Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:18 - ພຣະຄຳພີສັກສິ

18 ແຕ່​ຖ້າ​ທ່ານ​ບໍ່​ຍອມ​ຈຳນົນ ເມືອງ​ນີ້​ກໍ​ຈະ​ຖືກ​ຊາວ​ບາບີໂລນ​ຢຶດ ພ້ອມ​ທັງ​ຈູດ​ໃຫ້​ພັງ​ພິນາດ​ໄປ ແລະ​ທ່ານ​ຈະ​ປົບໜີ​ຈາກ​ພວກເຂົາ​ໄປ​ບໍ່ໄດ້.”’

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:18
20 Jak'a apnaqawi uñst'ayäwi  

ກະສັດ​ເຢໂຮຍອາກິນ​ພ້ອມ​ທັງ​ແມ່, ພວກ​ລູກຊາຍ, ພວກ​ນາຍ​ທະຫານ ແລະ​ພວກ​ຂ້າຣາຊການ​ປະຈຳວັງ​ກໍ​ພາກັນ​ຈຳນົນ​ຕໍ່​ກະສັດ​ແຫ່ງ​ບາບີໂລນ. ໃນ​ຣາຊການ​ປີ​ທີ​ແປດ​ຂອງ​ກະສັດ​ເນບູ​ກາດເນັດຊາ ເພິ່ນ​ໄດ້​ຈັບ​ເອົາ​ກະສັດ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ


ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ເຮົາ​ຈະ​ບໍ່​ຊ່ວຍ​ເມືອງ​ນີ້​ແຕ່​ຈະ​ທຳລາຍ​ມັນ​ຖິ້ມ. ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ກະສັດ​ແຫ່ງ​ບາບີໂລນ ແລະ​ລາວ​ກໍ​ຈະ​ຈູດ​ມັນ​ຖິ້ມ​ໃຫ້​ໝົດກ້ຽງ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ແຕ່​ຖ້າ​ປະເທດ​ຫລື​ອານາຈັກ​ໃດ​ທີ່​ບໍ່​ຍອມ​ຢູ່ໃຕ້​ການປົກຄອງ​ຂອງ​ລາວ ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ປະເທດ​ນັ້ນ​ໂດຍ​ໃຫ້​ເກີດ​ສົງຄາມ, ເກີດ​ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ. ພຣະເຈົ້າຢາເວ​ກ່າວ​ວ່າ ຈົນເຖິງ​ຂັ້ນ​ເຮົາ​ອະນຸຍາດ​ໃຫ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.


ແລ້ວ​ກອງທັບ​ບາບີໂລນ​ກໍ​ຈະ​ກັບຄືນ​ມາ​ໂຈມຕີ​ເມືອງນີ້ ທັງ​ຢຶດ​ເມືອງ​ແລະ​ຈູດ​ເມືອງ​ຖິ້ມ.’


ແລ້ວ​ຂ້າພະເຈົ້າ​ກໍໄດ້​ກ່າວ​ຕື່ມ​ວ່າ, “ນາງ​ສະໜົມ​ທັງໝົດ​ພ້ອມ​ດ້ວຍ​ລູກໆ​ຂອງທ່ານ ຈະ​ຖືກ​ນຳ​ໄປ​ມອບ​ໃຫ້​ຊາວ​ບາບີໂລນ; ທ່ານເອງ​ຈະ​ປົບໜີໄປ​ຈາກ​ພວກເຂົາ​ບໍ່ໄດ້. ສ່ວນ​ທ່ານເອງ​ກໍ​ຈະ​ຖືກ​ກະສັດ​ແຫ່ງ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍເສິກ ແລະ​ເມືອງ​ນີ້​ທັງໝົດ​ຈະ​ຖືກ​ຈູດເຜົາ​ໃຫ້​ພັງ​ພິນາດ​ຈົນກ້ຽງ.”


ຂ້າພະເຈົ້າ​ບອກ​ເຂົາ​ເຊັ່ນດຽວ​ກັນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ແກ່​ກອງທັບ​ບາບີໂລນ ແລະ​ພວກເຂົາ​ຈະ​ຢຶດ​ເມືອງ​ນີ້.”’


ເມື່ອ​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້​ແລ້ວ ບັນດາ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງ​ກະສັດ​ແຫ່ງ​ບາບີໂລນ ຄື​ເນການ-ຊາເຣເຊ, ຊາມກາເນໂບ, ຊາຣະເຊກິມ ແລະ​ເນການ-ຊາເຣເຊ ຄົນອື່ນ​ກໍໄດ້​ເຂົ້າ​ມາ​ຕັ້ງ​ກອງ​ບັນຊາການ​ທີ່​ປະຕູ​ໃຫຍ່​ທາງ​ເຂົ້າ​ເມືອງ.)


ໃນຂະນະ​ດຽວກັນ​ນັ້ນ ພວກ​ບາບີໂລນ​ກໍໄດ້​ຈູດ​ຣາຊວັງ​ແລະ​ເຮືອນ​ຂອງ​ປະຊາຊົນ ພ້ອມ​ທັງ​ກຳແພງ​ນະຄອນ​ເຢຣູຊາເລັມ​ລົງ​ໃຫ້​ພິນາດ.


ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ດັກຈັບ​ເອົາ​ລາວ. ແລ້ວ​ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ນະຄອນ​ບາບີໂລນ ຄື​ບ່ອນ​ທີ່​ລາວ​ຈະ​ຕາຍ​ໂດຍ​ບໍ່ໄດ້​ເຫັນ​ນະຄອນ​ນີ້.


ແຕ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ກໍ່​ການ​ກະບົດ ແລະ​ສົ່ງ​ຄະນະ​ຜູ້​ຕາງໜ້າ​ຂອງຕົນ​ໄປ​ປະເທດ​ເອຢິບ ເພື່ອ​ຫາ​ຝູງມ້າ ແລະ​ກອງທັບ​ອັນ​ມີ​ທະຫານ​ຫລວງຫລາຍ​ມາ. ລາວ​ຈະ​ເຮັດ​ຫລ້ອນໜ້າທີ່​ຫລື? ລາວ​ຈະ​ໄປ​ລອດ​ບໍ? ລາວ​ຝ່າຝືນ​ຄຳໝັ້ນ​ສັນຍາ​ໂດຍ​ບໍ່​ຮັບ​ໂທດ​ໄດ້​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka