ເຢເຣມີຢາ 36:9 - ພຣະຄຳພີສັກສິ9 ໃນເດືອນທີເກົ້າຂອງຣາຊການປີທີຫ້າ ຂອງກະສັດເຢໂຮຍອາກິມລູກຊາຍຂອງໂຢສີຢາແຫ່ງຢູດາຍນັ້ນ ປະຊາຊົນໄດ້ຖືສິນອົດອາຫານຕໍ່ໜ້າພຣະເຈົ້າຢາເວ. ປະຊາຊົນທັງໝົດທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ແລະປະຊາຊົນທັງໝົດທີ່ມາຈາກເມືອງຂອງຢູດາຍກໍໄດ້ຖືສິນອົດອາຫານ. Uka jalj uñjjattʼäta |
ໃນມື້ທີຊາວສີ່ ຂອງເດືອນດຽວກັນນີ້ ປະຊາຊົນຊາວອິດສະຣາເອນໄດ້ເຕົ້າໂຮມກັນຖືສິນອົດອາຫານ ເພື່ອສະແດງຄວາມໂສກເສົ້າເສຍໃຈສຳລັບການບາບຂອງພວກເຂົາ. ພວກເຂົາແຍກຕົວເອງອອກຈາກຄົນຕ່າງຊາດທຸກຄົນ. ພວກເຂົານຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ພ້ອມທັງໂຮຍຂີ້ຝຸ່ນດິນໃສ່ເທິງຫົວ ອັນສະແດງເຖິງຄວາມໂສກເສົ້າ. ແລ້ວພວກເຂົາກໍຢືນຂຶ້ນສາລະພາບການຜິດບາບຂອງພວກເຂົາເອງ ແລະຜິດບາບຂອງບັນພະບຸລຸດຂອງພວກເຂົາທີ່ໄດ້ເຮັດ.
“ຈົ່ງໄປທ້ອນໂຮມເອົາພວກຢິວໃນນະຄອນຊູຊາ; ໃຫ້ພາກັນຖືສິນອົດອາຫານ ແລະພາວັນນາອະທິຖານເພື່ອຂ້ອຍ. ຢ່າກິນ ຫລືດື່ມຫຍັງພາຍໃນສາມວັນສາມຄືນ. ຂ້ອຍກັບສາວໃຊ້ຂອງຂ້ອຍກໍຈະປະຕິບັດຢ່າງດຽວກັນ. ຫລັງຈາກນີ້ຂ້ອຍຈະໄປຫາກະສັດ ເຖິງແມ່ນວ່າຈະເປັນການຝ່າຝືນກົດໝາຍກໍຕາມ. ຖ້າຂ້ອຍຕາຍຍ້ອນກະທຳເຊັ່ນນີ້ ຂ້ອຍກໍຍອມ.”
ແຕ່ເມື່ອປະຊາຊົນຖືສິນອົດອາຫານ ຂ້ອຍຢາກໃຫ້ເຈົ້າໄປທີ່ວິຫານຂອງພຣະເຈົ້າຢາເວ. ເຈົ້າຕ້ອງອ່ານໜັງສືມ້ວນນີ້ດ້ວຍສຽງອັນດັງ ເພື່ອພວກເຂົາຈະໄດ້ຍິນທຸກໆຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວແກ່ຂ້ອຍ ແລະຂ້ອຍກໍໄດ້ບອກໃຫ້ເຈົ້າຂຽນຕາມນັ້ນ. ຈົ່ງອ່ານໜັງສືນີ້ໃນບ່ອນທີ່ທຸກໆຄົນໄດ້ຍິນເຈົ້າ ລວມທັງປະຊາຊົນຢູດາທີ່ມາຈາກເມືອງຕ່າງໆ.
ດັ່ງນັ້ນ ພວກເຂົາທຸກຄົນຈຶ່ງໄປເຕົ້າໂຮມກັນທີ່ເມືອງມີຊະປາ. ພວກເຂົາຕັກເອົານໍ້າແລະຖອກລົງຕໍ່ໜ້າພຣະເຈົ້າຢາເວ ແລະໃນວັນນັ້ນ ພວກເຂົາໄດ້ຖືສິນອົດອາຫານຕະຫລອດ. ພວກເຂົາເວົ້າວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.” (ແມ່ນໃນເມືອງມີຊະປານີ້ເອງ ທີ່ຊາມູເອນໄດ້ຕັດສິນປະຊາຊົນອິດສະຣາເອນ).