Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:27 - ພຣະຄຳພີສັກສິ

27 ແລ້ວ​ຂ້າຣາຊການ​ທັງໝົດ​ກໍໄດ້​ມາ​ຖາມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍໄດ້​ບອກ​ພວກເຂົາ​ຕາມ​ທີ່​ກະສັດ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ. ແລ້ວ​ພວກເຂົາ​ກໍ​ບໍ່ໄດ້​ຊັກຖາມ​ຫຍັງ​ອີກ​ຕໍ່ໄປ ເພາະ​ເລື່ອງ​ທີ່​ສົນທະນາກັນ​ນັ້ນ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ເລີຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:27
7 Jak'a apnaqawi uñst'ayäwi  

ແລ້ວ​ເອລີຊາ​ກໍ​ໄປ​ຫາ​ພວກເຂົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ມາ​ຜິດ​ທາງ; ນີ້​ບໍ່ແມ່ນ​ເມືອງ​ທີ່​ພວກເຈົ້າ​ກຳລັງ​ຊອກຫາ. ຈົ່ງ​ຕາມ​ຂ້ອຍ​ມາ ຂ້ອຍ​ຈະ​ນຳ​ພວກເຈົ້າ​ໄປ​ຫາ​ຊາຍ​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ.” ແລ້ວ​ເພິ່ນ​ກໍ​ນຳ​ພວກເຂົາ​ໄປ​ທີ່​ນະຄອນ​ຊາມາເຣຍ.


ແຕ່​ຖ້າ​ພວກ​ຂ້າຣາຊການ​ໄດ້ຍິນ​ວ່າ​ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ; ພວກເຂົາ​ກໍ​ຈະ​ມາ​ຖາມ​ເລື່ອງ​ທີ່​ພວກເຮົາ​ເວົ້າ​ກັນ​ນັ້ນ. ພວກເຂົາ​ຈະ​ສັນຍາ​ວ່າ​ຈະ​ບໍ່​ຂ້າ​ເຈົ້າ ຖ້າ​ເຈົ້າ​ບອກ​ທຸກໆ​ສິ່ງ​ແກ່​ພວກເຂົາ.


ຈົ່ງ​ບອກ​ພວກເຂົາ​ພຽງແຕ່​ວ່າ ເຈົ້າ​ຂໍຮ້ອງ​ເຮົາ​ບໍ່​ໃຫ້​ສົ່ງ​ເຈົ້າ​ກັບຄືນ​ໄປ​ຕາຍ​ທີ່​ຄຸກ​ເທົ່ານັ້ນ.”


ຂ້າພະເຈົ້າ​ຖືກ​ຄວບຄຸມ​ຕົວ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ ຈົນເຖິງ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ແຕກ.


ເມື່ອ​ໂປໂລ​ສັງເກດ​ເຫັນ​ວ່າ ໃນ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ນີ້ ຄົນ​ສ່ວນ​ໜຶ່ງ​ເປັນ​ພວກ​ຊາດູກາຍ ແລະ​ຄົນ​ສ່ວນ​ໜຶ່ງ​ອີກ​ເປັນ​ພວກ​ຟາຣີຊາຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ກອງ​ປະຊຸມ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ເປັນ​ຟາຣີຊາຍ ແລະ​ເປັນ​ລູກ​ຂອງ​ຄົນ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ທີ່​ນີ້ ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka