Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:28 - ພຣະຄຳພີສັກສິ

28 ຂ້າພະເຈົ້າ​ຖືກ​ຄວບຄຸມ​ຕົວ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ ຈົນເຖິງ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ແຕກ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:28
12 Jak'a apnaqawi uñst'ayäwi  

ເຖິງ​ວ່າ​ຜ່ານ​ຮ່ອມພູ​ອັນ​ມືດໜາ ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ເພາະ​ພຣະອົງ​ຢູ່​ດ້ວຍ. ໄມ້ຄ້ອນ​ແລະ​ໄມ້ເທົ້າ​ຂອງ​ພຣະອົງ ກໍ​ປົກປ້ອງ​ຮັກສາ​ຂ້ານ້ອຍ​ໃຫ້​ພົ້ນ.


ໃນ​ຂະນະທີ່​ຂ້າພະເຈົ້າ​ຢູ່​ໃນ​ຄຸກ​ຂອງ​ບໍລິເວນ​ຣາຊວັງ​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ຂ້າພະເຈົ້າ​ອີກ​ວ່າ,


ຂ້າແດ່​ພະຣາຊາ ບັດນີ້​ຂໍ​ທ່ານ​ຟັງ ແລະ​ເຮັດ​ຕາມ​ຂ້ານ້ອຍ​ຂໍຮ້ອງ​ດ້ວຍ. ຢ່າ​ສົ່ງ​ຂ້ານ້ອຍ​ກັບຄືນ​ໄປ​ຄຸກ​ທີ່​ຢູ່​ເຮືອນ​ຂອງ​ໂຢນາທານ​ເລີຍ. ຖ້າ​ທ່ານ​ຂືນ​ສົ່ງ​ໄປ ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ຢູ່​ທີ່​ນັ້ນ​ເປັນແນ່.”


ສະນັ້ນ ກະສັດ​ເຊເດກີຢາ​ຈຶ່ງ​ມີ​ຄຳສັ່ງ ໃຫ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ. ຂ້າພະເຈົ້າ​ໄດ້​ຢູ່​ທີ່ນັ້ນ ແຕ່ລະວັນ ຂ້າພະເຈົ້າ​ໄດ້​ຮັບ​ເຂົ້າຈີ່​ກ້ອນ​ໜຶ່ງ​ຈາກ​ໂຮງ​ເຮັດ​ເຂົ້າຈີ່​ຈົນ​ເຂົ້າຈີ່​ໃນ​ເມືອງ​ໝົດ.


ແລະ​ພວກເຂົາ​ກໍ​ດຶງ​ເອົາ​ຂ້າພະເຈົ້າ​ຂຶ້ນ​ມາ​ຈາກ​ນໍ້າສ້າງ. ຫລັງຈາກ​ນັ້ນ ຂ້າພະເຈົ້າ​ກໍໄດ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ອີກ​ຕໍ່ໄປ.


ແລ້ວ​ຂ້າຣາຊການ​ທັງໝົດ​ກໍໄດ້​ມາ​ຖາມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍໄດ້​ບອກ​ພວກເຂົາ​ຕາມ​ທີ່​ກະສັດ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ. ແລ້ວ​ພວກເຂົາ​ກໍ​ບໍ່ໄດ້​ຊັກຖາມ​ຫຍັງ​ອີກ​ຕໍ່ໄປ ເພາະ​ເລື່ອງ​ທີ່​ສົນທະນາກັນ​ນັ້ນ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ເລີຍ.


ດັ່ງນັ້ນ ເນບູຊາຣາດານ​ພ້ອມ​ດ້ວຍ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ສອງ​ຄົນ ຄື​ເນບູຊັດບານ ແລະ​ເນການ-ຊາເຣເຊ ພ້ອມ​ກັບ​ເຈົ້ານາຍ​ຄົນອື່ນໆ​ອີກ​ຂອງ​ກະສັດ​ແຫ່ງ​ບາບີໂລນ


ຈຶ່ງ​ໄດ້​ນຳ​ຂ້າພະເຈົ້າ​ມາ​ຈາກ​ເດີ່ນ​ຂອງ​ຣາຊວັງ. ພວກເຂົາ​ໄດ້​ມອບ​ຂ້າພະເຈົ້າ​ໄວ້​ຢູ່​ໃຕ້​ຄວາມ​ເບິ່ງແຍງ​ຂອງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ ແລະ​ໃຫ້​ນຳ​ຂ້າພະເຈົ້າ​ເມືອ​ເຖິງ​ເຮືອນ​ຂອງ​ຂ້າພະເຈົ້າ​ຢ່າງ​ປອດໄພ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຢູ່​ນຳ​ປະຊາຊົນ​ໃນ​ທີ່ນັ້ນ.


ໃນ​ຂະນະທີ່​ຂ້າພະເຈົ້າ​ໄດ້​ຖືກ​ຄວບຄຸມ​ຕົວ​ຢູ່​ທີ່​ເດີ່ນ​ຂອງ​ຣາຊວັງ​ນີ້ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,


ການ​ຖືກ​ຂົ່ມເຫັງ ແລະ​ຄວາມ​ທົນທຸກ​ລຳບາກ​ຂອງເຮົາ ເຈົ້າ​ກໍ​ຮູ້ຈັກ​ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ເມືອງ​ອີໂກນີອົມ ແລະ​ໃນ​ເມືອງ​ລີສະຕຣາ ຄື​ການ​ຖືກ​ຂົ່ມເຫັງ​ອັນ​ໜັກໜ່ວງ​ທີ່​ເຮົາ​ໄດ້​ທົນ​ເອົາ​ນັ້ນ, ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊ່ວຍກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka