10 ເຖິງແມ່ນວ່າເຈົ້າຈະເອົາຊະນະກອງທັບບາບີໂລນທັງໝົດໄດ້ ຈົນຍັງເຫລືອແຕ່ຜູ້ທີ່ບາດເຈັບນອນຢູ່ໃນຜ້າເຕັນກໍຕາມ; ແຕ່ຄົນເຫຼົ່ານັ້ນກໍຍັງຈະລຸກຂຶ້ນມາຈູດເມືອງນີ້ຖິ້ມ.”
ພວກເຈົ້າຈະຖືກຂ້າໃນສະໜາມຮົບ ຫລືຈະຖືກແກ່ໄປເປັນຊະເລີຍເສິກ. ເຖິງປານນັ້ນກໍຕາມ ຄວາມໂກດຮ້າຍຂອງພຣະອົງກໍຈະບໍ່ສິ້ນສຸດເປັນ; ແຕ່ມືພຣະອົງຍັງຢຽດອອກຢູ່ເພື່ອລົງໂທດພວກເຈົ້າ.
ຜູ້ທີ່ຖືກຈັບໄດ້ຈະຖືກແທງໃຫ້ຕາຍ.
ແຕ່ເຈົ້າພັດບໍ່ມີຂຸມຝັງສົບ. ຊາກສົບຂອງເຈົ້າຖືກໂຍນອອກໄປ ປະໃຫ້ເປື່ອຍເນົ່າຢູ່ລຸ່ມຊາກສົບຂອງພວກທະຫານຊຶ່ງຖຶກຂ້າໃນສະໜາມຮົບ ແລະໄດ້ຖືກໂຍນລົງພ້ອມກັນໄປໃນເຫວແລະຖືກຢຽບຢໍ່າ.
ພວກເຈົ້າພັນຄົນຈະແລ່ນໜີເມື່ອເຫັນທະຫານຜູ້ໜຶ່ງຂອງສັດຕູ ແລະທະຫານຫ້າຄົນຂອງສັດຕູກໍພຽງພໍ ທີ່ຈະເຮັດໃຫ້ພວກເຈົ້າແລ່ນໜີໄປໝົດ. ໃນກອງທັບຂອງພວກເຈົ້າຈະບໍ່ມີຫຍັງເຫຼືອເລີຍ ນອກຈາກຫລັກທຸງທີ່ຈອມເນີນພູເທົ່ານັ້ນ.
ເຮົາຕັ້ງໃຈໄວ້ແລ້ວວ່າ ເຮົາຈະບໍ່ຊ່ວຍເມືອງນີ້ແຕ່ຈະທຳລາຍມັນຖິ້ມ. ເຮົາຈະມອບເມືອງນີ້ໃຫ້ກະສັດແຫ່ງບາບີໂລນ ແລະລາວກໍຈະຈູດມັນຖິ້ມໃຫ້ໝົດກ້ຽງ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.”
ພວກເຂົາຈະຢຶດເມືອງແລະຈູດເຜົາເມືອງຖິ້ມ. ພວກເຂົາຈະຈູດເມືອງ ພ້ອມກັບເຮືອນຂອງປະຊາຊົນຜູ້ທີ່ເຮັດໃຫ້ເຮົາໂກດຮ້າຍ ໂດຍເຜົາເຄື່ອງຫອມໃຫ້ພະບາອານທີ່ເທິງຫລັງຄາ ແລະໂດຍເທເຫຼົ້າອະງຸ່ນຖວາຍແກ່ບັນດາພະອື່ນ.
ກອງທັບບາບີໂລນໄດ້ຖອຍອອກຈາກນະຄອນເຢຣູຊາເລັມໄປ ຍ້ອນກອງທັບເອຢິບໄດ້ເຄື່ອນເຂົ້າມາໃກ້.
ແລ້ວກອງທັບບາບີໂລນກໍຈະກັບຄືນມາໂຈມຕີເມືອງນີ້ ທັງຢຶດເມືອງແລະຈູດເມືອງຖິ້ມ.’
ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວກະທຳຕໍ່ສູ້ປະຊາຊົນເອໂດມ ແລະສິ່ງທີ່ພຣະອົງຕັ້ງໃຈກະທຳຕໍ່ຊາວເຕມານ. ແມ່ນແຕ່ລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະຢ້ານກົວໃຫຍ່.
ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວໄດ້ຕຽມໄວ້ເພື່ອຕໍ່ສູ້ນະຄອນບາບີໂລນ ແລະສິ່ງທີ່ເຮົາຕັ້ງໃຈເຮັດຕໍ່ປະຊາຊົນຂອງເມືອງນີ້. ແມ່ນແຕ່ບັນດາລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະເກີດຢ້ານກົວໃຫຍ່.
ພວກເຂົາຈະບາດເຈັບ ແລະຕາຍຕາມທ້ອງຖະໜົນໃນເມືອງ.
ອົງພຣະຜູ້ເປັນເຈົ້າໄດ້ຫົວເຍີ້ຍທະຫານຂອງຂ້ອຍທັງໝົດ ສົ່ງກອງທັບມາທຳລາຍພວກຊາຍໜຸ່ມຂອງຂ້ອຍ. ອົງພຣະຜູ້ເປັນເຈົ້າໄດ້ຢຽບຢໍ່າປະຊາຊົນຂອງຂ້ອຍລົງ ດັ່ງໝາກອະງຸ່ນຢູ່ໃນໂຮງບີບເຫຼົ້າອະງຸ່ນນັ້ນ.
ພຣະເຈົ້າຢາເວຮ້ອງສັ່ງກອງທັບຂອງພຣະອົງ ກອງທັບທີ່ເຊື່ອຟັງ ມີຈຳນວນຫລາຍແລະມີຣິດ. ວັນຂອງພຣະເຈົ້າຢາເວໜ້າຢ້ານກົວທີ່ສຸດ ແມ່ນຜູ້ໃດແດ່ເດຈະລອດຊີວິດໄປໄດ້?