9 ພຣະເຈົ້າຢາເວເຕືອນເຈົ້າບໍ່ໃຫ້ຫລອກລວງຕົນເອງ ໂດຍຄິດວ່າ, ‘ພວກບາບີໂລນຈະບໍ່ກັບຄືນມາ,’ ແຕ່ພວກເຂົາຈະກັບຄືນມາ.
ຖ້າພວກເຂົາໂງ່ຈ້າພໍຈະວາງໃຈເຊື່ອໃນຄວາມອະທຳ ແມ່ນຄວາມອະທຳນັ້ນແຫລະ ຈະມອບລາງວັນໃຫ້.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ເຕືອນພວກເຈົ້າວ່າ, ‘ຢ່າຍອມໃຫ້ພວກຜູ້ທຳນວາຍທີ່ຢູ່ທ່າມກາງພວກເຈົ້າ ຫລືພວກອື່ນໆທີ່ອ້າງຕົນວ່າເປັນຜູ້ທຳນວາຍອະນາຄົດລໍ້ລວງພວກເຈົ້າ. ຢ່າໄດ້ສົນໃຈນຳຄວາມຝັນໃດໆຂອງພວກເຂົາ.
ຄວາມອວດອົ່ງຂອງເຈົ້າໄດ້ລໍ້ລວງເຈົ້າເອງ ເມືອງເອກມີປ້ອມກຳແພງສ້າງດ້ວຍຫີນດານ; ເຮືອນຂອງເຈົ້າກໍຖືກສ້າງທີ່ເທິງພູເຂົາສູງທັງຫລາຍ ສະນັ້ນ ເຈົ້າຈຶ່ງຄິດວ່າ, ‘ໃຜຈະດຶງຂ້ອຍລົງໄດ້?’
ຖ້າຜູ້ໃດຄິດວ່າຕົນເປັນຄົນສຳຄັນ ທັງໆທີ່ຕົນບໍ່ສຳຄັນຫຍັງ ຜູ້ນັ້ນກໍຫລອກລວງຕົນເອງ.
ຢ່າເຂົ້າໃຈຜິດ ພວກເຈົ້າຈະຫລອກລວງພຣະເຈົ້າບໍ່ໄດ້ ເພາະວ່າຜູ້ໃດຫວ່ານສິ່ງໃດລົງ ກໍຈະເກັບກ່ຽວສິ່ງນັ້ນ.
ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າດ້ວຍຄຳເວົ້າອັນໄຮ້ປະໂຫຍດ ເພາະຄວາມຜິດໃນສິ່ງເຫຼົ່ານີ້ແຫຼະ ທີ່ພຣະເຈົ້າຊົງຄຽດຮ້າຍຄົນທີ່ບໍ່ເຊື່ອຟັງພຣະອົງ.
ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າໃນທາງໃດທາງໜຶ່ງເລີຍ. ດ້ວຍວ່າ, ວັນນັ້ນຈະບໍ່ມາເຖິງ ຈົນກວ່າການທໍລະຍົດຄັ້ງສຸດທ້າຍຈະເກີດຂຶ້ນກ່ອນ ແລະຜູ້ຊົ່ວຮ້າຍຈະປາກົດຕົວຂຶ້ນ ຄືຜູ້ທີ່ຖືກໝາຍໄວ້ສຳລັບນະຣົກ.
ຢ່າຫລອກລວງຕົນເອງ ໂດຍພຽງແຕ່ຟັງພຣະທຳຂອງພຣະເຈົ້າເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະທຳນັ້ນຢ່າງແທ້ຈິງ.