5 ກອງທັບພວກບາບີໂລນຍັງປິດລ້ອມນະຄອນເຢຣູຊາເລັມໄວ້ຢູ່; ແຕ່ເມື່ອພວກເຂົາໄດ້ຍິນວ່າກອງທັບຊາວເອຢິບໄດ້ຂ້າມຊາຍແດນມາແລ້ວ ພວກເຂົາຈຶ່ງລ່າຖອຍໜີໄປ.
ກະສັດເອຢິບບໍ່ໄດ້ຍົກທັບຂອງເພິ່ນອອກຈາກປະເທດເອຢິບອີກ ເພາະດຽວນີ້ກະສັດແຫ່ງບາບີໂລນໄດ້ຄອບຄອງເຂດແດນທັງໝົດທີ່ເຄີຍເປັນຂອງປະເທດເອຢິບ ຕັ້ງແຕ່ແມ່ນໍ້າເອີຟຣັດຈົນເຖິງຊາຍແດນເຂດເໜືອຂອງປະເທດເອຢິບ.
ເຮົາຈະມອບກະສັດເຊເດກີຢາແຫ່ງຢູດາຍ ແລະພວກຂ້າຣາຊການຂອງລາວໃຫ້ຄົນທີ່ຢາກຂ້າພວກເຂົາດ້ວຍ. ເຮົາຈະມອບພວກເຂົາໃຫ້ກອງທັບຂອງບາບີໂລນ ທີ່ຢຸດໂຈມຕີພວກເຈົ້ານັ້ນ.
ກອງທັບບາບີໂລນໄດ້ຖອຍອອກຈາກນະຄອນເຢຣູຊາເລັມໄປ ຍ້ອນກອງທັບເອຢິບໄດ້ເຄື່ອນເຂົ້າມາໃກ້.
ເຫດສະນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຜູ້ທຳນວາຍເຢເຣມີຢາວ່າ,
“ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າດັ່ງນີ້: ໃຫ້ຕອບເຊເດກີຢາວ່າ, ‘ກອງທັບເອຢິບກຳລັງເຄື່ອນເຂົ້າມາຊ່ວຍເຈົ້າ; ແຕ່ພວກເຂົາຈະກັບຄືນເມືອປະເທດ.
ແຕ່ກະສັດແຫ່ງຢູດາຍໄດ້ກໍ່ການກະບົດ ແລະສົ່ງຄະນະຜູ້ຕາງໜ້າຂອງຕົນໄປປະເທດເອຢິບ ເພື່ອຫາຝູງມ້າ ແລະກອງທັບອັນມີທະຫານຫລວງຫລາຍມາ. ລາວຈະເຮັດຫລ້ອນໜ້າທີ່ຫລື? ລາວຈະໄປລອດບໍ? ລາວຝ່າຝືນຄຳໝັ້ນສັນຍາໂດຍບໍ່ຮັບໂທດໄດ້ບໍ?
ເຖິງແມ່ນວ່າກອງທັບອັນເຂັ້ມແຂງຂອງກະສັດແຫ່ງເອຢິບ ກໍຈະບໍ່ສາມາດສູ້ຮົບຊ່ວຍລາວໄດ້ ໃນເມື່ອຊາວບາບີໂລນໄດ້ສ້າງຄັນຄູປ້ອງກັນ ແລະຂຸດຫລຸມໄວ້ເພື່ອຈະຂ້າຫລາຍຄົນ.