Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 38:10 - ພຣະຄຳພີສັກສິ

10 ແລ້ວ​ກະສັດ​ກໍ​ສັ່ງ​ເອເບັດ-ເມເຫລັກ​ຊາວ​ເອທີໂອເປຍ​ໃຫ້​ນຳ​ສາມ​ຄົນ​ໄປ​ດຶງ​ເອົາ​ຂ້າພະເຈົ້າ ຂຶ້ນ​ມາ​ຈາກ​ນໍ້າສ້າງ​ກ່ອນ​ທີ່​ຂ້າພະເຈົ້າ​ຈະ​ສິ້ນໃຈ​ຕາຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 38:10
7 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ຫລຽວເຫັນ​ຣາຊີນີ​ເອສະເທີ​ຢືນ​ຢູ່​ຂ້າງ​ນອກ ເພິ່ນ​ກໍ​ມີ​ຄວາມ​ເມດຕາ ແລະ​ເດ່​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ຣາຊີນີ. ແລ້ວ​ຣາຊີນີ​ກໍ​ຂຶ້ນ​ມາ​ຈັບ​ສົ້ນ​ໄມ້ຄ້ອນເທົ້າ​ນັ້ນ.


ແລ້ວ​ກະສັດ​ເຊເຊັດ​ກໍ​ກ່າວ​ແກ່​ຣາຊີນີ​ເອສະເທີ ແລະ​ມໍເດໄກ​ຄົນ​ຢິວ​ວ່າ, “ເບິ່ງແມ! ເຮົາ​ໄດ້​ແຂວນ​ຄໍ​ຮາມານ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຊາວຢິວ ແລະ​ເຮົາ​ກໍ​ເອົາ​ຊັບສິນ​ຂອງ​ລາວ​ໃຫ້​ແກ່​ເອສະເທີ​ແລ້ວ.


ພຣະອົງ​ຈະ​ທຳລາຍ​ອຳນາດ​ຂອງ​ຄົນຊົ່ວຮ້າຍ ແຕ່​ອຳນາດ​ຂອງ​ຄົນ​ຊອບທຳ​ຈະ​ທະວີ​ຂຶ້ນ.


ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.


ດັ່ງນັ້ນ ເອເບັດ​ເມເຫລັກ​ຈຶ່ງ​ໄດ້​ພາ​ຄົນ​ເຫຼົ່ານັ້ນ ໄປ​ທີ່​ຫ້ອງ​ມ້ຽນເຄື່ອງ​ຂອງ​ຣາຊວັງ ເພື່ອ​ເອົາ​ເສື້ອຜ້າ​ທີ່​ຂາດ​ແລະ​ເກົ່າ ມັດ​ໃສ່​ເຊືອກ​ຢ່ອນ​ລົງ​ມາ​ໃຫ້​ຂ້າພະເຈົ້າ.


ແຕ່​ເອເບັດ-ເມເຫລັກ ຊາວ​ເອທີໂອເປຍ ຊາຍ​ຕອນ​ທີ່​ເຮັດ​ວຽກ​ໃນ​ວັງ​ຂອງ​ກະສັດ ໄດ້ຍິນ​ວ່າ​ພວກເຂົາ​ໄດ້​ຈັບ​ຂ້າພະເຈົ້າ​ຢ່ອນ​ລົງ​ໃນ​ນໍ້າສ້າງ. ໃນ​ເວລາ​ນັ້ນ ກະສັດ​ກຳລັງ​ຢູ່​ທີ່​ເດີ່ນ​ຂອງ​ປະຕູ​ເບັນຢາມິນ.


“ຂ້າແດ່​ພະຣາຊາ ຄົນ​ເຫຼົ່ານີ້​ໄດ້​ເຮັດ​ຜິດ​ໄປ​ແລ້ວ. ພວກເຂົາ​ໄດ້​ຢ່ອນ​ເຢເຣມີຢາ​ລົງ​ໃນ​ນໍ້າສ້າງ ເພິ່ນ​ຈະ​ຕ້ອງ​ອຶດ​ຕາຍ​ໃນ​ທີ່ນັ້ນ ໃນ​ເມື່ອ​ເມືອງ​ນີ້​ບໍ່ມີ​ອາຫານ​ເຫລືອຢູ່​ອີກ​ເລີຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka