Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:17 - ພຣະຄຳພີສັກສິ

17 ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ກະສັດ​ເຊເດກີຢາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ຖ້າ​ທ່ານ​ຍອມ​ຈຳນົນ​ຕໍ່​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ ຊີວິດ​ຂອງທ່ານ​ຈະ​ປອດໄພ ແລະ​ເມືອງ​ນີ້​ຈະ​ບໍ່​ຖືກ​ຈູດເຜົາ​ໃຫ້​ພິນາດໄປ. ທ່ານເອງ ແລະ​ຄອບຄົວ​ຂອງທ່ານ​ຈະ​ມີ​ຊີວິດ​ຢູ່.

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:17
19 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ ນ້ອງ​ເປັນ​ນ້ອງສາວ​ຂອງ​ອ້າຍ ແລະ​ຍ້ອນ​ນ້ອງ ພວກເຂົາ​ຈຶ່ງ​ຈະ​ບໍ່​ຂ້າ​ອ້າຍ ແລະ​ທັງ​ຈະ​ປະຕິບັດ​ຕໍ່​ອ້າຍ​ເປັນ​ຢ່າງດີ.”


ກະສັດ​ເຢໂຮຍອາກິນ​ພ້ອມ​ທັງ​ແມ່, ພວກ​ລູກຊາຍ, ພວກ​ນາຍ​ທະຫານ ແລະ​ພວກ​ຂ້າຣາຊການ​ປະຈຳວັງ​ກໍ​ພາກັນ​ຈຳນົນ​ຕໍ່​ກະສັດ​ແຫ່ງ​ບາບີໂລນ. ໃນ​ຣາຊການ​ປີ​ທີ​ແປດ​ຂອງ​ກະສັດ​ເນບູ​ກາດເນັດຊາ ເພິ່ນ​ໄດ້​ຈັບ​ເອົາ​ກະສັດ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ


ໃນ​ປີ​ທີ່​ເຈົ້າ​ເອວິນເມໂຣດັກ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ບາບີໂລນ​ນັ້ນ ເພິ່ນ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ​ເຢໂຮຍອາກິນ​ກະສັດ​ແຫ່ງ​ຢູດາຍ ໂດຍ​ປ່ອຍ​ເພິ່ນ​ອອກ​ຈາກ​ຄຸກ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ​ຊາວເຈັດ​ຂອງ​ເດືອນ​ສິບສອງ ໃນ​ປີ​ທີ​ສາມສິບເຈັດ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ຊື່ສຽງ​ຂອງ​ພຣະອົງ​ຈະ​ຊ່າລື​ປາກົດ ແລະ​ປະຊາຊົນ​ຂອງ​ພຣະອົງ​ຈະ​ເວົ້າ​ຕະຫລອດໄປ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.’ ແລ້ວ​ພຣະອົງ​ກໍ​ຈະ​ປົກປັກ​ຮັກສາ​ຍາດວົງ​ຂອງ​ຂ້ານ້ອຍ​ຕະຫລອດໄປ.


ຂ້າພະເຈົ້າ​ນັ່ງ​ເປັນທຸກໃຈ​ຢູ່​ຈົນເຖິງ​ເວລາ​ຖວາຍ​ເຄື່ອງ​ບູຊາ​ໃນ​ຍາມແລງ ແລະ​ປະຊາຊົນ​ກໍ​ມາ​ອ້ອມຮອບ​ຂ້າພະເຈົ້າ ຄື​ທຸກຄົນ​ທີ່​ຢ້ານຢຳ​ໃນ​ຖ້ອຍຄຳ​ທີ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ໄວ້ ກ່ຽວກັບ​ການບາບ​ຂອງ​ພວກ​ທີ່​ໄດ້​ກັບຄືນ​ມາ​ຈາກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ພຣະອົງ​ບໍ່​ມີ​ວັນ​ປ່ຽນແປງ ຜູ້ໃດ​ນໍ​ຈະ​ປ່ຽນ​ພຣະອົງ​ໄດ້ ຫລື​ຢັບຢັ້ງ​ພຣະອົງ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ.


ຂ້າແດ່​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ຫລຽວລົງ​ຈາກ​ສະຫວັນ​ແລະ​ມາ​ຊ່ວຍຊູ​ດ້ວຍ


ຂ້າແດ່​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ກັບຄືນ​ມາ​ແດ່ທ້ອນ ຂໍ​ຊົງ​ໂຜດ​ໃຫ້​ຄວາມ​ເມດຕາ​ແກ່​ພວກ​ຂ້ານ້ອຍ​ແດ່ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ພົ້ນໄພ.


ຂ້າພະເຈົ້າ​ໄດ້​ກ່າວ​ຢ່າງ​ດຽວກັນ​ແກ່​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ວ່າ, “ຈົ່ງ​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ຈົ່ງ​ຮັບໃຊ້​ເພິ່ນ​ແລະ​ປະຊາຊົນ​ຂອງ​ເພິ່ນ​ແລະ​ທ່ານ​ກໍ​ຈະ​ມີ​ຊີວິດ​ຢູ່.


ຢ່າ​ສູ່​ເຊື່ອຟັງ​ພວກເຂົາ; ຈົ່ງ​ຍອມ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່ ເປັນຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ?


ແຕ່​ຖ້າ​ປະເທດ​ຫລື​ອານາຈັກ​ໃດ​ທີ່​ບໍ່​ຍອມ​ຢູ່ໃຕ້​ການປົກຄອງ​ຂອງ​ລາວ ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ປະເທດ​ນັ້ນ​ໂດຍ​ໃຫ້​ເກີດ​ສົງຄາມ, ເກີດ​ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ. ພຣະເຈົ້າຢາເວ​ກ່າວ​ວ່າ ຈົນເຖິງ​ຂັ້ນ​ເຮົາ​ອະນຸຍາດ​ໃຫ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.


“ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຜູ້ໃດ​ກໍຕາມ​ທີ່​ຢູ່​ໃນ​ເມືອງ ຈະ​ຕ້ອງ​ຕາຍ​ຍ້ອນ​ສົງຄາມ ຫລື​ຍ້ອນ​ການ​ຕາຍອຶດ​ຕາຍຫິວ ຫລື​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ. ແຕ່​ພວກ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ພວກເຂົາ​ຈະ​ປົບໜີ​ໄດ້​ແລະ​ມີ​ຊີວິດ​ຢູ່.”’


ເມື່ອ​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້​ແລ້ວ ບັນດາ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງ​ກະສັດ​ແຫ່ງ​ບາບີໂລນ ຄື​ເນການ-ຊາເຣເຊ, ຊາມກາເນໂບ, ຊາຣະເຊກິມ ແລະ​ເນການ-ຊາເຣເຊ ຄົນອື່ນ​ກໍໄດ້​ເຂົ້າ​ມາ​ຕັ້ງ​ກອງ​ບັນຊາການ​ທີ່​ປະຕູ​ໃຫຍ່​ທາງ​ເຂົ້າ​ເມືອງ.)


ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ຂ້ອຍ​ຂໍ​ຮັບ​ຮອງ​ວ່າ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຢ້ານ​ທີ່​ຈະ​ຍອມ​ຈຳນົນ​ຕໍ່​ຊາວ​ບາບີໂລນ. ຈົ່ງ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ນີ້​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ ແລະ​ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຈົ້າ.


ສະນັ້ນ ບັດນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ຖາມ​ວ່າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະທຳ​ສິ່ງ​ອັນ​ຊົ່ວຊ້າ​ເຫຼົ່ານີ້​ໃສ່​ພວກເຈົ້າ​ເອງ. ພວກເຈົ້າ​ຢາກ​ນຳ​ການທຳລາຍ​ມາ​ສູ່​ພວກ​ຜູ້ຊາຍ, ພວກ​ແມ່ຍິງ, ພວກ​ເດັກນ້ອຍ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ຂອງ​ພວກເຈົ້າ​ຜູ້ໃດ​ຜູ້ໜຶ່ງ​ເຫຼືອ​ຢູ່​ບໍ?


ໃນ​ທີ່ນັ້ນ ຂ້າພະເຈົ້າ​ກໍ​ໄດ້ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ.


ເມື່ອ​ເຮົາ​ໃຫ້​ພວກເຈົ້າ​ຖືກ​ຈັບ​ເປັນ​ຊະເລີຍ​ໃນ​ດິນແດນ​ໜຶ່ງ​ທີ່​ກາຍ​ນະຄອນ​ດາມັສກັດ​ໄປ.” ພຣະເຈົ້າຢາເວ​ອົງ​ທີ່​ມີ​ນາມ​ວ່າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka