Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:21 - ພຣະຄຳພີສັກສິ

21 ແຕ່​ຖ້າ​ທ່ານ​ບໍ່​ຍອມ​ຈຳນົນ ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ານ້ອຍ​ເຫັນ​ທາງ​ນິມິດ ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ທ່ານ

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:21
20 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ແລະ​ບໍ່​ຍອມ​ຖ່ອມໃຈ​ລົງ​ຕໍ່ໜ້າ​ຜູ້ທຳນວາຍ​ເຢເຣມີຢາ​ຜູ້​ທີ່​ໄດ້ກ່າວ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


ພຣະອົງ​ບໍ່​ມີ​ວັນ​ປ່ຽນແປງ ຜູ້ໃດ​ນໍ​ຈະ​ປ່ຽນ​ພຣະອົງ​ໄດ້ ຫລື​ຢັບຢັ້ງ​ພຣະອົງ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ.


ໃນ​ເມື່ອ​ເຈົ້າ​ຄັດຄ້ານ​ຕໍ່​ສິ່ງ​ທີ່​ພຣະເຈົ້າ​ກະທຳ ເຈົ້າ​ຫວັງ​ໃຫ້​ພຣະອົງ​ເຮັດ​ຕາມ​ເຈົ້າ​ຕ້ອງການ​ໄດ້​ບໍ່? ການ​ຕັດສິນໃຈ​ແມ່ນ​ເຈົ້າ​ແລະ​ບໍ່ແມ່ນ​ຂ້ອຍ​ເດີ ບັດນີ້ ຈົ່ງ​ບອກ​ພວກເຮົາ​ມາ​ວ່າ​ເຈົ້າ​ຄິດ​ຢ່າງໃດ​ແລ້ວ?


ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຈະ​ຂັດຂືນ​ຄຳສັ່ງ​ຂອງເຮົາ ໄປ​ອີກ​ເຫິງ​ນານ​ປານໃດ?


ແຕ່​ຈົ່ງ​ແນ່ໃຈ​ໃນ​ເລື່ອງ​ນີ້ ຄື​ຖ້າ​ພວກທ່ານ​ສັງຫານ​ຂ້າພະເຈົ້າ ພວກທ່ານ​ແລະ​ຊາວ​ເມືອງ​ນີ້​ກໍ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຕືອນ​ພວກທ່ານ​ໃນ​ເລື່ອງນີ້.”


ຂ້າພະເຈົ້າ​ຕອບ​ວ່າ, “ທ່ານ​ຈະ​ບໍ່​ຖືກ​ມອບ​ໃຫ້​ພວກເຂົາ. ຂ້ານ້ອຍ​ຮ້ອງຂໍ​ທ່ານ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລ້ວ​ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ທ່ານ ແລະ​ຊີວິດ​ຂອງທ່ານ​ກໍ​ຈະ​ປອດໄພ.


ຄື​ພວກຜູ້ຍິງ​ທັງໝົດ​ທີ່​ເຫຼືອ​ຢູ່​ໃນ​ຣາຊວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ ຈະ​ຖືກ​ນຳ​ຕົວ​ອອກ​ໄປ​ມອບ​ໃຫ້​ພວກ​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ແລ້ວ​ພວກເຂົາ​ກໍ​ຈະ​ພາກັນ​ຮ້ອງເພງ​ໃສ່​ທ່ານ ໃນ​ຂະນະທີ່​ໄປ​ນັ້ນ​ວ່າ: ‘ເພື່ອນ​ສະໜິດ​ຂອງ​ກະສັດ​ໄດ້​ຫລອກລວງ​ເພິ່ນ ພວກເຂົາ​ບັງຄັບ​ເພິ່ນ​ໃຫ້​ກະທຳ​ຕາມ​ຄວາມຄິດ​ຂອງ​ພວກເຂົາ. ບັດນີ້​ຕີນ​ເພິ່ນ​ກໍໄດ້​ຈົມ​ຢູ່​ໃນ​ຂີ້ຕົມ ເພື່ອນ​ເພິ່ນ​ປົບໜີ​ຈາກ​ເພິ່ນ​ໄປ​ໝົດສິ້ນ.”’


ແມ່ນແທ້ ພຣະເຈົ້າຢາເວ​ຊອກຫາ​ຄວາມສັດຊື່ ພຣະອົງ​ຂ້ຽນຕີ​ພວກເຈົ້າ ແຕ່​ກໍ​ບໍ່​ສົນໃຈ​ຮໍ່າຮຽນ; ພຣະອົງ​ໄດ້​ຢຽບຢໍ່າ​ພວກເຈົ້າ ແຕ່​ກໍ​ບໍ່​ຍອມ​ຮໍ່າຮຽນ ພວກເຈົ້າ​ດື້ດ້ານ​ທັງ​ບໍ່​ຍອມ​ຫັນໜີ​ຈາກ​ການບາບ.


ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ ເຈົ້າ​ຈະ​ຕ້ອງ​ບອກ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ. ຈົ່ງ​ຈຳ​ໄວ້​ວ່າ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ.


ແມ່ນແຕ່​ທ່ານ​ຈະ​ເອົາ​ເງິນຄຳ​ທັງໝົດ​ໃນ​ຣາຊວັງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ບໍ່​ອາດ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ໂດຍ​ເຮັດ​ຕາມໃຈ​ຂອງທ່ານ. ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


ແຕ່​ເມື່ອ​ພວກ​ເຫຼົ່ານັ້ນ​ຂັດຂວາງ ແລະ​ກ່າວ​ຄຳ​ຫຍາບຊ້າ ໂປໂລ​ຈຶ່ງ​ສັ່ນ​ເສື້ອຜ້າ​ຕໍ່ສູ້​ພວກເຂົາ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ໂທດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່ມີ​ໂທດ ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງຊາດ.”


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka