ຊາວບາບີໂລນໄດ້ສ້າງເຄື່ອງປິດລ້ອມເພື່ອຢຶດເອົາເມືອງ ແລະກໍຈະໂຈມຕີເມືອງ. ເສິກສົງຄາມ, ການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ ຈະເຮັດໃຫ້ເມືອງນີ້ຕົກຢູ່ໃນກຳມືຂອງພວກເຂົາ. ພຣະອົງເຫັນໄດ້ວ່າເຫດການທັງໝົດທີ່ພຣະອົງໄດ້ກ່າວນັ້ນຈະກາຍເປັນຈິງ.