Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:2 - ພຣະຄຳພີສັກສິ

2 “ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຜູ້ໃດ​ກໍຕາມ​ທີ່​ຢູ່​ໃນ​ເມືອງ ຈະ​ຕ້ອງ​ຕາຍ​ຍ້ອນ​ສົງຄາມ ຫລື​ຍ້ອນ​ການ​ຕາຍອຶດ​ຕາຍຫິວ ຫລື​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ. ແຕ່​ພວກ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ພວກເຂົາ​ຈະ​ປົບໜີ​ໄດ້​ແລະ​ມີ​ຊີວິດ​ຢູ່.”’

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:2
20 Jak'a apnaqawi uñst'ayäwi  

“ໃຫ້​ພວກເຈົ້າ​ບອກ​ເຈົ້າ​ເຊເດກີຢາ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ບອກ​ວ່າ: ເຊເດກີຢາ​ເອີຍ ເຮົາ​ຈະ​ເອົາ​ຊະນະ​ກອງທັບ​ຂອງເຈົ້າ ທີ່​ຈະ​ຕໍ່ສູ້​ກັບ​ກອງທັບ​ກະສັດ​ແຫ່ງ​ບາບີໂລນ. ເຮົາ​ຈະ​ກອງ​ອາວຸດ​ຍຸດທະພັນ​ຂອງ​ທະຫານ​ຂອງເຈົ້າ​ທີ່​ກາງ​ເມືອງ.


ສຳລັບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ, ບັນດາ​ພວກ​ເຈົ້ານາຍ​ຂອງ​ລາວ ແລະ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ຍັງເຫລືອ​ຢູ່ ຄື​ຜູ້​ທີ່​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຫລື​ໄດ້​ຍົກຍ້າຍ​ໄປ​ປະເທດ​ເອຢິບ​ນັ້ນ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ປະຕິບັດ​ຕໍ່​ພວກເຂົາ ດັ່ງ​ໝາກເດື່ອ​ບໍ່​ດີ​ຈົນ​ກິນ​ບໍ່ໄດ້.


ແຕ່​ຖ້າ​ປະເທດ​ໃດ​ຍອມ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ ແລະ​ຮັບໃຊ້​ລາວ ແລ້ວ​ເຮົາ​ກໍ​ຈະ​ປ່ອຍ​ໃຫ້​ປະເທດ​ນັ້ນ​ມີ​ດິນແດນ​ທີ່​ເປັນ​ຂອງຕົນເອງ ເພື່ອ​ເຮັດ​ໄຮ່​ໄຖ​ນາ​ແລະ​ຢູ່​ທີ່​ນັ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ເປັນຫຍັງ​ທ່ານເອງ​ແລະ​ປະຊາຊົນ​ຂອງທ່ານ​ຈະ​ຕ້ອງ​ຕາຍ​ໃນ​ສົງຄາມ ຫລື​ໃນ​ການ​ຕາຍອຶດ​ຕາຍຫິວ ຫລື​ໃນ​ການ​ເຈັບໄຂ້​ໄດ້ປ່ວຍ? ສິ່ງ​ເຫຼົ່ານັ້ນ​ແຫຼະ ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ​ຈະ​ເກີດຂຶ້ນ​ກັບ​ທຸກ​ຊົນຊາດ ທີ່​ບໍ່​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.


ຈົ່ງ​ຟັງ​ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ກະສັດ ຜູ້​ທີ່​ປົກຄອງ​ອານາຈັກ ຊຶ່ງ​ເຈົ້າ​ດາວິດ​ໄດ້​ປົກຄອງ​ແລະ​ກ່ຽວກັບ​ປະຊາຊົນ​ຢູ່​ໃນ​ເມືອງ​ນັ້ນ ຄື​ກ່າວ​ຕໍ່​ພີ່ນ້ອງ​ທີ່​ບໍ່ໄດ້​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ພ້ອມ​ກັບ​ພວກເຈົ້າ.


ເຮົາ​ຈະ​ໃຫ້​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ໄລ່​ຕາມ​ພວກເຂົາ​ໄປ ແລະ​ຊົນຊາດ​ທັງຫລາຍ​ໃນ​ໂລກ​ຈະ​ຕົກໃຈ​ຢ້ານກົວ​ໃນ​ສິ່ງ​ທີ່​ພວກເຂົາ​ເຫັນ. ໃນ​ທຸກໆ​ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ປະຊາຊົນ​ຈະ​ສະດຸ້ງ​ຕົກໃຈ​ທັງ​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຂົາ​ນັ້ນ. ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.


ເພາະສະນັ້ນ ບັດນີ້​ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ; ພວກເຈົ້າ​ບໍ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄດ້​ຮັບ​ອິດສະຫລະ​ພາບ. ດີ​ແລ້ວ ບັດນີ້​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ມີ​ອິດສະຫລະ​ພາບ, ພຣະເຈົ້າຢາເວ​ກ່າວ​ວ່າ ຄື​ອິດສະຫລະ​ພາບ​ທີ່​ຈະ​ຕາຍ​ໂດຍ​ສົງຄາມ, ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການ​ຕາຍອຶດ​ຕາຍຫິວ. ເຮົາ​ຈະ​ເຮັດ​ໃຫ້​ທຸກໆ​ຊົນຊາດ​ໃນ​ໂລກນີ້​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ.


ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ປອດໄພ ແລະ​ເຈົ້າ​ກໍ​ຈະ​ບໍ່​ຖືກ​ຂ້າ. ເຈົ້າ​ຈະ​ປົບໜີ​ເອົາ​ຊີວິດ​ລອດ ເພາະ​ເຈົ້າ​ໄວ້ວາງໃຈ​ໃນ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.”’


ປະຊາຊົນ​ທຸກຄົນ​ທີ່​ຕັ້ງໃຈ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ. ບໍ່ມີ​ຜູ້ໃດ​ທີ່​ຈະ​ລອດຊີວິດ​ໄດ້ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົບໜີ​ຈາກ​ໄພພິບັດ ທີ່​ເຮົາ​ກຳລັງ​ນຳ​ມາ​ສູ່​ພວກເຂົາ​ໄດ້.’


ສະນັ້ນ ຈົ່ງ​ຈົດຈຳ​ສິ່ງ​ນີ້​ໄວ້ ຄື​ພວກເຈົ້າ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ດິນແດນ ບ່ອນ​ທີ່​ພວກເຈົ້າ​ຢາກ​ໄປ​ອາໄສ​ຢູ່​ນັ້ນ.”


ເຮົາ​ຈະ​ລົງໂທດ​ພວກ​ທີ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ດັ່ງ​ທີ່​ເຮົາ​ໄດ້​ລົງໂທດ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສົງຄາມ, ດ້ວຍ​ການ​ຕາຍອຶດ​ຕາຍຫິວ, ແລະ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ.


ເຈົ້າ​ກຳລັງ​ຊອກຫາ​ຜົນປະໂຫຍດ​ໃສ່​ຕົວ​ເຈົ້າ​ບໍ? ຢ່າ​ເຮັດ​ເລີຍ. ເຮົາ​ກຳລັງ​ນຳ​ໄພພິບັດ​ມາ​ສູ່​ມະນຸດສະໂລກ​ທັງໝົດ, ພຣະເຈົ້າຢາເວ​ກ່າວ​ວ່າ ແຕ່​ຢ່າງໜ້ອຍ​ບໍ່​ວ່າ​ເຈົ້າ​ຈະ​ໄປ​ທີ່​ໃດ ເຈົ້າ​ກໍ​ຈະ​ໜີ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.”’


“ເຫດວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ຈະ​ສົ່ງ​ການລົງໂທດ​ອັນ​ຮ້າຍແຮງ​ທີ່ສຸດ​ສີ່​ຢ່າງ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ເຊັ່ນ: ສົງຄາມ, ການອຶດຢາກ, ເຫຼົ່າ​ສັດປ່າ​ທັງຫລາຍ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ເພື່ອ​ທຳລາຍ​ມະນຸດ​ກັບ​ຝູງສັດ​ທັງຫລາຍ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຈົ່ງ​ຕົບ​ມື​ສາ ຈົ່ງ​ທືບ​ຕີນ​ເຖີດ ຈົ່ງ​ຮ້ອງ​ຢ່າງ​ໂສກເສົ້າ​ເສຍໃຈ​ເພາະ​ຄວາມຊົ່ວ​ທັງໝົດ ຄື​ສິ່ງ​ອັນ​ໜ້າກຽດຊັງ​ຕ່າງໆ​ທີ່​ຊາວ​ອິດສະຣາເອນ​ໄດ້​ເຮັດ. ພວກເຂົາ​ຈະ​ຕາຍ​ໃນ​ເສິກ​ສົງຄາມ ຫລື​ໃນ​ການອຶດຢາກ ຫລື​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ.


ການ​ສູ້ຮົບ​ກຳລັງ​ເກີດຂຶ້ນ​ຢູ່​ຕາມ​ທ້ອງ​ຖະໜົນ​ຫົນທາງ ຕະຫລອດ​ທັງ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການອຶດຢາກ​ກໍ​ມີ​ຢູ່​ຕາມ​ເຮືອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ອອກ​ໄປ​ຢູ່​ຕາມ​ບ້ານນອກ​ຈະ​ຕາຍ​ໃນ​ການ​ສູ້ຮົບ; ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນເມືອງ ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ເຈັບໄຂ້​ໄດ້ປ່ວຍ​ແລະ​ການອຶດຢາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka