Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:22 - ພຣະຄຳພີສັກສິ

22 ຄື​ພວກຜູ້ຍິງ​ທັງໝົດ​ທີ່​ເຫຼືອ​ຢູ່​ໃນ​ຣາຊວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ ຈະ​ຖືກ​ນຳ​ຕົວ​ອອກ​ໄປ​ມອບ​ໃຫ້​ພວກ​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ແລ້ວ​ພວກເຂົາ​ກໍ​ຈະ​ພາກັນ​ຮ້ອງເພງ​ໃສ່​ທ່ານ ໃນ​ຂະນະທີ່​ໄປ​ນັ້ນ​ວ່າ: ‘ເພື່ອນ​ສະໜິດ​ຂອງ​ກະສັດ​ໄດ້​ຫລອກລວງ​ເພິ່ນ ພວກເຂົາ​ບັງຄັບ​ເພິ່ນ​ໃຫ້​ກະທຳ​ຕາມ​ຄວາມຄິດ​ຂອງ​ພວກເຂົາ. ບັດນີ້​ຕີນ​ເພິ່ນ​ກໍໄດ້​ຈົມ​ຢູ່​ໃນ​ຂີ້ຕົມ ເພື່ອນ​ເພິ່ນ​ປົບໜີ​ຈາກ​ເພິ່ນ​ໄປ​ໝົດສິ້ນ.”’

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:22
22 Jak'a apnaqawi uñst'ayäwi  

ແຕ່​ພວກເຈົ້າ​ທໍລະຍົດ​ຂ້ອຍ​ດັ່ງ​ສາຍນໍ້າ​ໂຄ້ງແຄງ ເໝືອນ​ດັ່ງ​ແມ່ນໍ້າ​ໄຫລ​ລົ້ນລັ່ງ​ມາ.


ແມ່ນແຕ່​ໝູ່​ຜູ້​ດີ​ແທ້ໆ​ທີ່​ຂ້ານ້ອຍ​ໄວ້ວາງໃຈ ຜູ້​ທີ່​ຂ້ານ້ອຍ​ໃຫ້​ອາຫານ​ກໍໄດ້​ຫັນ​ມາ​ຕໍ່ສູ້​ຂ້ານ້ອຍ.


ໂຜດ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ການ​ຈົມລົງ​ໃນ​ບຶງ​ຂີ້ຕົມ ໃຫ້​ປອດໄພ​ຈາກ​ນໍ້າ​ເລິກ​ແລະ​ສັດຕູ​ແດ່ທ້ອນ.


ຂ້ານ້ອຍ​ກຳລັງ​ຈົມ​ລົງ​ໃນ​ຂີ້ຕົມ​ທີ່​ບໍ່ມີ​ພື້ນ​ຢັນ ຂ້ານ້ອຍ​ຈົມ​ຢູ່​ໃນ​ນໍ້າ​ເລິກ ແລະ​ຄື້ນ​ກໍ​ກຳລັງ​ດຶງ​ຂ້ານ້ອຍ​ລົງ.


ທຸກຄົນ​ທີ່​ວາງໃຈ​ໃນ​ຮູບເຄົາຣົບ​ທັງ​ຮ້ອງຫາ​ມັນ ກໍ​ຈະ​ຖືກ​ດູໝິ່ນ​ນິນທາ ແລະ​ອັບອາຍ​ຂາຍໜ້າ.”


ເຈົ້າ​ຈະ​ເວົ້າ​ຢ່າງໃດ ເມື່ອ​ຄົນ​ທີ່​ເຈົ້າ​ຄິດວ່າ​ເປັນ​ມິດ ຮົບ​ຊະນະ​ເຈົ້າ ແລະ​ປົກຄອງ​ເຈົ້າ? ເຈົ້າ​ຈະ​ເຈັບປວດ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ.


ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”


ຢ່າ​ສູ່​ຟັງ​ພວກ​ຜູ້ທຳນວາຍ ທີ່​ບອກ​ທ່ານ​ບໍ່​ໃຫ້​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ເພິ່ນ. ພວກເຂົາ​ກຳລັງ​ລໍ້ລວງ​ທ່ານ.


ພຣະເຈົ້າຢາເວ​ເອງ​ກ່າວ​ວ່າ​ພຣະອົງ​ບໍ່ໄດ້​ໃຊ້​ພວກເຂົາ​ມາ ແລະ​ກ່າວ​ວ່າ​ພວກເຂົາ​ກຳລັງ​ຕົວະ​ທ່ານ​ໂດຍ​ໃຊ້​ນາມ​ຂອງ​ພຣະອົງ. ເພາະສະນັ້ນ ພຣະອົງ​ຈຶ່ງ​ຈະ​ຂັບໄລ່​ທ່ານ​ໃຫ້​ອອກ​ໄປ ແລະ​ທ່ານ​ຈະ​ຖືກ​ຂ້າ ຄື​ທ່ານ​ກັບ​ບັນດາ​ຜູ້ທຳນວາຍ​ທີ່​ກຳລັງ​ເວົ້າ​ຄຳຕົວະ​ເຫຼົ່ານີ້.”


ແຕ່​ກະສັດ​ຕອບ​ວ່າ, “ເຮົາ​ຢ້ານ​ຄົນ​ຢູ່​ໃນ​ຊາດ​ຂອງ​ພວກເຮົາ​ເອງ ຄື​ພວກ​ທີ່​ໄດ້​ແຕກ​ໜີໄປ​ຫາ​ຊາວ​ບາບີໂລນ. ເຮົາ​ອາດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ ແລະ​ຖືກ​ພວກເຂົາ​ທໍລະມານ​ກໍໄດ້.”


ແຕ່​ຖ້າ​ທ່ານ​ບໍ່​ຍອມ​ຈຳນົນ ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ານ້ອຍ​ເຫັນ​ທາງ​ນິມິດ ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ທ່ານ


ຕໍ່ມາ ລາວ​ໄດ້​ເອົາ​ພວກ​ລູກສາວ​ຂອງ​ກະສັດ​ກັບ​ປະຊາຊົນ​ທັງໝົດ ທີ່​ເຫຼືອ​ຢູ່​ໃນ​ເມືອງ​ມີຊະປາ ຊຶ່ງ​ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ໄດ້​ມອບ​ໃຫ້​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ເປັນ​ຜູ້ເບິ່ງແຍງ ໄປ​ເປັນ​ຊະເລີຍເສິກ. ອິດຊະມາເອນ​ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ ແລະ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ເຂດແດນ​ອຳໂມນ.


ພວກ​ຜູ້ຊາຍ, ພວກ​ແມ່ຍິງ, ພວກ​ເດັກນ້ອຍ ແລະ​ພວກ​ລູກສາວ​ຂອງ​ກະສັດ. ພວກເຂົາ​ໄດ້​ເອົາ​ທຸກໆຄົນ​ທີ່​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ໄດ້​ປະ​ໄວ້​ໃຫ້​ຢູ່​ໃຕ້​ການ​ດູແລ​ເບິ່ງແຍງ​ຂອງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ຫລານຊາຍ​ຂອງ​ຊາຟານ​ນັ້ນ​ໜີໄປ ລວມທັງ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ແລະ​ຂ້າພະເຈົ້າ​ດ້ວຍ.


ແມ່ນແຕ່​ຄົນ​ທີ່​ຮັບຈ້າງ​ໃຫ້​ເປັນ​ທະຫານ ກໍ​ເປັນ​ດັ່ງ​ລູກ​ງົວ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້. ພວກເຂົາ​ບໍ່ໄດ້​ຢືນ​ຢູ່​ຕັດ​ຊີວິດ​ຕົນ​ໃສ່​ເພື່ອ​ສູ້ຮົບ ພວກເຂົາ​ຕ່າງ​ກໍ​ອ່ວາຍໜ້າ​ແລ່ນ​ໜີໄປ​ທັງໝົດ. ວັນ​ຫາຍຍະນະ​ຂອງ​ພວກເຂົາ​ມາຮອດ​ແລ້ວ, ແມ່ນ​ເວລາ​ແຫ່ງ​ການລົງໂທດ​ພວກເຂົາ​ແລ້ວ.


ແຕ່​ມີ​ຫຍັງ​ເກີດຂຶ້ນ​ຈຶ່ງ​ເຫັນ​ພວກເຂົາ​ຕົກໃຈກົວ ທະຫານ​ຂອງ​ພວກເຂົາ​ຖືກ​ຕີ​ໃຫ້​ລ່າຖອຍ​ສາ​ແລ້ວ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ​ຈຶ່ງ​ແລ່ນ​ປົບໜີໄປ ແລ່ນ​ໜີ​ຢ່າງ​ສຸດ​ກຳລັງ​ທັງ​ບໍ່​ຫລຽວ​ຄືນ​ຫລັງ​ອີກ.


ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ມອບ​ໃຫ້​ຄົນອື່ນ ພ້ອມ​ທັງ​ທົ່ງນາ​ແລະ​ເມຍ​ຂອງ​ພວກເຂົາ​ກໍ​ເຊັ່ນກັນ​ດ້ວຍ. ເຮົາ​ກຳລັງ​ຈະ​ລົງໂທດ​ປະຊາຊົນ​ໃນ​ດິນແດນ​ນີ້.


ສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ ແລະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ເປັນ​ຂອງ​ຊາຍ​ອື່ນ. ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ພະຍາຍາມ​ຫາ​ເງິນ​ໃນ​ທາງ​ບໍ່​ສັດຊື່. ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ພຣະອົງ​ໄດ້​ສົ່ງ​ໄຟ​ຈາກ​ເບື້ອງ​ເທິງ​ລົງ​ມາ ເປັນ​ໄຟ​ທີ່​ລຸກໄໝ້​ຢູ່​ພາຍ​ໃນ​ຈິດໃຈ​ຂ້ອຍ. ພຣະອົງ​ໄດ້​ຫ້າງແຮ້ວ​ໃສ່​ຂ້ອຍ ແລະ​ເຮັດ​ໃຫ້​ລົ້ມລົງ​ກັບ​ພື້ນດິນ ປະຖິ້ມ​ຂ້ອຍ​ໃຫ້​ເຈັບປວດ​ຢູ່​ຢ່າງນັ້ນ.


ນາງ​ຈຶ່ງ​ຮ້ອງໄຫ້​ຕະຫລອດ​ທັງຄືນ ນໍ້າຕາ​ຫລັ່ງໄຫລ​ຖ້ວມ​ລົງ​ອາບ​ແກ້ມ. ເພື່ອນຝູງ​ໃນ​ອະດີດ​ກໍ​ບໍ່​ເຫຼືອ​ເພື່ອ​ປອບໃຈ ບັດນີ້ ພັນທະມິດ​ຕ່າງ​ກໍ​ຫັກ​ຫລັງ​ຕໍ່ສູ້​ນາງ​ແລ້ວ.


ເມຍ​ພວກ​ຂ້ານ້ອຍ​ຖືກ​ຂົ່ມຂືນ​ທີ່​ພູເຂົາ​ຊີໂອນ ທັງ​ພວກ​ຜູ້ສາວ​ທີ່​ຢູ່​ຕາມ​ບ້ານ​ຂອງ​ຢູດາຍ​ດ້ວຍ.


ຢ່າ​ເຊື່ອ​ເພື່ອນບ້ານ​ຫລື​ໄວ້ໃຈ​ເພື່ອນມິດ​ຂອງຕົນ. ຈົ່ງ​ລະວັງ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ ແມ່ນແຕ່​ກັບ​ເມຍ​ຂອງ​ພວກເຈົ້າ​ກໍດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka