Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:19 - ພຣະຄຳພີສັກສິ

19 ແຕ່​ກະສັດ​ຕອບ​ວ່າ, “ເຮົາ​ຢ້ານ​ຄົນ​ຢູ່​ໃນ​ຊາດ​ຂອງ​ພວກເຮົາ​ເອງ ຄື​ພວກ​ທີ່​ໄດ້​ແຕກ​ໜີໄປ​ຫາ​ຊາວ​ບາບີໂລນ. ເຮົາ​ອາດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ ແລະ​ຖືກ​ພວກເຂົາ​ທໍລະມານ​ກໍໄດ້.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:19
17 Jak'a apnaqawi uñst'ayäwi  

ພວກ​ສົ່ງຂ່າວ​ໄດ້​ໄປ​ທຸກໆ​ເມືອງ ໃນ​ເຂດແດນ​ຂອງ​ເຜົ່າ​ເອຟຣາອິມ​ແລະ​ມານາເຊ ແລະ​ໄກ​ອອກ​ໄປ​ຈົນຮອດ​ທາງເໜືອ​ຂອງ​ເຜົ່າ​ເຊບູໂລນ ແຕ່​ປະຊາຊົນ​ຫົວເລາະ​ແລະ​ເຍາະເຍີ້ຍ​ພວກເຂົາ.


ເມື່ອ​ສານບັນລັດ​ໄດ້ຍິນ​ວ່າ ພວກເຮົາ​ຊາວຢິວ​ໄດ້​ຕັ້ງຕົ້ນ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ລາວ​ກໍ​ໂມໂຫ ແລະ​ເວົ້າ​ເຍາະເຍີ້ຍ​ພວກເຮົາ.


ຂ້ອຍ​ບໍ່ເຄີຍ​ຄິດ​ຢ້ານ​ຕໍ່​ສິ່ງໃດໆ​ເລີຍ ຄື​ສິ່ງ​ທີ່​ຄົນ​ມັກ​ເວົ້າ​ເລົ່າລືກັນ​ນັ້ນ; ຂ້ອຍ​ບໍ່ເຄີຍ​ມິດງຽບ ຫລື​ອັດ​ປະຕູ​ຂັງ​ຕົວເອງ ເພາະ​ຢ້ານກົວ​ຕໍ່​ຄຳເວົ້າ​ສຽດສີ​ນິນທາ​ນັ້ນ.


ຜູ້​ທີ່​ກັງວົນ​ນຳ​ຄົນ​ເວົ້າ​ໃຫ້ ກໍ​ເປັນ​ອັນຕະລາຍ, ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ມີ​ຄວາມ​ປອດໄພ.


ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ບັນດາ​ພະ​ເຫຼົ່ານີ້ ທີ່​ເຮັດ​ໃຫ້​ພວກເຈົ້າ​ຢ້ານ​ນັ້ນ​ເປັນ​ຜູ້ໃດ ຈຶ່ງ​ເຮັດ​ໃຫ້​ພວກເຈົ້າ​ເວົ້າ​ຕົວະ​ແລະ​ລືມໄລ​ເຮົາ​ໄປ​ຢ່າງ​ໝົດສິ້ນ? ພວກເຈົ້າ​ເຊົາ​ໃຫ້ກຽດ​ເຮົາ​ຍ້ອນ​ເຮົາ​ມິດງຽບ​ຢູ່​ຕັ້ງ​ດົນນານ​ຊັ້ນບໍ?


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ຫລອກລວງ​ຂ້ານ້ອຍ ຂ້ານ້ອຍ​ຈຶ່ງ​ຖືກ​ຫລອກລວງ​ສາ​ແລ້ວ. ພຣະອົງ​ນັ້ນ​ເຂັ້ມແຂງ​ລື່ນກວ່າ​ຂ້ານ້ອຍ ພຣະອົງ​ຊົງ​ຣິດ​ເໜືອ​ຂ້ານ້ອຍ​ຫລາຍ​ແທ້. ທຸກຄົນ​ຫົວ​ເຍາະເຍີ້ຍ​ນິນທາ​ຂ້ານ້ອຍ ຫົວເລາະ​ໃສ່​ຂ້ານ້ອຍ​ຕະຫລອດ​ວັນ.


ຄື​ພວກຜູ້ຍິງ​ທັງໝົດ​ທີ່​ເຫຼືອ​ຢູ່​ໃນ​ຣາຊວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ ຈະ​ຖືກ​ນຳ​ຕົວ​ອອກ​ໄປ​ມອບ​ໃຫ້​ພວກ​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ແລ້ວ​ພວກເຂົາ​ກໍ​ຈະ​ພາກັນ​ຮ້ອງເພງ​ໃສ່​ທ່ານ ໃນ​ຂະນະທີ່​ໄປ​ນັ້ນ​ວ່າ: ‘ເພື່ອນ​ສະໜິດ​ຂອງ​ກະສັດ​ໄດ້​ຫລອກລວງ​ເພິ່ນ ພວກເຂົາ​ບັງຄັບ​ເພິ່ນ​ໃຫ້​ກະທຳ​ຕາມ​ຄວາມຄິດ​ຂອງ​ພວກເຂົາ. ບັດນີ້​ຕີນ​ເພິ່ນ​ກໍໄດ້​ຈົມ​ຢູ່​ໃນ​ຂີ້ຕົມ ເພື່ອນ​ເພິ່ນ​ປົບໜີ​ຈາກ​ເພິ່ນ​ໄປ​ໝົດສິ້ນ.”’


ກະສັດ​ເຊເດກີຢາ​ຕອບ​ວ່າ, “ດີແລ້ວ ຖ້າດັ່ງນັ້ນ ຈົ່ງ​ເຮັດ​ຕໍ່​ລາວ​ຕາມ​ທີ່​ພວກເຈົ້າ​ຕ້ອງການ; ເຮົາ​ຫ້າມ​ພວກເຈົ້າ​ບໍ່ໄດ້​ດອກ.”


ໃນທີ່ສຸດ ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ກໍ​ຈັບ​ປະຊາຊົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ລວມທັງ​ຄົນ​ທີ່​ໜີ​ເຂົ້າ​ມາ​ມອບ​ຕົວ​ຕໍ່​ເພິ່ນ ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ.


ເຖິງ​ປານນັ້ນ​ກໍດີ ຍັງ​ມີ​ເຈົ້າໜ້າທີ່​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະອົງ, ແຕ່​ບໍ່ໄດ້​ເປີດເຜີຍ ເພາະ​ຢ້ານ​ພວກ​ຟາຣີຊາຍ​ໄລ່​ອອກ​ຈາກ​ທຳມະສາລາ.


ແລ້ວ​ໃນ​ທັນໃດນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ຕົນ​ມາ ແລະ​ສັ່ງ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ມາ​ຂ້າ​ຂ້ອຍ​ສາ ເພື່ອ​ຄົນ​ຈະ​ບໍ່ໄດ້​ຮູ້​ວ່າ​ຂ້ອຍ​ຕາຍ​ຍ້ອນ​ແມ່ຍິງ.” ດັ່ງນັ້ນ ຊາຍໜຸ່ມ​ຄົນ​ນັ້ນ​ຈຶ່ງ​ແທງ​ເພິ່ນ​ຈົນ​ສິ້ນໃຈ​ຕາຍ.


ກະສັດ​ໂຊນ​ຕອບ​ຄືນ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ໄດ້​ເຮັດ​ບາບ ຂ້າພະເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຄຳແນະນຳ​ຂອງທ່ານ. ຂ້າພະເຈົ້າ​ເກງໃຈ​ທະຫານ​ຂອງ​ຂ້າພະເຈົ້າ​ຈຶ່ງ​ເຮັດ​ຕາມ​ທີ່​ພວກເຂົາ​ຕ້ອງການ.


ເພິ່ນ​ເອີ້ນ​ບອກ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ເພິ່ນ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ຈະ​ບໍ່ໄດ້​ດູຖູກ​ຂ້ອຍ​ແລະ​ຂ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຄົນ​ນັ້ນ​ຢ້ານໂພດ​ຈຶ່ງ​ບໍ່ກ້າ​ຂ້າ. ສະນັ້ນ ກະສັດ​ໂຊນ​ຈຶ່ງ​ຖອດ​ດາບ​ຂອງຕົນ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka