ເຢເຣມີຢາ 37:17 - ພຣະຄຳພີສັກສິ17 ຕໍ່ມາ ກະສັດເຊເດກີຢາໄດ້ໃຊ້ຄົນໄປນຳເອົາຂ້າພະເຈົ້າອອກມາ ແລະຢູ່ທີ່ຣາຊວັງນັ້ນ ເພິ່ນຖາມຂ້າພະເຈົ້າເປັນທາງລັບວ່າ, “ມີຖ້ອຍຄຳຫຍັງແດ່ຈາກພຣະເຈົ້າຢາເວ?” ຂ້າພະເຈົ້າຕອບວ່າ, “ມີຢູ່ທ່ານເອີຍ” ແລະຂ້າພະເຈົ້າກໍກ່າວຕື່ມວ່າ, “ທ່ານຈະຖືກມອບໃຫ້ກະສັດແຫ່ງບາບີໂລນ.” Uka jalj uñjjattʼäta |
ແຕ່ສຳລັບເຈົ້າ ບັນດາຂ້າຣາຊການຂອງເຈົ້າ ແລະປະຊາຊົນທີ່ລອດຕາຍຈາກສົງຄາມ, ຈາກການຕາຍອຶດຕາຍຫິວ ແລະຈາກການເຈັບໄຂ້ໄດ້ປ່ວຍນັ້ນ ເຮົາຈະໃຫ້ເນບູກາດເນັດຊາກະສັດແຫ່ງບາບີໂລນ ແລະເຫຼົ່າສັດຕູທີ່ຢາກຈະຂ້າພວກເຈົ້ານັ້ນຈັບໄປ. ເນບູກາດເນັດຊາຈະຂ້າພວກເຈົ້າ. ລາວຈະບໍ່ໄວ້ຊີວິດຜູ້ໃດເລີຍ ຫລືເມດຕາປານີຜູ້ໃດທັງສິ້ນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.”