Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 37:21 - ພຣະຄຳພີສັກສິ

21 ສະນັ້ນ ກະສັດ​ເຊເດກີຢາ​ຈຶ່ງ​ມີ​ຄຳສັ່ງ ໃຫ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ. ຂ້າພະເຈົ້າ​ໄດ້​ຢູ່​ທີ່ນັ້ນ ແຕ່ລະວັນ ຂ້າພະເຈົ້າ​ໄດ້​ຮັບ​ເຂົ້າຈີ່​ກ້ອນ​ໜຶ່ງ​ຈາກ​ໂຮງ​ເຮັດ​ເຂົ້າຈີ່​ຈົນ​ເຂົ້າຈີ່​ໃນ​ເມືອງ​ໝົດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 37:21
35 Jak'a apnaqawi uñst'ayäwi  

ຕໍ່ມາ ໃນ​ວັນ​ທີ​ເກົ້າ ຂອງ​ເດືອນ​ສີ່ ຂອງ​ປີ​ດຽວກັນ​ນັ້ນ ໄດ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ ຈົນ​ປະຊາຊົນ​ບໍ່​ມີ​ຫຍັງ​ກິນ


ເມື່ອ​ມີ​ຄວາມ​ອຶດຢາກ ພຣະອົງ​ຈະ​ບໍ່​ໃຫ້​ຕາຍ ຍາມ​ເສິກເສືອ ພຣະອົງ​ຈະ​ປ້ອງກັນ​ເຈົ້າ​ໄວ້.


ຄາວ​ຊົ່ວຮ້າຍ ພວກເຂົາ​ຈະ​ບໍ່​ທົນທຸກ​ທໍລະມານ ພວກເຂົາ​ຈະ​ມີ​ພຽງພໍ​ໃນ​ຄາວ​ອຶດຢາກ.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ແລະ​ເຮັດ​ດີ ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ​ເຖີດ.


ເມື່ອ​ເຈົ້າ​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ​ເຈົ້າ​ກໍ​ເຮັດ​ໃຫ້ ສັດຕູ​ກາຍເປັນ​ມິດ.


ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.


ແລ້ວ​ພວກເຈົ້າ​ກໍ​ຈະ​ປອດໄພ; ພວກເຈົ້າ​ຈະ​ໝັ້ນຄົງ​ດັ່ງ​ຢູ່​ໃນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ. ພວກເຈົ້າ​ຈະມີ​ອາຫານ​ກິນ ແລະ​ຈະ​ມີ​ນໍ້າ​ດື່ມ.


ລາວ​ຈຶ່ງ​ສັ່ງ​ຄົນ​ໃຫ້​ຂ້ຽນຕີ ແລະ​ລ່າມໂສ້​ຂ້າພະເຈົ້າ​ໄວ້ ທີ່​ຂ້າງ​ເທິງ​ໃກ້​ກັບ​ປະຕູ​ເບັນຢາມິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ໃນ​ເວລາ​ນັ້ນ ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ; ສ່ວນ​ຂ້າພະເຈົ້າ​ນັ້ນ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ບໍລິເວນ​ຂອງ​ຣາຊວັງ.


ແລ້ວ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ຮານາເມນ​ກໍ​ມາ​ຫາ​ຂ້າພະເຈົ້າ​ທີ່​ບໍລິເວນ​ຣາຊວັງ ແລະ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ແທ້.


ໃນ​ຂະນະທີ່​ຂ້າພະເຈົ້າ​ຢູ່​ໃນ​ຄຸກ​ຂອງ​ບໍລິເວນ​ຣາຊວັງ​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ຂ້າພະເຈົ້າ​ອີກ​ວ່າ,


ແລະ​ພວກເຂົາ​ກໍ​ດຶງ​ເອົາ​ຂ້າພະເຈົ້າ​ຂຶ້ນ​ມາ​ຈາກ​ນໍ້າສ້າງ. ຫລັງຈາກ​ນັ້ນ ຂ້າພະເຈົ້າ​ກໍໄດ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ອີກ​ຕໍ່ໄປ.


ຂ້າພະເຈົ້າ​ຖືກ​ຄວບຄຸມ​ຕົວ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ ຈົນເຖິງ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ແຕກ.


ສະນັ້ນ ພວກເຂົາ​ຈຶ່ງ​ຈັບ​ຂ້າພະເຈົ້າ​ໄປ ແລະ​ໃຊ້​ເຊືອກ​ຢ່ອນ​ຂ້າພະເຈົ້າ​ລົງ​ໃນ​ສ້າງ​ຂອງ​ເຈົ້າຊາຍ​ມານກີຢາ ຊຶ່ງ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ນັ້ນ​ເອງ. ຢູ່​ໃນ​ສ້າງ​ໜ່ວຍ​ນີ້​ບໍ່ມີ​ນໍ້າ ແລະ​ມີ​ແຕ່​ຂີ້ຕົມ ແລະ​ຂ້າພະເຈົ້າ​ກໍ​ຈົມລົງ​ໃນ​ຂີ້ຕົມ​ນັ້ນ.


“ຂ້າແດ່​ພະຣາຊາ ຄົນ​ເຫຼົ່ານີ້​ໄດ້​ເຮັດ​ຜິດ​ໄປ​ແລ້ວ. ພວກເຂົາ​ໄດ້​ຢ່ອນ​ເຢເຣມີຢາ​ລົງ​ໃນ​ນໍ້າສ້າງ ເພິ່ນ​ຈະ​ຕ້ອງ​ອຶດ​ຕາຍ​ໃນ​ທີ່ນັ້ນ ໃນ​ເມື່ອ​ເມືອງ​ນີ້​ບໍ່ມີ​ອາຫານ​ເຫລືອຢູ່​ອີກ​ເລີຍ.”


ໃນ​ວັນ​ທີ​ເກົ້າ​ຂອງ​ເດືອນ​ທີ​ສີ່​ໃນ​ປີ​ດຽວກັນ​ນັ້ນ ເມື່ອ​ເກີດ​ການ​ອຶດອາຫານ​ຢ່າງໜັກ ຈົນ​ບໍ່ມີ​ຫຍັງ​ເຫຼືອ​ໃຫ້​ປະຊາຊົນ​ກິນ​ເລີຍ


ຄວາມ​ອຶດຫິວ​ເຮັດ​ໃຫ້​ເຈັບໄຂ້​ຮ້ອນ​ທົ່ວ​ທັງຕົວ ຈົນ​ໜັງ​ແດງ​ດັ່ງ​ເຕົາ​ອົບ​ທີ່​ກຳລັງ​ຮ້ອນ.


ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.


ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ ແຕ່​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ເພື່ອ​ເປໂຕ​ດ້ວຍ​ໃຈ​ຮ້ອນຮົນ.


ສອງ​ປີ​ຕໍ່ມາ ໂປກີໂອ​ເຟຊະໂຕ ໄດ້​ມາ​ຮັບ​ໜ້າທີ່​ເປັນ​ຜູ້​ປົກຄອງ​ແທນ​ເຟລິກ, ຝ່າຍ​ເຟລິກ​ຢາກ​ໃຫ້​ພວກ​ຢິວ​ພໍໃຈ​ນຳ​ຕົນ, ຈຶ່ງ​ປະ​ໂປໂລ​ຂັງ​ໄວ້​ໃນ​ຄຸກ.


ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ໂຣມ​ແລ້ວ ທາງ​ການ​ໂຣມ​ກໍ​ອະນຸຍາດ​ໃຫ້​ໂປໂລ​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້​ຍາມ​ຮັກສາ​ເພິ່ນ.


ເປັນ​ເວລາ​ສອງ​ປີ ທີ່​ໂປໂລ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ທີ່​ຕົນ​ເຊົ່າ​ເອງ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ຕ້ອນຮັບ​ທຸກຄົນ​ທີ່​ມາ​ຫາ​ເພິ່ນ.


ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ


ຍ້ອນ​ຂ່າວປະເສີດ​ນີ້​ແຫຼະ ຂ້າພະເຈົ້າ​ຈຶ່ງ​ເປັນ​ຣາຊທູດ​ຜູ້​ຕິດ​ໂສ້​ຢູ່ ເພື່ອ​ຂ້າພະເຈົ້າ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ ດ້ວຍ​ໃຈ​ກ້າຫານ​ຕາມ​ທີ່​ຂ້າພະເຈົ້າ​ຄວນ​ຈະ​ກ່າວ.


ເຫດສະນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ຝ່າຍ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ເຮົາ​ທັງຫລາຍ ຫລື​ຝ່າຍ​ຕົວ​ເຮົາ​ທີ່​ຖືກ​ຈຳຈອງ​ຢູ່​ເພາະ​ເຫັນ​ແກ່​ພຣະອົງ ແຕ່​ຈົ່ງ​ມີ​ສ່ວນ​ໃນ​ການ​ລຳບາກ ເພື່ອ​ເຫັນ​ແກ່​ຂ່າວປະເສີດ ໂດຍ​ອາໄສ​ຣິດອຳນາດ​ແຫ່ງ​ພຣະເຈົ້າ.


ເພາະ​ຂ່າວປະເສີດ​ນີ້ ເຮົາ​ຈຶ່ງ​ທົນທຸກ ແລະ​ຖືກ​ຜູກມັດ​ດັ່ງ​ຜູ້ຮ້າຍ ແຕ່​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ ບໍ່ມີ​ຜູ້ໃດ​ຜູກມັດ​ໄວ້​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka