Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:23 - ພຣະຄຳພີສັກສິ

23 ແລ້ວ​ຂ້າພະເຈົ້າ​ກໍໄດ້​ກ່າວ​ຕື່ມ​ວ່າ, “ນາງ​ສະໜົມ​ທັງໝົດ​ພ້ອມ​ດ້ວຍ​ລູກໆ​ຂອງທ່ານ ຈະ​ຖືກ​ນຳ​ໄປ​ມອບ​ໃຫ້​ຊາວ​ບາບີໂລນ; ທ່ານເອງ​ຈະ​ປົບໜີໄປ​ຈາກ​ພວກເຂົາ​ບໍ່ໄດ້. ສ່ວນ​ທ່ານເອງ​ກໍ​ຈະ​ຖືກ​ກະສັດ​ແຫ່ງ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍເສິກ ແລະ​ເມືອງ​ນີ້​ທັງໝົດ​ຈະ​ຖືກ​ຈູດເຜົາ​ໃຫ້​ພັງ​ພິນາດ​ຈົນກ້ຽງ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:23
18 Jak'a apnaqawi uñst'ayäwi  

ພວກ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຖືກ​ຂ້າ​ຕໍ່ໜ້າ​ເພິ່ນ; ແລ້ວ​ເນບູກາເນັດຊາ​ກໍໄດ້​ໃຫ້​ເຂົາ​ເຈາະ​ໜ່ວຍຕາ​ເຊເດກີຢາ, ລ່າມໂສ້​ເພິ່ນ​ໄວ້ ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.


ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ເຮົາ​ຈະ​ບໍ່​ຊ່ວຍ​ເມືອງ​ນີ້​ແຕ່​ຈະ​ທຳລາຍ​ມັນ​ຖິ້ມ. ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ກະສັດ​ແຫ່ງ​ບາບີໂລນ ແລະ​ລາວ​ກໍ​ຈະ​ຈູດ​ມັນ​ຖິ້ມ​ໃຫ້​ໝົດກ້ຽງ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ແລະ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ກໍ​ຈະ​ປົບໜີໄປ​ບໍ່ໄດ້. ລາວ​ຈະ​ຖືກ​ຈັບ​ສົ່ງ​ໄປ​ໃຫ້​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ໄດ້​ເຫັນ​ກະສັດ​ແຫ່ງ​ບາບີໂລນ​ໜ້າຕໍ່ໜ້າ ທັງ​ຈະ​ເວົ້າ​ກັບ​ລາວ​ຕົວຕໍ່ຕົວ.


ເຈົ້າ​ຈະ​ປົບໜີ​ໄປ​ບໍ່ໄດ້; ເຈົ້າ​ຈະ​ຖືກ​ຈັບ​ໄປ​ມອບ​ໃຫ້​ລາວ. ເຈົ້າ​ຈະ​ເຫັນ​ລາວ​ໜ້າຕໍ່ໜ້າ​ແລະ​ກ່າວ​ກັບ​ລາວ​ຕົວຕໍ່ຕົວ; ແລ້ວ​ເຈົ້າ​ກໍ​ຈະ​ຖືກ​ນຳ​ໄປ​ທີ່​ບາບີໂລນ.


ແລ້ວ​ກອງທັບ​ບາບີໂລນ​ກໍ​ຈະ​ກັບຄືນ​ມາ​ໂຈມຕີ​ເມືອງນີ້ ທັງ​ຢຶດ​ເມືອງ​ແລະ​ຈູດ​ເມືອງ​ຖິ້ມ.’


ແຕ່​ຖ້າ​ທ່ານ​ບໍ່​ຍອມ​ຈຳນົນ ເມືອງ​ນີ້​ກໍ​ຈະ​ຖືກ​ຊາວ​ບາບີໂລນ​ຢຶດ ພ້ອມ​ທັງ​ຈູດ​ໃຫ້​ພັງ​ພິນາດ​ໄປ ແລະ​ທ່ານ​ຈະ​ປົບໜີ​ຈາກ​ພວກເຂົາ​ໄປ​ບໍ່ໄດ້.”’


ກະສັດ​ເຊເດກີຢາ​ຕອບ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຮູ້​ເລື່ອງ​ທີ່​ເວົ້າ​ມາ​ນີ້ ແລະ​ຊີວິດ​ຂອງເຈົ້າ​ກໍ​ຈະ​ບໍ່​ເປັນ​ອັນຕະລາຍ.


ແຕ່​ກອງທັບ​ພວກ​ບາບີໂລນ​ໄດ້​ໄລ່ຕາມ​ພວກເຂົາ​ໄປ ແລະ​ຈັບ​ກະສັດ​ເຊເດກີຢາ​ໄດ້​ໃນ​ທົ່ງພຽງ​ໃກ້​ກັບ​ເມືອງ​ເຢຣິໂກ. ແລ້ວ​ພວກເຂົາ​ກໍ​ນຳ​ເພິ່ນ​ໄປ​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ; ຢູ່​ທີ່​ນັ້ນ ກະສັດ​ເນບູ​ກາດເນັດຊາ​ໄດ້​ພິພາກສາ​ລົງໂທດ​ເພິ່ນ.


ກະສັດ​ເນບູ​ກາດເນັດຊາ​ໄດ້​ປະຫານ​ຊີວິດ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ຢູ່​ທີ່​ເມືອງ​ຣິບລາ​ຕໍ່ໜ້າ​ຂອງ​ເຈົ້າ​ເຊເດກີຢາ​ເອງ ແລະ​ເພິ່ນ​ກໍໄດ້​ປະຫານ​ບັນດາ​ຂ້າຣາຊການ​ແຫ່ງ​ຢູດາຍ​ເຊັ່ນກັນ.


ຕໍ່ມາ ລາວ​ໄດ້​ເອົາ​ພວກ​ລູກສາວ​ຂອງ​ກະສັດ​ກັບ​ປະຊາຊົນ​ທັງໝົດ ທີ່​ເຫຼືອ​ຢູ່​ໃນ​ເມືອງ​ມີຊະປາ ຊຶ່ງ​ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ໄດ້​ມອບ​ໃຫ້​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ເປັນ​ຜູ້ເບິ່ງແຍງ ໄປ​ເປັນ​ຊະເລີຍເສິກ. ອິດຊະມາເອນ​ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ ແລະ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ເຂດແດນ​ອຳໂມນ.


ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ມອບ​ໃຫ້​ຄົນອື່ນ ພ້ອມ​ທັງ​ທົ່ງນາ​ແລະ​ເມຍ​ຂອງ​ພວກເຂົາ​ກໍ​ເຊັ່ນກັນ​ດ້ວຍ. ເຮົາ​ກຳລັງ​ຈະ​ລົງໂທດ​ປະຊາຊົນ​ໃນ​ດິນແດນ​ນີ້.


ຖ້າ​ຜູ້ທຳນວາຍ​ຜູ້ໜຶ່ງ​ຫລອກລວງ​ຄົນໜຶ່ງ​ຄົນໃດ ໂດຍ​ໃຫ້​ຄຳຕອບ​ຢ່າງ​ຜິດພາດ​ວ່າ ເປັນ​ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຫລອກລວງ​ລາວ. ເຮົາ​ຈະ​ຢຽດ​ມື​ຂອງເຮົາ​ອອກ​ຕໍ່ສູ້​ລາວ ແລະ​ເຮົາ​ຈະ​ທຳລາຍ​ລາວ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ອິດສະຣາເອນ.


ແຕ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ກໍ່​ການ​ກະບົດ ແລະ​ສົ່ງ​ຄະນະ​ຜູ້​ຕາງໜ້າ​ຂອງຕົນ​ໄປ​ປະເທດ​ເອຢິບ ເພື່ອ​ຫາ​ຝູງມ້າ ແລະ​ກອງທັບ​ອັນ​ມີ​ທະຫານ​ຫລວງຫລາຍ​ມາ. ລາວ​ຈະ​ເຮັດ​ຫລ້ອນໜ້າທີ່​ຫລື? ລາວ​ຈະ​ໄປ​ລອດ​ບໍ? ລາວ​ຝ່າຝືນ​ຄຳໝັ້ນ​ສັນຍາ​ໂດຍ​ບໍ່​ຮັບ​ໂທດ​ໄດ້​ບໍ?


ນິມິດ​ນີ້​ຄືກັນ​ກັບ​ຄາວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ເມື່ອ​ພຣະເຈົ້າ​ໄດ້​ສະເດັດ​ມາ​ເພື່ອ​ທຳລາຍ​ນະຄອນ​ເຢຣູຊາເລັມ ແລະ​ຄາວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ. ແລ້ວ​ຂ້າພະເຈົ້າ​ກໍ​ກົ້ມ​ຂາບລົງ​ກັບ​ພື້ນດິນ.


“ຢ່າ​ປ່ອຍ​ໃຫ້​ຕະກຸນ​ໂກຮາດ​ຕ້ອງ​ຖືກ​ຂ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka