Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:4 - ພຣະຄຳພີສັກສິ

4 ແລ້ວ​ບັນດາ​ຂ້າຣາຊການ​ກໍ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ລາວ​ໄດ້​ເຮັດ​ໃຫ້​ພວກ​ທະຫານ​ຢູ່​ໃນ​ເມືອງ​ເສຍກຳລັງໃຈ ໂດຍ​ເວົ້າ​ເຊັ່ນນີ້; ລາວ​ຈະ​ເຮັດ​ຢ່າງ​ດຽວກັນ​ອີກ​ຕໍ່​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ນີ້. ລາວ​ບໍ່ໄດ້​ພະຍາຍາມ​ຊ່ວຍເຫລືອ​ປະຊາຊົນ​ເລີຍ; ລາວ​ມີ​ແຕ່​ຫາ​ຄວາມທຸກ​ມາ​ໃຫ້​ພວກເຂົາ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:4
25 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ອາຮາບ​ເຫັນ​ເອລີຢາ ເພິ່ນ​ກໍ​ເວົ້າ​ວ່າ, “ເຈົ້າ​ໄລ່​ທັນ​ເຮົາ​ແລ້ວ​ຊັ້ນບໍ ສັດຕູ​ຂອງເຮົາ​ເອີຍ?” ເອລີຢາ​ຕອບ​ວ່າ, “ແມ່ນແລ້ວ ທ່ານ​ໄດ້​ອຸທິດຕົວ​ຢ່າງ​ໝົດສິ້ນ ກະທຳ​ໃນ​ສິ່ງ​ທີ່​ຜິດ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ.


ກະສັດ​ໂຢອາດ​ໄດ້​ຮ່ວມ​ຄິດ​ຮ້າຍ​ຕໍ່ສູ້​ເຊກາຣີຢາ ແລະ​ຕາມ​ຄຳສັ່ງ​ກະສັດ ປະຊາຊົນ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ພວກ​ຂ້ານ້ອຍ​ຂໍຮຽນ​ໃຫ້​ທ່ານ​ຊາບ​ວ່າ ຊາວຢິວ​ແຕ່​ແຄວ້ນ​ອື່ນໆ​ຂອງທ່ານ​ທີ່​ໄດ້​ມາ​ຢູ່​ໃນ​ບ່ອນ​ນີ້ ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້​ສ້າງ​ເມືອງ​ຊົ່ວຊ້າ ແລະ​ເມືອງ​ຂອງ​ພວກ​ກະບົດ​ຂຶ້ນ​ໃໝ່. ພວກເຂົາ​ເລີ່ມ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ອີກ​ບໍ່ດົນ​ກໍ​ຈະ​ສຳເລັດ.


ພວກເຂົາ​ພະຍາຍາມ​ຂົ່ມຂູ່​ພວກເຮົາ​ໃຫ້​ຢ້ານກົວ ແລະ​ເຮັດ​ໃຫ້​ວຽກງານ​ຢຸດ​ສະງັກ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ ບັດນີ້ ໂຜດ​ເຮັດ​ໃຫ້​ຂ້ານ້ອຍ​ເຂັ້ມແຂງ​ດ້ວຍ​ເຖີດ.”


ແຕ່​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ກ່າວ​ແກ່​ພວກເພິ່ນ​ວ່າ, “ໂມເຊ​ແລະ​ອາໂຣນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ໃຫ້​ປະຊາຊົນ ປະຖິ້ມ​ວຽກ​ຂອງ​ພວກເຂົາ​ໄປ? ຈົ່ງ​ໃຫ້​ພວກ​ທາດຮັບໃຊ້​ເຫຼົ່ານີ້​ກັບຄືນ​ໄປ​ເຮັດ​ວຽກ​ດຽວ​ນີ້!


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຊາວ​ອານາທົດ​ຕ້ອງການ​ໃຫ້​ຂ້າພະເຈົ້າ​ຖືກ​ຂ້າ ແລະ​ພວກເຂົາ​ກໍ​ບອກ​ວ່າ, ພວກເຂົາ​ຈະ​ຂ້າ​ຂ້າພະເຈົ້າ​ເສຍ ຖ້າ​ຂ້າພະເຈົ້າ​ຍັງ​ສືບຕໍ່​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຢູ່.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້​ແຜນການ​ຂອງ​ພວກເຂົາ​ທັງໝົດ ທີ່​ຈະ​ສັງຫານ​ຂ້ານ້ອຍ. ຂໍ​ຢ່າ​ອະໄພ​ຄວາມຜິດ ແລະ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ. ຈົ່ງ​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ຢ່າງ​ພ່າຍແພ້ ແລະ​ຈັດການ​ກັບ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ສາ​ເຖີດ.”


ແລ້ວ​ພວກ​ປະໂຣຫິດ​ກັບ​ພວກ​ຜູ້ທຳນວາຍ ກໍໄດ້​ກ່າວ​ຕໍ່​ພວກ​ເຈົ້ານາຍ ແລະ​ປະຊາຊົນ​ນັ້ນ​ວ່າ, “ຊາຍ​ຄົນ​ນີ້​ສົມຄວນ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ເພາະ​ລາວ​ໄດ້​ກ່າວ​ໃສ່ຮ້າຍ​ເມືອງ​ຂອງ​ພວກເຮົາ. ພວກທ່ານ​ກໍ​ໄດ້​ຍິນ​ກັບ​ຫູ​ຂອງ​ພວກທ່ານ​ເອງ​ແລ້ວ.”


ຈົ່ງ​ພັດທະນາ​ບ້ານເມືອງ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄປ​ອາໄສ​ຢູ່ ໃນ​ຖານະ​ຊະເລີຍເສິກ​ນັ້ນ​ໃຫ້​ດີ. ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຂົາ ເພາະ​ຖ້າ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ ພວກເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.’


ດັ່ງນັ້ນ ກະສັດ​ເຊເດກີຢາ​ຈຶ່ງ​ສັນຍາ​ກັບ​ຂ້າພະເຈົ້າ​ເປັນ​ທາງ​ລັບ​ວ່າ, “ເຮົາ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ຄື​ພຣະເຈົ້າ​ອົງ​ໃຫ້​ຊີວິດ​ແກ່​ພວກເຮົາ​ວ່າ ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ໃຫ້​ເຖິງ​ຕາຍ ຫລື​ຈະ​ບໍ່​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງ​ຄົນ​ທີ່​ຢາກ​ຈະ​ຂ້າ​ເຈົ້າ.”


ແຕ່​ຖ້າ​ພວກ​ຂ້າຣາຊການ​ໄດ້ຍິນ​ວ່າ​ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ; ພວກເຂົາ​ກໍ​ຈະ​ມາ​ຖາມ​ເລື່ອງ​ທີ່​ພວກເຮົາ​ເວົ້າ​ກັນ​ນັ້ນ. ພວກເຂົາ​ຈະ​ສັນຍາ​ວ່າ​ຈະ​ບໍ່​ຂ້າ​ເຈົ້າ ຖ້າ​ເຈົ້າ​ບອກ​ທຸກໆ​ສິ່ງ​ແກ່​ພວກເຂົາ.


ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຍຸແຫຍ່​ເຈົ້າ​ໃຫ້​ຕໍ່ສູ້​ພວກເຮົາ ເພື່ອ​ວ່າ​ຊາວ​ບາບີໂລນ​ຈະ​ໄດ້​ມີ​ອຳນາດ​ເໜືອ​ພວກເຮົາ ແລະ​ຂ້າ​ພວກເຮົາ ຫລື​ຈັບ​ພວກເຮົາ​ທັງໝົດ​ໄປ​ບາບີໂລນ​ຄືກັນ.”


ບັນດາ​ເຈົ້ານາຍ​ຂອງ​ອິດສະຣາເອນ​ເປັນ​ດັ່ງ​ໝາປ່າ​ທີ່​ກຳລັງ​ຈີກ​ສັດ ຊຶ່ງ​ພວກ​ຕົນ​ໄດ້​ຂ້າ​ນັ້ນ​ເປັນ​ຕ່ອນໆ. ພວກເຂົາ​ກໍ່​ການ​ຄາດຕະກຳ​ເພື່ອ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ຕົນ.


ແລ້ວ​ອາມາຊີຢາ ປະໂຣຫິດ​ແຫ່ງ​ເມືອງ​ເບັດເອນ ກໍ​ລາຍງານ​ໃຫ້​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ​ວ່າ, “ອາໂມດ​ກຳລັງ​ວາງແຜນ​ຄົບຄິດ​ກັບ​ພວກ​ປະຊາຊົນ ກະບົດ​ຕໍ່ສູ້​ທ່ານ. ຄຳ​ເວົ້າ​ຂອງ​ລາວ​ຈະ​ທຳລາຍ​ປະເທດ.


ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເລີ່ມ​ກ່າວ​ຟ້ອງ​ພຣະອົງ​ວ່າ, “ພວກເຮົາ​ຈັບ​ຄົນ​ນີ້​ໄດ້ ໃນ​ຂະນະທີ່​ກຳລັງ​ຊັກຊວນ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ກໍ່​ການ​ປັ່ນປ່ວນ ໂດຍ​ຫ້າມ​ບໍ່​ໃຫ້​ເສຍສ່ວຍ​ແກ່​ຈັກກະພັດ ແລະ​ອ້າງ​ຕົນ​ວ່າ ເປັນ​ພຣະຄຣິດ​ຄື​ກະສັດ​ຜູ້ໜຶ່ງ.”


ພວກເຂົາ​ນຳ​ທ່ານ​ທັງສອງ​ມາ​ຫາ​ພວກ​ຜູ້ປົກຄອງ ແລະ​ເວົ້າ​ວ່າ, “ສອງ​ຄົນ​ນີ້​ເປັນ​ຢິວ ແລະ​ພວກເຂົາ​ໄດ້​ກໍ່​ການ​ວຸ້ນວາຍ​ຂຶ້ນ​ໃນ​ເມືອງ​ຂອງ​ພວກເຮົາ.


ແຕ່​ເມື່ອ​ບໍ່​ພົບ ພວກເຂົາ​ຈຶ່ງ​ລາກ​ຢາຊົນ​ກັບ​ຜູ້​ທີ່​ເຊື່ອ​ບາງຄົນ​ໄປ​ຫາ​ຜູ້ປົກຄອງ ແລະ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ພວກ​ຂວໍ້າໂລກ​ມະນຸດ ໄດ້​ມາ​ທີ່​ນີ້​ແລ້ວ


ພວກ​ຂ້າພະເຈົ້າ​ເຫັນ​ວ່າ ຊາຍ​ຄົນ​ນີ້​ເປັນ​ໄພ​ອັນຕະລາຍ​ຢ່າງ​ຮ້າຍແຮງ​ຕໍ່​ບ້ານ​ເມືອງ, ລາວ​ຍຸແຍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ ໃນ​ທ່າມກາງ​ພວກ​ຢິວ​ທົ່ວ​ໂລກນີ້ ແລະ​ລາວ​ກໍ​ເປັນ​ຜູ້ນຳ​ຂອງ​ລັດທິ​ນາຊາເຣັດ.


ແຕ່​ພວກເຮົາ​ຕ້ອງການ​ຢາກ​ໄດ້ຍິນ​ຄວາມ​ຄິດເຫັນ​ຂອງທ່ານ ເພາະ​ພວກເຮົາ​ຮູ້​ວ່າ ຝ່າຍ​ນິກາຍ​ນີ້​ຖືກ​ຂັດຂວາງ​ຢູ່​ທຸກທີ່​ທຸກບ່ອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka