; ເຮົາຫ້າມພວກເຈົ້າບໍ່ໄດ້ດອກ.”
ແຕ່ກະສັດດາວິດໄດ້ເວົ້າກັບອາບີໄຊ ແລະໂຢອາບອ້າຍຂອງລາວວ່າ, “ແມ່ນຜູ້ໃດຖາມເອົາຄວາມຄິດເຫັນນຳພວກເຈົ້າ? ພວກເຈົ້າຈະເຮັດໃຫ້ເຮົາເດືອດຮ້ອນອີກບໍ? ດຽວນີ້ເຮົາເອງເປັນກະສັດຂອງຊາດອິດສະຣາເອນ ແລະວັນນີ້ຈະບໍ່ມີຄົນອິດສະຣາເອນຜູ້ໃດຖືກປະຫານຊີວິດ.”
ເຖິງແມ່ນວ່າເຮົາເປັນກະສັດທີ່ພຣະເຈົ້າໄດ້ຊົງຫົດສົງ, ແຕ່ເຮົາກໍຮູ້ສຶກອ່ອນແອໃນວັນນີ້. ພວກລູກຊາຍຂອງນາງເຊຣູອີຢານີ້ຊ່າງໂຫດຮ້າຍແກ່ເຮົາແທ້ນໍ ຂໍໃຫ້ພຣະເຈົ້າຢາເວລົງໂທດຄາດຕະກອນເຫຼົ່ານີ້ ຕາມທີ່ພວກເຂົາຄວນຈະໄດ້ຮັບເຖີດ.”
ຜູ້ທີ່ກັງວົນນຳຄົນເວົ້າໃຫ້ ກໍເປັນອັນຕະລາຍ, ແຕ່ຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ ກໍມີຄວາມປອດໄພ.
ສຳລັບຂ້າພະເຈົ້ານັ້ນແມ່ນຢູ່ໃນກຳມືຂອງພວກທ່ານແລ້ວ ຈົ່ງເຮັດກັບຂ້າພະເຈົ້າຕາມທີ່ພວກທ່ານເຫັນດີແລະຖືກຕ້ອງເທີ້ນ.
ຕໍ່ມາ ກະສັດເຊເດກີຢາໄດ້ໃຊ້ຄົນໄປນຳເອົາຂ້າພະເຈົ້າອອກມາ ແລະຢູ່ທີ່ຣາຊວັງນັ້ນ ເພິ່ນຖາມຂ້າພະເຈົ້າເປັນທາງລັບວ່າ, “ມີຖ້ອຍຄຳຫຍັງແດ່ຈາກພຣະເຈົ້າຢາເວ?” ຂ້າພະເຈົ້າຕອບວ່າ, “ມີຢູ່ທ່ານເອີຍ” ແລະຂ້າພະເຈົ້າກໍກ່າວຕື່ມວ່າ, “ທ່ານຈະຖືກມອບໃຫ້ກະສັດແຫ່ງບາບີໂລນ.”
ດັ່ງນັ້ນ ກະສັດຈຶ່ງອອກຄຳສັ່ງໃຫ້ໂຍນດານີເອນເຂົ້າໄປໃນຖໍ້າສິງ. ເພິ່ນກ່າວຕໍ່ດານີເອນວ່າ, “ຂໍພຣະເຈົ້າຂອງເຈົ້າ ຜູ້ທີ່ເຈົ້າບົວລະບັດຮັບໃຊ້ດ້ວຍຄວາມຈົງຮັກພັກດີນັ້ນ ຊ່ວຍກູ້ເອົາເຈົ້າເຖີດ.”
ພວກເຂົາເອົາກ້ອນຫີນມາອັດປາກຖໍ້າໄວ້ ແລະກະສັດກໍປະທັບກາຂອງເພິ່ນ ແລະກາຂອງພວກເຈົ້ານາຍຊັ້ນສູງໃສ່ເທິງກ້ອນຫີນ ເພື່ອບໍ່ໃຫ້ຜູ້ໃດຊ່ວຍກູ້ເອົາດານີເອນໄດ້.
ກະສັດໂຊນຕອບຄືນວ່າ, “ແມ່ນແລ້ວ ຂ້າພະເຈົ້າໄດ້ເຮັດບາບ ຂ້າພະເຈົ້າບໍ່ໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລະຄຳແນະນຳຂອງທ່ານ. ຂ້າພະເຈົ້າເກງໃຈທະຫານຂອງຂ້າພະເຈົ້າຈຶ່ງເຮັດຕາມທີ່ພວກເຂົາຕ້ອງການ.
ເຈົ້າອາກີເຊຕອບດາວິດວ່າ, “ຂ້ອຍເອງເຫັນພ້ອມ ຂ້ອຍຖືວ່າເຈົ້າເປັນຜູ້ສັດຊື່ດັ່ງເທວະດາຕົນໜຶ່ງຂອງພຣະເຈົ້າ, ແຕ່ບັນດາເຈົ້ານາຍຟີລິດສະຕິນຄົນອື່ນໆໄດ້ບອກວ່າ, ເຈົ້າຈະໄປສູ່ສະໜາມຮົບນຳບໍ່ໄດ້.