11 ດັ່ງນັ້ນ ເອເບັດເມເຫລັກຈຶ່ງໄດ້ພາຄົນເຫຼົ່ານັ້ນ ໄປທີ່ຫ້ອງມ້ຽນເຄື່ອງຂອງຣາຊວັງ ເພື່ອເອົາເສື້ອຜ້າທີ່ຂາດແລະເກົ່າ ມັດໃສ່ເຊືອກຢ່ອນລົງມາໃຫ້ຂ້າພະເຈົ້າ.
ແລ້ວກະສັດກໍສັ່ງເອເບັດ-ເມເຫລັກຊາວເອທີໂອເປຍໃຫ້ນຳສາມຄົນໄປດຶງເອົາຂ້າພະເຈົ້າ ຂຶ້ນມາຈາກນໍ້າສ້າງກ່ອນທີ່ຂ້າພະເຈົ້າຈະສິ້ນໃຈຕາຍ.
ລາວໄດ້ບອກຂ້າພະເຈົ້າໃຫ້ເອົາຜ້າຂາດຮອງຂີ້ແຮ້ຂ້າພະເຈົ້າໄວ້ ເພື່ອວ່າເຊືອກຈະບໍ່ບາດຕົວຂ້າພະເຈົ້າ. ຂ້າພະເຈົ້າຈຶ່ງເຮັດຕາມທີ່ລາວໄດ້ບອກ
ສະນັ້ນ ພວກເຂົາຈຶ່ງຈັບຂ້າພະເຈົ້າໄປ ແລະໃຊ້ເຊືອກຢ່ອນຂ້າພະເຈົ້າລົງໃນສ້າງຂອງເຈົ້າຊາຍມານກີຢາ ຊຶ່ງຢູ່ໃນເດີ່ນຂອງຣາຊວັງນັ້ນເອງ. ຢູ່ໃນສ້າງໜ່ວຍນີ້ບໍ່ມີນໍ້າ ແລະມີແຕ່ຂີ້ຕົມ ແລະຂ້າພະເຈົ້າກໍຈົມລົງໃນຂີ້ຕົມນັ້ນ.
ແຕ່ເອເບັດ-ເມເຫລັກ ຊາວເອທີໂອເປຍ ຊາຍຕອນທີ່ເຮັດວຽກໃນວັງຂອງກະສັດ ໄດ້ຍິນວ່າພວກເຂົາໄດ້ຈັບຂ້າພະເຈົ້າຢ່ອນລົງໃນນໍ້າສ້າງ. ໃນເວລານັ້ນ ກະສັດກຳລັງຢູ່ທີ່ເດີ່ນຂອງປະຕູເບັນຢາມິນ.
ສ່ວນເຄື່ອງທຸກຢ່າງທີ່ເຮັດດ້ວຍເງິນ, ຄຳ, ທອງສຳຣິດ ຫລືເຫຼັກ ໃຫ້ເປັນບໍຣິສຸດສຳລັບພຣະເຈົ້າຢາເວ. ໃຫ້ເກັບສິ່ງເຫຼົ່ານັ້ນໄວ້ໃນຄັງຂອງພຣະເຈົ້າຢາເວ.”