ເຢເຣມີຢາ 38:20 - ພຣະຄຳພີສັກສິ20 ຂ້າພະເຈົ້າຕອບວ່າ, “ທ່ານຈະບໍ່ຖືກມອບໃຫ້ພວກເຂົາ. ຂ້ານ້ອຍຮ້ອງຂໍທ່ານໃຫ້ເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລ້ວທຸກສິ່ງຈະເປັນໄປໂດຍດີສຳລັບທ່ານ ແລະຊີວິດຂອງທ່ານກໍຈະປອດໄພ. Uka jalj uñjjattʼäta |
ວັນຕໍ່ມາແຕ່ເຊົ້າໆ ປະຊາຊົນໄດ້ອອກໄປຖິ່ນແຫ້ງແລ້ງກັນດານທີ່ເຕກົວ. ກ່ອນພວກເຂົາຈະອອກໄປ ກະສັດເຢໂຮຊາຟັດໄດ້ກ່າວແກ່ພວກເຂົາ ດ້ວຍຖ້ອຍຄຳເຫຼົ່ານີ້: “ນັກຮົບຊາວຢູດາ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ ແລະພວກທ່ານຈະຢືນຢູ່ໄດ້ຢ່າງໝັ້ນຄົງ. ຈົ່ງເຊື່ອໝັ້ນສິ່ງທີ່ຜູ້ທຳນວາຍບອກພວກທ່ານ ແລະພວກທ່ານຈະເຮັດສຳເລັດໜ້າທີ່.”
ມັນແມ່ນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ສະໄໝທີ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບ ຄືດິນແດນ ຊຶ່ງເປັນດັ່ງເຕົາຫລອມເຫຼັກສຳລັບພວກເຂົາ. ເຮົາໄດ້ບອກພວກເຂົາໃຫ້ເຊື່ອຟັງເຮົາ ແລະໃຫ້ກະທຳທຸກຢ່າງທີ່ເຮົາໄດ້ສັ່ງ. ເຮົາໄດ້ບອກພວກເຂົາວ່າຖ້າພວກເຂົາເຊື່ອຟັງ ພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ.