Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:13 - ພຣະຄຳພີສັກສິ

13 ແລະ​ພວກເຂົາ​ກໍ​ດຶງ​ເອົາ​ຂ້າພະເຈົ້າ​ຂຶ້ນ​ມາ​ຈາກ​ນໍ້າສ້າງ. ຫລັງຈາກ​ນັ້ນ ຂ້າພະເຈົ້າ​ກໍໄດ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:13
17 Jak'a apnaqawi uñst'ayäwi  

ແລະ​ເມື່ອ​ພໍ່ຄ້າ​ຊາວ​ມີດີອານ​ບາງຄົນ​ກາຍ​ມາ ພວກເຂົາ ກໍ​ດືງ​ເອົາ​ໂຢເຊັບ​ຂຶ້ນ​ມາ​ແຕ່​ນໍ້າສ້າງ ແລະ​ຂາຍ​ລາວ​ໃຫ້​ພໍ່ຄ້າ​ຊາວ​ອິດຊະມາເອນ​ເປັນ​ເງິນ 20 ຫລຽນ. ແລ້ວ​ພວກ​ພໍ່ຄ້າ​ເຫຼົ່ານີ້​ກໍ​ພາ​ໂຢເຊັບ​ໄປ​ປະເທດ​ເອຢິບ.


ບອກ​ພວກເຂົາ​ໃຫ້​ຂັງ​ລາວ​ໃສ່​ຄຸກ​ໄວ້​ໃຫ້​ລາວ​ກິນ​ແຕ່​ເຂົ້າ​ກັບ​ນໍ້າ​ໜ້ອຍລົງ ຈົນກວ່າ​ເຮົາ​ຈະ​ກັບ​ມາ​ຢ່າງ​ປອດໄພ.”


ປາລານ​ລູກຊາຍ​ຂອງ​ອູໄຊ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ໂດຍ​ເລີ່ມ​ທີ່​ແຈ​ຂອງ​ກຳແພງ ແລະ​ຫໍຄອຍ​ຊັ້ນເທິງ​ຂອງ​ວັງ ແລະ​ໃກ້​ກັບ​ເດີ່ນ​ຫຍ້າ; ເປດາອີຢາ​ລູກຊາຍ​ຂອງ​ປາຣົດ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນຮອດ​ຈຸດໜຶ່ງ​ຢູ່​ທາງດ້ານ​ຕາເວັນອອກ ຊຶ່ງ​ຢູ່​ໃກ້​ກັບ​ປະຕູ​ນໍ້າ​ແລະ​ຫໍຄອຍ​ເຝົ້າຍາມ​ຂອງ​ພຣະວິຫານ. (ບ່ອນ​ນີ້​ຢູ່​ໃກ້​ກັບ​ສ່ວນ​ໜຶ່ງ​ໃນ​ເມືອງ​ທີ່​ເອີ້ນ​ວ່າ​ໂອເຟນ ບ່ອນ​ທີ່​ພວກ​ກຳມະກອນ​ເຮັດ​ວຽກ​ໃນ​ພຣະວິຫານ​ອາໄສ​ຢູ່.)


ຄົນ​ກະຫາຍ​ເລືອດ​ກຽດຊັງ​ຄົນ​ສັດຊື່, ແຕ່​ຄົນ​ຊອບທຳ​ຈະ​ຄຸ້ມຄອງ ຊີວິດ​ຂອງ​ລາວ​ໄວ້.


ແລ້ວ​ພວກ​ເຈົ້ານາຍ​ແລະ​ປະຊາຊົນ​ກໍ​ເວົ້າ​ຕໍ່​ບັນດາ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ເວົ້າ​ກັບ​ພວກເຮົາ ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ; ລາວ​ບໍ່​ສົມຄວນ​ຖືກ​ສັງຫານ.”


ໃນ​ເວລາ​ນັ້ນ ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ; ສ່ວນ​ຂ້າພະເຈົ້າ​ນັ້ນ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ບໍລິເວນ​ຂອງ​ຣາຊວັງ.


ສະນັ້ນ ກະສັດ​ເຊເດກີຢາ​ຈຶ່ງ​ມີ​ຄຳສັ່ງ ໃຫ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ. ຂ້າພະເຈົ້າ​ໄດ້​ຢູ່​ທີ່ນັ້ນ ແຕ່ລະວັນ ຂ້າພະເຈົ້າ​ໄດ້​ຮັບ​ເຂົ້າຈີ່​ກ້ອນ​ໜຶ່ງ​ຈາກ​ໂຮງ​ເຮັດ​ເຂົ້າຈີ່​ຈົນ​ເຂົ້າຈີ່​ໃນ​ເມືອງ​ໝົດ.


ລາວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ເອົາ​ຜ້າ​ຂາດ​ຮອງ​ຂີ້ແຮ້​ຂ້າພະເຈົ້າ​ໄວ້ ເພື່ອ​ວ່າ​ເຊືອກ​ຈະ​ບໍ່​ບາດ​ຕົວ​ຂ້າພະເຈົ້າ. ຂ້າພະເຈົ້າ​ຈຶ່ງ​ເຮັດ​ຕາມ​ທີ່​ລາວ​ໄດ້​ບອກ


ຂ້າພະເຈົ້າ​ຖືກ​ຄວບຄຸມ​ຕົວ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ ຈົນເຖິງ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ແຕກ.


ສະນັ້ນ ພວກເຂົາ​ຈຶ່ງ​ຈັບ​ຂ້າພະເຈົ້າ​ໄປ ແລະ​ໃຊ້​ເຊືອກ​ຢ່ອນ​ຂ້າພະເຈົ້າ​ລົງ​ໃນ​ສ້າງ​ຂອງ​ເຈົ້າຊາຍ​ມານກີຢາ ຊຶ່ງ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ນັ້ນ​ເອງ. ຢູ່​ໃນ​ສ້າງ​ໜ່ວຍ​ນີ້​ບໍ່ມີ​ນໍ້າ ແລະ​ມີ​ແຕ່​ຂີ້ຕົມ ແລະ​ຂ້າພະເຈົ້າ​ກໍ​ຈົມລົງ​ໃນ​ຂີ້ຕົມ​ນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ໄດ້​ມາ​ຊ່ວຍກູ້ ແລະ​ມາ​ໄຖ່​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້.


ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ເມື່ອ​ພວກ​ໂຈດ​ມາ​ເຖິງ​ແລ້ວ ເຮົາ​ຈະ​ຟັງ​ຄຳ​ໃຫ້​ການ​ຂອງ​ເຈົ້າ.” ແລ້ວ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມ​ຕົວ​ໂປໂລ​ໄວ້​ໃນ​ຜາສາດ​ທີ່​ເຮໂຣດ​ໄດ້​ສ້າງ.


ສອງ​ປີ​ຕໍ່ມາ ໂປກີໂອ​ເຟຊະໂຕ ໄດ້​ມາ​ຮັບ​ໜ້າທີ່​ເປັນ​ຜູ້​ປົກຄອງ​ແທນ​ເຟລິກ, ຝ່າຍ​ເຟລິກ​ຢາກ​ໃຫ້​ພວກ​ຢິວ​ພໍໃຈ​ນຳ​ຕົນ, ຈຶ່ງ​ປະ​ໂປໂລ​ຂັງ​ໄວ້​ໃນ​ຄຸກ.


ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ໂຣມ​ແລ້ວ ທາງ​ການ​ໂຣມ​ກໍ​ອະນຸຍາດ​ໃຫ້​ໂປໂລ​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້​ຍາມ​ຮັກສາ​ເພິ່ນ.


ເປັນ​ເວລາ​ສອງ​ປີ ທີ່​ໂປໂລ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ທີ່​ຕົນ​ເຊົ່າ​ເອງ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ຕ້ອນຮັບ​ທຸກຄົນ​ທີ່​ມາ​ຫາ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka