3 ຂ້າພະເຈົ້າບອກເຂົາເຊັ່ນດຽວກັນວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້: ‘ເຮົາຈະມອບເມືອງນີ້ໃຫ້ແກ່ກອງທັບບາບີໂລນ ແລະພວກເຂົາຈະຢຶດເມືອງນີ້.”’
ເຮົາຕັ້ງໃຈໄວ້ແລ້ວວ່າ ເຮົາຈະບໍ່ຊ່ວຍເມືອງນີ້ແຕ່ຈະທຳລາຍມັນຖິ້ມ. ເຮົາຈະມອບເມືອງນີ້ໃຫ້ກະສັດແຫ່ງບາບີໂລນ ແລະລາວກໍຈະຈູດມັນຖິ້ມໃຫ້ໝົດກ້ຽງ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.”
“ໃຫ້ພວກເຈົ້າບອກເຈົ້າເຊເດກີຢາວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ບອກວ່າ: ເຊເດກີຢາເອີຍ ເຮົາຈະເອົາຊະນະກອງທັບຂອງເຈົ້າ ທີ່ຈະຕໍ່ສູ້ກັບກອງທັບກະສັດແຫ່ງບາບີໂລນ. ເຮົາຈະກອງອາວຸດຍຸດທະພັນຂອງທະຫານຂອງເຈົ້າທີ່ກາງເມືອງ.
ຜູ້ໃດຜູ້ໜຶ່ງທີ່ຢູ່ໃນເມືອງຈະຖືກຂ້າໃນສົງຄາມ ຫລືໂດຍການຕາຍອຶດຕາຍຫິວ ຫລືໂດຍເຈັບໄຂ້ໄດ້ປ່ວຍ, ແຕ່ຜູ້ໃດຜູ້ໜຶ່ງທີ່ອອກໄປຍອມຈຳນົນຕໍ່ພວກບາບີໂລນ ທີ່ກຳລັງໂຈມຕີເມືອງຢູ່ໃນເວລານີ້ຈະບໍ່ຖືກຂ້າ; ຢ່າງໜ້ອຍລາວຈະຊ່ວຍຊີວິດຕົນໃຫ້ພົ້ນໄດ້.
ຈົ່ງຟັງພຣະເຈົ້າຢາເວກ່າວກ່ຽວກັບກະສັດ ຜູ້ທີ່ປົກຄອງອານາຈັກ ຊຶ່ງເຈົ້າດາວິດໄດ້ປົກຄອງແລະກ່ຽວກັບປະຊາຊົນຢູ່ໃນເມືອງນັ້ນ ຄືກ່າວຕໍ່ພີ່ນ້ອງທີ່ບໍ່ໄດ້ຖືກຈັບມາເປັນຊະເລີຍພ້ອມກັບພວກເຈົ້າ.
ແລ້ວກອງທັບບາບີໂລນກໍຈະກັບຄືນມາໂຈມຕີເມືອງນີ້ ທັງຢຶດເມືອງແລະຈູດເມືອງຖິ້ມ.’
ແຕ່ຖ້າທ່ານບໍ່ຍອມຈຳນົນ ເມືອງນີ້ກໍຈະຖືກຊາວບາບີໂລນຢຶດ ພ້ອມທັງຈູດໃຫ້ພັງພິນາດໄປ ແລະທ່ານຈະປົບໜີຈາກພວກເຂົາໄປບໍ່ໄດ້.”’