ເຢເຣມີຢາ 37:13 - ພຣະຄຳພີສັກສິ13 ແຕ່ເມື່ອຂ້າພະເຈົ້າມາຮອດປະຕູເບັນຢາມິນ ກໍມີນາຍທະຫານຮັບຜິດຊອບການເຝົ້າຍາມຄົນໜຶ່ງຊື່ວ່າອີຣີຢາລູກຊາຍຂອງເຊເລມີຢາ ແລະຫລານຊາຍຂອງຮານານີຢາ ຢັບຢັ້ງຂ້າພະເຈົ້າໄວ້ ແລະກ່າວວ່າ, “ເຈົ້າກຳລັງຈະໜີໄປຫາພວກບາບີໂລນ.” Uka jalj uñjjattʼäta |
ແລ້ວບັນດາຂ້າຣາຊການກໍໄປຫາກະສັດ ແລະເວົ້າວ່າ, “ຄົນຜູ້ນີ້ຈະຕ້ອງຖືກໂທດເຖິງຕາຍ. ລາວໄດ້ເຮັດໃຫ້ພວກທະຫານຢູ່ໃນເມືອງເສຍກຳລັງໃຈ ໂດຍເວົ້າເຊັ່ນນີ້; ລາວຈະເຮັດຢ່າງດຽວກັນອີກຕໍ່ທຸກຄົນທີ່ເຫຼືອຢູ່ໃນເມືອງນີ້. ລາວບໍ່ໄດ້ພະຍາຍາມຊ່ວຍເຫລືອປະຊາຊົນເລີຍ; ລາວມີແຕ່ຫາຄວາມທຸກມາໃຫ້ພວກເຂົາ.”
ຂົງເຂດທັງໝົດ ແຕ່ເກບາທາງທິດເໜືອຫາຣິມໂມນທາງທິດໃຕ້ ຈະເປັນບ່ອນຮາບພຽງ. ນະຄອນເຢຣູຊາເລັມຈະສູງເດັ່ນໃນດິນແດນທີ່ອ້ອມຮອບນັ້ນ; ນະຄອນນີ້ຈະມີອານາເຂດຢຽດອອກໄປ ແຕ່ປະຕູເບັນຢາມິນຈົນຮອດປະຕູແຈ ບ່ອນທີ່ປະຕູເມືອງແຕ່ກ່ອນຕັ້ງຢູ່ ແລະຈາກຫໍຄອຍຮານາເນນ ເຖິງບ່ອນບີບເຫຼົ້າອະງຸ່ນຂອງກະສັດ.