Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 37:20 - ພຣະຄຳພີສັກສິ

20 ຂ້າແດ່​ພະຣາຊາ ບັດນີ້​ຂໍ​ທ່ານ​ຟັງ ແລະ​ເຮັດ​ຕາມ​ຂ້ານ້ອຍ​ຂໍຮ້ອງ​ດ້ວຍ. ຢ່າ​ສົ່ງ​ຂ້ານ້ອຍ​ກັບຄືນ​ໄປ​ຄຸກ​ທີ່​ຢູ່​ເຮືອນ​ຂອງ​ໂຢນາທານ​ເລີຍ. ຖ້າ​ທ່ານ​ຂືນ​ສົ່ງ​ໄປ ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ຢູ່​ທີ່​ນັ້ນ​ເປັນແນ່.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 37:20
10 Jak'a apnaqawi uñst'ayäwi  

ໂຜດ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂໍ​ຂອງ​ຂ້ານ້ອຍ​ດ້ວຍ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຕາມ​ຄຳສັນຍາ​ຂອງ​ພຣະອົງ​ດ້ວຍ.


ແຕ່​ຈົ່ງ​ແນ່ໃຈ​ໃນ​ເລື່ອງ​ນີ້ ຄື​ຖ້າ​ພວກທ່ານ​ສັງຫານ​ຂ້າພະເຈົ້າ ພວກທ່ານ​ແລະ​ຊາວ​ເມືອງ​ນີ້​ກໍ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຕືອນ​ພວກທ່ານ​ໃນ​ເລື່ອງນີ້.”


ບາງທີ​ພວກເຂົາ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ທາງຊົ່ວ​ກໍໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ນາບຂູ່​ປະຊາຊົນ​ເຫຼົ່ານີ້ ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຢ່າງ​ຮຸນແຮງ.”


ຈົ່ງ​ບອກ​ພວກເຂົາ​ພຽງແຕ່​ວ່າ ເຈົ້າ​ຂໍຮ້ອງ​ເຮົາ​ບໍ່​ໃຫ້​ສົ່ງ​ເຈົ້າ​ກັບຄືນ​ໄປ​ຕາຍ​ທີ່​ຄຸກ​ເທົ່ານັ້ນ.”


ຂ້າພະເຈົ້າ​ຖືກ​ຄວບຄຸມ​ຕົວ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ ຈົນເຖິງ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ແຕກ.


ແລະ​ເວົ້າ​ວ່າ, “ກະລຸນາ​ເຮັດ​ຕາມ​ທີ່​ພວກເຮົາ​ຂໍຮ້ອງ​ເຖີດ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໃຫ້​ພວກເຮົາ​ດ້ວຍ. ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ທຸກຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່. ຄັ້ງ​ໜຶ່ງ​ນັ້ນ ພວກເຮົາ​ເຄີຍ​ມີ​ຫລາຍ​ຄົນ, ແຕ່​ບັດນີ້​ພວກເຮົາ​ເຫຼືອ​ຢູ່​ພຽງ​ໜ້ອຍຄົນ​ເທົ່ານັ້ນ ດັ່ງ​ທີ່​ທ່ານ​ໄດ້​ເຫັນ​ນີ້ແຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka