Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:7 - ພຣະຄຳພີສັກສິ

7 ບາງທີ​ພວກເຂົາ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ທາງຊົ່ວ​ກໍໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ນາບຂູ່​ປະຊາຊົນ​ເຫຼົ່ານີ້ ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຢ່າງ​ຮຸນແຮງ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:7
36 Jak'a apnaqawi uñst'ayäwi  

“ຈົ່ງ​ໄປ​ປຶກສາ​ພຣະເຈົ້າຢາເວ​ແທນ​ເຮົາ ແລະ​ປະຊາຊົນ​ຊາວ​ຢູດາ​ທຸກຄົນ ກ່ຽວກັບ​ຄຳສັ່ງສອນ​ໃນ​ປື້ມນີ້. ພຣະເຈົ້າຢາເວ​ໂກດຮ້າຍ​ພວກເຮົາ ເພາະ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ບໍ່ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມນີ້.”


ພວກເຂົາ​ໄດ້​ປະຖິ້ມ​ເຮົາ ແລະ​ໄປ​ຖວາຍ​ເຄື່ອງ​ບູຊາ​ແກ່​ບັນດາ​ພະອື່ນ ຊຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໃນ​ທຸກສິ່ງ ທີ່​ພວກເຂົາ​ໄດ້​ເຮັດ​ດ້ວຍ​ມື​ຂອງ​ພວກເຂົາ​ນັ້ນ. ຄວາມ​ໂກດຮ້າຍ​ຂອງເຮົາ​ລຸກ​ຂຶ້ນ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ດັບ​ລົງ.


“ຈົ່ງ​ໄປ​ປຶກສາ​ພຣະເຈົ້າຢາເວ​ເພື່ອ​ເຮົາ​ແລະ​ປະຊາຊົນ​ຜູ້​ທີ່​ຍັງເຫລືອ​ຢູ່​ໃນ​ອານາຈັກ​ອິດສະຣາເອນ​ແລະ​ຢູດາຍ ໂດຍ​ໃຫ້​ຖາມ​ເບິ່ງ​ເຖິງ​ຖ້ອຍຄຳ​ໃນ​ໜັງສື​ນີ້. ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ພວກເຮົາ ເພາະ​ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ໜັງສື​ນີ້.”


ຕໍ່ມາ ໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ ເມື່ອ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ. ຫລັງຈາກ​ນັ້ນ ພຣະອົງ​ກໍໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ​ຕັ້ງ​ຫລາຍ​ເທື່ອ ຈົນເຖິງ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ເຊເດກີຢາ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ. ໃນ​ເດືອນ​ທີ​ຫ້າ​ຂອງ​ປີ​ນັ້ນ​ເອງ ປະຊາຊົນ​ນະຄອນ​ເຢຣູຊາເລັມ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


“ເມື່ອ​ເຈົ້າ​ບອກ​ພວກເຂົາ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ພວກເຂົາ​ກໍ​ຈະ​ຖາມ​ເຈົ້າ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ລົງໂທດ​ພວກເຂົາ​ໜັກ​ແທ້.’ ພວກເຂົາ​ຈະ​ຖາມ​ວ່າ, ‘ພວກເຮົາ​ມີ​ຄະດີ​ຫຍັງ ແລະ​ໄດ້​ເຮັດ​ບາບ​ຫຍັງ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ແດ່.’


ແລະ​ບອກ​ໃຫ້​ປະຊາຊົນ​ທັງໝົດ​ຮູ້ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ນຳ​ໂທດກຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ມາ​ສູ່​ນະຄອນ​ນີ້​ແລະ​ເມືອງ​ໃກ້ຄຽງ​ທັງໝົດ​ດ້ວຍ ເພາະ​ພວກເຈົ້າ​ດື້ດ້ານ​ແລະ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງເຮົາ.”


ເຮົາ​ຈະ​ຕໍ່ສູ້​ເຈົ້າ​ດ້ວຍ​ຣິດອຳນາດ​ທັງໝົດ​ຂອງເຮົາ, ດ້ວຍ​ຄວາມ​ໂກດຮ້າຍ, ດ້ວຍ​ຄວາມ​ໂມໂຫ ແລະ​ດ້ວຍ​ຄວາມ​ໂກດແຄ້ນ​ຂອງເຮົາ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ໃຫ້​ປ່ຽນ​ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່​ດີ ແລະ​ຈາກ​ການ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກທ່ານ​ກຳລັງ​ເຮັດ​ຢູ່ ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ແກ່​ພວກທ່ານ ແລະ​ບັນພະບຸລຸດ​ຂອງ​ພວກທ່ານ ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ.


ບາງທີ​ປະຊາຊົນ​ຈະ​ຟັງ ແລະ​ຍອມເລີກ​ເຮັດ​ໃນ​ທາງຊົ່ວ​ກໍໄດ້. ຖ້າ​ພວກເຂົາ​ເລີກ​ເຮັດ ເຮົາ​ກໍ​ຈະ​ປ່ຽນ​ຄວາມ​ຕັ້ງໃຈ​ກ່ຽວກັບ​ແຜນການ ທີ່​ຈະ​ນຳ​ການທຳລາຍ​ມາ​ສູ່​ພວກເຂົາ ຍ້ອນ​ການ​ເຮັດຊົ່ວ​ທັງໝົດ​ຂອງ​ພວກເຂົາ​ນັ້ນ.”


ບາງທີ ເມື່ອ​ປະຊາຊົນ​ຢູດາ​ໄດ້ຍິນ​ເລື່ອງ​ການທຳລາຍ ທີ່​ເຮົາ​ຕັ້ງໃຈ​ຈະ​ນຳ​ມາ​ສູ່​ພວກເຂົາ​ນັ້ນ ພວກເຂົາ​ອາດ​ຈະ​ຫັນ​ຈາກ​ທາງ​ຊົ່ວຮ້າຍ​ກໍໄດ້. ແລ້ວ​ເຮົາ​ກໍ​ຈະ​ຍົກໂທດ​ຄວາມ​ຊົ່ວຮ້າຍ ແລະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.”


ຂ້າແດ່​ພະຣາຊາ ບັດນີ້​ຂໍ​ທ່ານ​ຟັງ ແລະ​ເຮັດ​ຕາມ​ຂ້ານ້ອຍ​ຂໍຮ້ອງ​ດ້ວຍ. ຢ່າ​ສົ່ງ​ຂ້ານ້ອຍ​ກັບຄືນ​ໄປ​ຄຸກ​ທີ່​ຢູ່​ເຮືອນ​ຂອງ​ໂຢນາທານ​ເລີຍ. ຖ້າ​ທ່ານ​ຂືນ​ສົ່ງ​ໄປ ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ຢູ່​ທີ່​ນັ້ນ​ເປັນແນ່.”


ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮັກສາ​ພັນທະສັນຍາ​ທີ່​ພວກເຈົ້າ​ມີ​ກັບ​ເຮົາ ຜູ້​ທີ່​ເປັນ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ອຸທິດຕົວ​ພວກເຈົ້າ​ເອງ​ແກ່​ເຮົາ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ ຄວາມ​ໂກດຮ້າຍ​ຂອງເຮົາ​ກໍ​ຈະ​ລຸກໄໝ້​ດັ່ງ​ໄຟ ເພາະ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໄຟ​ຈະ​ໄໝ້​ເຜົາຜານ​ໃຫຍ່ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ແລະ​ເວົ້າ​ວ່າ, “ກະລຸນາ​ເຮັດ​ຕາມ​ທີ່​ພວກເຮົາ​ຂໍຮ້ອງ​ເຖີດ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໃຫ້​ພວກເຮົາ​ດ້ວຍ. ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ທຸກຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່. ຄັ້ງ​ໜຶ່ງ​ນັ້ນ ພວກເຮົາ​ເຄີຍ​ມີ​ຫລາຍ​ຄົນ, ແຕ່​ບັດນີ້​ພວກເຮົາ​ເຫຼືອ​ຢູ່​ພຽງ​ໜ້ອຍຄົນ​ເທົ່ານັ້ນ ດັ່ງ​ທີ່​ທ່ານ​ໄດ້​ເຫັນ​ນີ້ແຫລະ.


ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ ຂອງ​ພຣະອົງ​ອອກ​ມາ​ຢ່າງ​ເຕັມ​ກຳລັງ ໂດຍ​ໄດ້​ດັງ​ໄຟ​ຈູດ​ພູເຂົາ​ຊີໂອນ ຈົນ​ເມືອງ​ໄໝ້​ເຜົາຜານ​ຈຸ​ພື້ນ.


“ມະນຸດ​ເອີຍ ບັດນີ້ ຈົ່ງ​ຈັດແຈ່ງ​ຫໍ່​ເອົາ​ເຂົ້າຂອງ​ເໝືອນ​ອົບພະຍົບ​ຄົນ​ໜຶ່ງ ແລະ​ເລີ່ມ​ອອກ​ເດີນທາງ​ກ່ອນ​ຕາເວັນ​ຕົກ​ດິນ. ຈົ່ງ​ໃຫ້​ທຸກຄົນ​ເຫັນ​ເຈົ້າ​ໜີໄປ​ບ່ອນ​ອື່ນ. ບາງທີ​ຄົນ​ກະບົດ​ເຫຼົ່ານັ້ນ​ຈະ​ສັງເກດ​ເຫັນ​ເຈົ້າ​ກໍໄດ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ຈະ​ສົ່ງ​ລົມພະຍຸ, ຫ່າຝົນ ແລະ​ໝາກເຫັບ​ມາ​ທຳລາຍ​ກຳແພງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ, “ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ເຕືອນ​ວ່າ ເມື່ອ​ເຮົາ​ໂກດຮ້າຍ​ພວກເຈົ້າ ເຮົາ​ຈະ​ປົກຄອງ​ພວກເຈົ້າ​ດ້ວຍ​ມື​ອັນ​ເຂັ້ມແຂງ ແລະ​ດ້ວຍ​ຣິດອຳນາດ​ທຸກຢ່າງ​ຂອງເຮົາ​ສັນນັ້ນ.


ຕາມ​ວິທີ​ດຽວກັນ​ກັບ​ແຮ່​ເງິນ, ທອງແດງ, ເຫຼັກ, ຊືນ ແລະ​ກົ່ວ ຖືກ​ນຳ​ເຂົ້າ​ໄປ​ໃນ​ເຕົາ​ຫລອມ. ຄວາມ​ໂກດຮ້າຍ​ແລະ​ຄວາມ​ໂມໂຫ​ຂອງເຮົາ​ຈະ​ຫລອມ​ພວກເຂົາ ເໝືອນ​ໄຟ​ຫລອມ​ແຮ່​ຂອງ​ໂລຫະ.


ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ ຈົນກວ່າ​ເຮົາ​ຈະ​ພໍໃຈ. ເມື່ອ​ສິ່ງ​ທັງໝົດ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ມີ​ຄວາມ​ແນ່ໃຈ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ຢ່າງ​ຮຸນແຮງ​ຈົນ​ສຸດຂີດ ຍ້ອນ​ຄວາມ​ບໍ່​ສັດຊື່​ຂອງ​ເຈົ້າ.


ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ເຮົາ​ຈະ​ບໍ່​ໄວ້​ຊີວິດ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ພວກເຂົາ. ເຖິງ​ແມ່ນ​ພວກເຂົາ​ຈະ​ຮ້ອງ​ພາວັນນາ​ອະທິຖານ​ຕໍ່​ເຮົາ ຈົນ​ສຸດ​ສຽງ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ຟັງ​ພວກເຂົາ.”


ໂດຍ​ລົງໂທດ​ພວກ​ຂ້ານ້ອຍ​ທຸກຢ່າງ ຕາມ​ທີ່​ໄດ້​ມີ​ກ່າວ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ແຕ່​ຈົນ​ບັດນີ້ ພວກ​ຂ້ານ້ອຍ​ກໍ​ຍັງ​ບໍ່ໄດ້​ພະຍາຍາມ​ເຮັດ​ໃຫ້​ພຣະອົງ​ພໍໃຈ ໂດຍ​ຫັນໜີ​ຈາກ​ບາບ ຫລື​ໂດຍ​ປະພຶດ​ຕາມ​ຄວາມຈິງ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຟັງ​ພວກ​ຂ້ານ້ອຍ ໂຜດ​ຫລຽວ​ເບິ່ງ​ພວກ​ຂ້ານ້ອຍ ແລະ​ໂຜດ​ເບິ່ງ​ຄວາມ​ຍາກ​ລຳບາກ​ທີ່​ພວກ​ຂ້ານ້ອຍ​ກຳລັງ​ປະເຊີນ​ຢູ່ ພ້ອມທັງ​ຄວາມ​ທົນທຸກ​ໃນ​ເມືອງ​ທີ່​ຮັບ​ເອົາ​ນາມ​ພຣະອົງ​ດ້ວຍ. ພວກ​ຂ້ານ້ອຍ​ກຳລັງ​ພາວັນນາ​ອະທິຖານ​ຫາ​ພຣະອົງ ບໍ່ແມ່ນ​ຍ້ອນ​ພວກ​ຂ້ານ້ອຍ​ກະທຳ​ໃນ​ສິ່ງ​ທີ່​ຖືກຕ້ອງ ແຕ່​ຍ້ອນ​ພຣະອົງ​ມີ​ຄວາມ​ເມດຕາ.


ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ແຕ່​ມາ​ດຽວ​ນີ້ ຈົ່ງ​ກັບໃຈໃໝ່​ຢ່າງ​ແທ້ຈິງ​ສາ​ເຖີດ ແລະ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ເຕັມໃຈ ດ້ວຍ​ການ​ອົດອາຫານ​ແລະ​ຮ້ອງໄຫ້​ໄວ້ທຸກ.


ໃຫ້​ໃຈ​ປວດລ້າວ​ສໍ່​ໃຫ້​ເຫັນ​ເຈົ້າ​ເສົ້າ​ເສຍໃຈ ຈີກ​ເຄື່ອງນຸ່ງ​ຂອງຕົນ​ບໍ່​ເປັນ​ການ​ພຽງພໍ​ດອກ.” ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສາ ພຣະອົງ​ຊົງ​ຄຸນຄວາມດີ​ແລະ​ເມດຕາ​ເຕັມ​ລົ້ນ; ພຣະອົງ​ອົດທົນ​ແລະ​ເຮັດ​ທຸກຢ່າງ​ຕາມ​ພຣະສັນຍາ ພ້ອມ​ສະເໝີ​ທີ່​ຈະ​ໃຫ້​ອະໄພ​ແລະ​ຍົກໂທດ​ໃຫ້.


ປະຊາຊົນ​ທຸກຄົນ ແລະ​ສັດ​ທຸກ​ໂຕ ຕ້ອງ​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ທຸກຄົນ​ຕ້ອງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ ແລະ​ຕ້ອງ​ເລີກ​ປະພຶດ​ການຊົ່ວ​ແລະ​ເຊົາ​ເຮັດ​ການ​ໂຫດຮ້າຍ​ຂອງຕົນ​ສາ.


‘ຢ່າ​ສູ່​ເປັນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ນານ​ມາ​ແລ້ວ​ບັນດາ​ຜູ້ທຳນວາຍ​ໄດ້​ບອກ​ວ່າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ບອກ​ພວກເຈົ້າ​ບໍ່​ໃຫ້​ດຳເນີນ​ຊີວິດ​ໃນ​ທາງ​ຊົ່ວຊ້າ​ແລະ​ໃນ​ທາງ​ບາບ​ຕໍ່ໄປ.’ ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຈະ​ຕາຍ​ໃນ​ໄວໆ​ນີ້ ແລະ​ຫລັງຈາກ​ເຈົ້າ​ຕາຍໄປ​ແລ້ວ​ປະຊາຊົນ​ກໍ​ຈະ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ. ພວກເຂົາ​ຈະ​ປະຖິ້ມ​ເຮົາ ແລະ​ໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ​ໃນ​ດິນແດນ​ທີ່​ພວກເຂົາ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.


ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ເຮົາ​ຈະ​ຄຽດຮ້າຍ​ພວກເຂົາ ເຮົາ​ຈະ​ປະຖິ້ມ​ພວກເຂົາ​ແລະ​ພວກເຂົາ​ຈະ​ຖືກ​ທຳລາຍ. ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ ແລ້ວ​ພວກເຂົາ​ຈະ​ຮູ້​ແນ່ແທ້​ວ່າ ສິ່ງ​ເຫຼົ່ານີ້​ທີ່​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ຍ້ອນ​ວ່າ​ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຂົາ​ບໍ່​ຢູ່​ນຳ​ພວກເຂົາ​ອີກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka