Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:14 - ພຣະຄຳພີສັກສິ

14 ໃນ​ໂອກາດ​ອື່ນ​ອີກ ກະສັດ​ເຊເດກີຢາ​ໄດ້​ນຳ​ຂ້າພະເຈົ້າ​ມາ​ພົບ​ເພິ່ນ ທີ່​ທາງ​ປະຕູເຂົ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ປ່ອງ​ທີ​ສາມ; ເພິ່ນ​ເວົ້າ​ວ່າ, “ເຮົາ​ຈະ​ຂໍ​ຖາມ​ເຈົ້າ​ຈັກ​ຂໍ້​ໜຶ່ງ ແລະ​ເຮົາ​ຢາກ​ໃຫ້​ເຈົ້າ​ເວົ້າ​ຄວາມຈິງ​ທັງໝົດ​ສູ່​ເຮົາ​ຟັງ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:14
11 Jak'a apnaqawi uñst'ayäwi  

ກະສັດ​ຕອບ​ນາງ​ວ່າ, “ເຮົາ​ຢາກ​ຖາມ​ເຈົ້າ​ຢ່າງ​ໜຶ່ງ ແລະ​ເຈົ້າ​ຈະ​ຕ້ອງ​ບອກ​ເຮົາ​ທັງໝົດ​ຕາມ​ຄວາມ​ເປັນຈິງ.” ນາງ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ເຊີນ​ຖາມ​ຂ້ານ້ອຍ​ໄດ້​ທຸກຢ່າງ.”


ຣາຊີນີ​ເຫັນ​ອາຫານ​ທີ່​ເທິງ​ໂຕະ​ຂອງ​ເພິ່ນ, ສຳນັກ​ຂອງ​ຂ້າຣາຊການ, ການ​ຈັດ​ລະບຽບ​ຂອງ​ຂ້າຣາຊການ​ປະຈຳວັງ​ກັບ​ເຄື່ອງແບບ​ທີ່​ພວກເຂົາ​ນຸ່ງ ພວກ​ທີ່​ລໍ​ຮັບໃຊ້​ເພິ່ນ​ໃນ​ງານ​ກິນລ້ຽງ​ຕ່າງໆ ແລະ​ເຄື່ອງ​ບູຊາ​ທີ່​ເພິ່ນ​ຖວາຍ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ສິ່ງ​ທັງໝົດ​ນີ້​ເຮັດ​ໃຫ້​ຣາຊີນີ​ງຶດງໍ້ ແລະ​ປະຫລາດ​ໃຈ​ຫລາຍ.


ແຕ່​ກະສັດ​ອາຮາບ​ຕອບ​ຄືນ​ວ່າ, “ເມື່ອ​ເວົ້າ​ກັບ​ເຮົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເວົ້າ​ຄວາມຈິງ​ແມ ເຮົາ​ໄດ້​ບອກ​ເຈົ້າ​ຈັກເທື່ອ​ແລ້ວ.”


ເພື່ອ​ເຮັດ​ໃຫ້​ກະສັດ​ແຫ່ງ​ອັດຊີເຣຍ​ພໍໃຈ ກະສັດ​ອາຮາດ​ຍັງ​ໄດ້​ຍ້າຍ​ທີ່​ຕັ້ງ​ບັນລັງ​ຂອງ​ກະສັດ​ແລະ​ປິດ​ທາງເຂົ້າ​ສ່ວນຕົວ ທີ່​ກະສັດ​ໃຊ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ​ເສຍ.


ແຕ່​ກະສັດ​ຕອບ​ລາວ​ວ່າ, “ເວລາ​ເຈົ້າ​ເວົ້າ​ກັບ​ເຮົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເວົ້າ​ຄວາມຈິງ​ແມ ເຮົາ​ໄດ້​ບອກ​ເຈົ້າ​ມາ​ຈັກເທື່ອ​ແລ້ວ?”


ຂ້າແດ່​ພຣະເຈົ້າຢາເວ ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພວກເຂົາ​ທັງໝົດ​ກາຍເປັນຈິງ ຖ້າ​ຂ້ານ້ອຍ​ບໍ່ໄດ້​ບົວລະບັດ​ຮັບໃຊ້ ພຣະອົງ​ຢ່າງດີ ຖ້າ​ຂ້ານ້ອຍ​ບໍ່ໄດ້​ຮ້ອງຂໍ​ກັບ​ພຣະອົງ​ເພື່ອ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ ເມື່ອ​ພວກເຂົາ​ເດືອດຮ້ອນ ແລະ​ຕົກ​ຢູ່​ໃນ​ຄວາມ​ລຳບາກ. (


ຕໍ່ມາ ກະສັດ​ເຊເດກີຢາ​ໄດ້​ໃຊ້​ຄົນ​ໄປ​ນຳ​ເອົາ​ຂ້າພະເຈົ້າ​ອອກ​ມາ ແລະ​ຢູ່​ທີ່​ຣາຊວັງ​ນັ້ນ ເພິ່ນ​ຖາມ​ຂ້າພະເຈົ້າ​ເປັນ​ທາງ​ລັບ​ວ່າ, “ມີ​ຖ້ອຍຄຳ​ຫຍັງ​ແດ່​ຈາກ​ພຣະເຈົ້າຢາເວ?” ຂ້າພະເຈົ້າ​ຕອບ​ວ່າ, “ມີ​ຢູ່​ທ່ານເອີຍ” ແລະ​ຂ້າພະເຈົ້າ​ກໍ​ກ່າວ​ຕື່ມ​ວ່າ, “ທ່ານ​ຈະ​ຖືກ​ມອບ​ໃຫ້​ກະສັດ​ແຫ່ງ​ບາບີໂລນ.”


ເພາະ​ພວກເຈົ້າ​ກຳລັງ​ເຮັດ​ຜິດພາດ​ຢ່າງ​ຮ້າຍແຮງ. ພວກເຈົ້າ​ໄດ້​ຂໍຮ້ອງ​ຂ້ອຍ​ໃຫ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສຳລັບ​ພວກເຈົ້າ​ວ່າ, ‘ຂໍ​ທ່ານ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສັ່ງ​ສິ່ງໃດ ທ່ານ​ຈົ່ງ​ບອກ​ພວກເຮົາ ແລະ​ພວກເຮົາ​ກໍ​ຈະ​ເຮັດ​ຕາມ​ທຸກສິ່ງ​ທີ່​ພຣະອົງ​ສັ່ງ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka