24 ກະສັດເຊເດກີຢາຕອບວ່າ, “ຢ່າໃຫ້ຜູ້ໃດຜູ້ໜຶ່ງຮູ້ເລື່ອງທີ່ເວົ້າມານີ້ ແລະຊີວິດຂອງເຈົ້າກໍຈະບໍ່ເປັນອັນຕະລາຍ.
ຕໍ່ມາ ກະສັດເຊເດກີຢາໄດ້ໃຊ້ຄົນໄປນຳເອົາຂ້າພະເຈົ້າອອກມາ ແລະຢູ່ທີ່ຣາຊວັງນັ້ນ ເພິ່ນຖາມຂ້າພະເຈົ້າເປັນທາງລັບວ່າ, “ມີຖ້ອຍຄຳຫຍັງແດ່ຈາກພຣະເຈົ້າຢາເວ?” ຂ້າພະເຈົ້າຕອບວ່າ, “ມີຢູ່ທ່ານເອີຍ” ແລະຂ້າພະເຈົ້າກໍກ່າວຕື່ມວ່າ, “ທ່ານຈະຖືກມອບໃຫ້ກະສັດແຫ່ງບາບີໂລນ.”
ແລ້ວຂ້າພະເຈົ້າກໍໄດ້ກ່າວຕື່ມວ່າ, “ນາງສະໜົມທັງໝົດພ້ອມດ້ວຍລູກໆຂອງທ່ານ ຈະຖືກນຳໄປມອບໃຫ້ຊາວບາບີໂລນ; ທ່ານເອງຈະປົບໜີໄປຈາກພວກເຂົາບໍ່ໄດ້. ສ່ວນທ່ານເອງກໍຈະຖືກກະສັດແຫ່ງບາບີໂລນຈັບໄປເປັນຊະເລີຍເສິກ ແລະເມືອງນີ້ທັງໝົດຈະຖືກຈູດເຜົາໃຫ້ພັງພິນາດຈົນກ້ຽງ.”
ແຕ່ຖ້າພວກຂ້າຣາຊການໄດ້ຍິນວ່າເຮົາໄດ້ເວົ້າກັບເຈົ້າ; ພວກເຂົາກໍຈະມາຖາມເລື່ອງທີ່ພວກເຮົາເວົ້າກັນນັ້ນ. ພວກເຂົາຈະສັນຍາວ່າຈະບໍ່ຂ້າເຈົ້າ ຖ້າເຈົ້າບອກທຸກໆສິ່ງແກ່ພວກເຂົາ.