12 ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ອອກຈາກນະຄອນເຢຣູຊາເລັມ ໄປສູ່ເຂດແດນຂອງເບັນຢາມິນ ເພື່ອຮັບເອົາສ່ວນແບ່ງຊັບສົມບັດຂອງຄອບຄົວ ມາເປັນກຳມະສິດຂອງຂ້າພະເຈົ້າ.
ເອລີຢາເກີດຢ້ານກົວຫລາຍ ຈຶ່ງໜີເອົາຊີວິດລອດ ເພິ່ນໄດ້ເອົາຄົນຮັບໃຊ້ຂອງເພິ່ນໄປທີ່ເມືອງເບເອນເຊບາໃນອານາຈັກຢູດາຍ. ແລ້ວເອລີຢາກໍໄດ້ປະຄົນຮັບໃຊ້ຂອງຕົນໄວ້ຢູ່ໃນເມືອງນີ້
ແລ້ວເພິ່ນກໍເຂົ້າໄປນອນຄ້າງຄືນຢູ່ໃນຖໍ້າ. ໃນທັນໃດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເພິ່ນວ່າ, “ເອລີຢາ ເຈົ້າເຮັດຫຍັງຢູ່ທີ່ນີ້?”
ໃນເຂດແດນຂອງເຜົ່າເບັນຢາມິນ ພວກເຂົາໄດ້ຮັບມອບເມືອງແລະທົ່ງຫຍ້າ ດັ່ງຕໍ່ໄປນີ້: ເກບາ, ອາເລເມັດ ແລະອານາທົດ. ເມື່ອລວມແລ້ວ ມີສິບສາມເມືອງສຳລັບຄອບຄົວທັງໝົດຂອງພວກເຂົາອາໄສຢູ່.
ຂ້າພະເຈົ້າຕອບວ່າ, “ຂ້ອຍບໍ່ແມ່ນຄົນຊະນິດທີ່ຈະແລ່ນໜີ ແລະໄປລີ້ຕົວຢູ່. ເຈົ້າຄິດວ່າຂ້ອຍຈະເອົາຊີວິດລອດ ໂດຍໄປລີ້ຢູ່ໃນພຣະວິຫານຊັ້ນບໍ? ຂ້ອຍຈະບໍ່ເຮັດເຊັ່ນນັ້ນດອກ.”
ຂ້ານ້ອຍຈະໄດ້ບິນໜີໄປໄກແສນໄກ ອາໄສຢູ່ທີ່ຖິ່ນແຫ້ງແລ້ງກັນດານພຸ້ນ.
ພຣະທຳນີ້ເປັນບົດບັນທຶກຖ້ອຍຄຳທີ່ເຢເຣມີຢາໄດ້ກ່າວ. ເຢເຣມີຢາແມ່ນລູກຊາຍຂອງຮິນກີຢາ ປະໂຣຫິດຜູ້ໜຶ່ງໃນຄະນະປະໂຣຫິດແຫ່ງເມືອງອານາທົດ ໃນເຂດແດນຂອງເບັນຢາມິນ.
ກອງທັບບາບີໂລນໄດ້ຖອຍອອກຈາກນະຄອນເຢຣູຊາເລັມໄປ ຍ້ອນກອງທັບເອຢິບໄດ້ເຄື່ອນເຂົ້າມາໃກ້.
ເມື່ອພວກເຂົາຂົ່ມເຫັງພວກເຈົ້າໃນເມືອງໜຶ່ງ ຈົ່ງໜີໄປທີ່ເມືອງອື່ນ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຈົ້າຈະບໍ່ທັນໄປໃນທົ່ວທຸກເມືອງຂອງຊາດອິດສະຣາເອນ ກ່ອນທີ່ບຸດມະນຸດມາ.”
ແລະຈົ່ງລະເວັ້ນຈາກຄວາມຊົ່ວທຸກຊະນິດ.