14 ຂ້າພະເຈົ້າຕອບວ່າ, “ບໍ່ແມ່ນ ຂ້ອຍບໍ່ໄດ້ໜີ.” ແຕ່ອີຣີຢາບໍ່ຍອມຟັງຂ້າພະເຈົ້າ. ລາວໄດ້ຈັບຂ້າພະເຈົ້າໄປຫາບັນດາຂ້າຣາຊການ.
ແລ້ວຂ້າພະເຈົ້າກໍຕອບລາວໄປວ່າ, “ສິ່ງທີ່ທ່ານໄດ້ເວົ້າມານັ້ນ ບໍ່ເປັນຄວາມຈິງແຕ່ປະການໃດເລີຍ. ທ່ານເອງເປັນຜູ້ປັ້ນແຕ່ງເລື່ອງທັງໝົດຂຶ້ນມາຕ່າງຫາກ.”
ຢ່າປະປ່ອຍຂ້ານ້ອຍໃຫ້ເຫຼົ່າສັດຕູ ຜູ້ທີ່ໂຈມຕີດ້ວຍຄຳຕົວະແລະການຂົ່ມຂູ່.
ຄົນຊົ່ວເປັນພະຍານຕໍ່ສູ້ແລະຟ້ອງຮ້ອງຂ້ານ້ອຍ ໂດຍທີ່ຂ້ານ້ອຍບໍ່ຮູ້ຫຍັງຈັກດີ້.
“ວິບັດມີແກ່ພວກເຈົ້າ ເມື່ອມີຄົນຍ້ອງຍໍວ່າພວກເຈົ້າດີ ເພາະບັນພະບຸລຸດຂອງພວກເຂົາກໍໄດ້ເວົ້າຢ່າງດຽວກັນນີ້ແຫຼະ ແກ່ພວກຜູ້ປະກາດພຣະທຳປອມ.”
ແຕ່ຈົ່ງຕອບດ້ວຍໃຈສຸພາບແລະຢຳເກງ ແລະໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສ ເພື່ອວ່າເມື່ອພວກເຈົ້າຖືກປະໝາດນິນທາ ຄົນທີ່ກ່າວຫຍາບຊ້າ ຕໍ່ທຳນຽມຄຣິສຕຽນອັນດີຂອງພວກເຈົ້ານັ້ນ ກໍຈະໄດ້ຮັບຄວາມອັບອາຍ.