Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:5 - ພຣະຄຳພີສັກສິ

5 ຕໍ່ມາ ຂ້າພະເຈົ້າ​ໄດ້​ແນະນຳ​ບາຣຸກ​ດັ່ງນີ້: “ຂ້ອຍ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ວິຫານ​ຂອງ​ພຣະເຈົ້າຢາເວ​ອີກ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:5
15 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ​ເອງ ຂ້າພະເຈົ້າ​ໄດ້​ໄປ​ຢ້ຽມຢາມ​ເຊມາອີຢາ​ລູກຊາຍ​ຂອງ​ເດລາອີຢາ ແລະ​ຫລານຊາຍ​ຂອງ​ເມເຮຕາເບນ ຜູ້​ທີ່​ປະ​ເຮືອນ​ໄປ​ໃສ​ບໍ່ໄດ້. ລາວ​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ທ່ານ​ແລະ​ຂ້າພະເຈົ້າ​ຕ້ອງ​ໄປ​ລີ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ໃນ​ພຣະວິຫານ ແລະ​ອັດ​ປະຕູ​ລົງໄລ​ໄວ້ ເພາະ​ພວກເຂົາ​ຈະ​ມາ​ຂ້າ​ທ່ານ. ບັດນີ້ ພວກເຂົາ​ອາດ​ຈະ​ຂ້າ​ທ່ານ​ໃນ​ຄືນໃດ ຫລື​ໃນ​ຄືນໜຶ່ງ​ກໍໄດ້.”


ພຣະອົງ​ໄດ້​ເຮັດ​ໃຫ້​ໝູ່ເພື່ອນ​ຜູ້​ໃກ້ຊິດ​ຂອງ​ຂ້ານ້ອຍ​ປະຖິ້ມ​ຂ້ານ້ອຍ​ໄປ ຂ້ານ້ອຍ​ຖືກ​ພວກເຂົາ​ກຽດຊັງ ແລະ​ຖືກ​ຂັງ​ໄວ້​ຈົນ​ໜີໄປ​ບໍ່ໄດ້


ລາວ​ຈຶ່ງ​ສັ່ງ​ຄົນ​ໃຫ້​ຂ້ຽນຕີ ແລະ​ລ່າມໂສ້​ຂ້າພະເຈົ້າ​ໄວ້ ທີ່​ຂ້າງ​ເທິງ​ໃກ້​ກັບ​ປະຕູ​ເບັນຢາມິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ແລະ​ໄປ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ຂ້າພະເຈົ້າ​ໄດ້​ມອບ​ໃບຕາດິນ​ນັ້ນ​ໃຫ້​ລາວ ໂດຍ​ຊ້ອງໜ້າ​ຮານາເມນ​ແລະ​ພວກ​ພະຍານ ທີ່​ໄດ້​ເຊັນ​ໜັງສື​ຊື້ຂາຍ​ລວມ​ທັງ​ຄົນ​ທີ່​ໄດ້​ນັ່ງ​ຢູ່​ໃນ​ບໍລິເວນ​ນັ້ນ.


ໃນ​ເວລາ​ນັ້ນ ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ; ສ່ວນ​ຂ້າພະເຈົ້າ​ນັ້ນ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ບໍລິເວນ​ຂອງ​ຣາຊວັງ.


ໃນ​ຂະນະທີ່​ຂ້າພະເຈົ້າ​ຢູ່​ໃນ​ຄຸກ​ຂອງ​ບໍລິເວນ​ຣາຊວັງ​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ຂ້າພະເຈົ້າ​ອີກ​ວ່າ,


ພວກເຂົາ​ຈຶ່ງ​ຄຽດແຄ້ນ​ໃຫຍ່​ພ້ອມ​ທັງ​ຂ້ຽນຕີ​ຂ້າພະເຈົ້າ ແລະ​ກັກຂັງ​ຂ້າພະເຈົ້າ​ໄວ້​ໃນ​ເຮືອນ​ຂອງ​ໂຢນາທານ ເລຂາທິການ​ຂອງ​ກະສັດ ຊຶ່ງ​ບ່ອນ​ນີ້​ໄດ້​ຖືກ​ດັດແປງ​ໃຫ້​ເປັນ​ຄຸກ.


ຂ້າພະເຈົ້າ​ຖືກ​ຄວບຄຸມ​ຕົວ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ ຈົນເຖິງ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ແຕກ.


ສະນັ້ນ ພວກເຂົາ​ຈຶ່ງ​ຈັບ​ຂ້າພະເຈົ້າ​ໄປ ແລະ​ໃຊ້​ເຊືອກ​ຢ່ອນ​ຂ້າພະເຈົ້າ​ລົງ​ໃນ​ສ້າງ​ຂອງ​ເຈົ້າຊາຍ​ມານກີຢາ ຊຶ່ງ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ນັ້ນ​ເອງ. ຢູ່​ໃນ​ສ້າງ​ໜ່ວຍ​ນີ້​ບໍ່ມີ​ນໍ້າ ແລະ​ມີ​ແຕ່​ຂີ້ຕົມ ແລະ​ຂ້າພະເຈົ້າ​ກໍ​ຈົມລົງ​ໃນ​ຂີ້ຕົມ​ນັ້ນ.


ບັດນີ້ ຂ້ອຍ​ຈະ​ແກ້​ໂສ້​ທີ່​ລ່າມ​ເຈົ້າ​ອອກ ແລະ​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ. ຖ້າ​ເຈົ້າ​ຢາກ​ໄປ​ບາບີໂລນ​ນຳ​ຂ້ອຍ ເຈົ້າ​ກໍ​ໄປ​ໄດ້ ແລະ​ຂ້ອຍ​ຈະ​ເບິ່ງແຍງ​ເຈົ້າ. ແຕ່​ຖ້າ​ເຈົ້າ​ບໍ່​ຢາກ​ໄປ ກໍ​ບໍ່​ຈຳເປັນ​ຕ້ອງ​ໄປ. ເຈົ້າ​ເລືອກ​ໄປ​ທີ່ໃດ​ກໍໄດ້​ໃນ​ທົ່ວ​ດິນແດນ​ນີ້ ແລະ​ເຈົ້າ​ໄປ​ທີ່ໃດ​ກໍໄດ້​ຕາມ​ທີ່​ເຈົ້າ​ຕ້ອງການ.”


ພວກເຂົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ​ບໍ? ເຮົາ​ຂໍ​ເວົ້າ​ດັ່ງ​ຄົນ​ເສຍສະຕິ​ວ່າ, ເຮົາ​ກໍ​ເປັນ​ລື່ນ​ພວກເຂົາ​ອີກ ເຮົາ​ໄດ້​ດຳເນີນ​ພາລະກິດ​ໜັກ​ກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຄຸກ​ຫລາຍກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຂ້ຽນ​ຖືກ​ຕີ​ຫລາຍກວ່າ​ພວກເຂົາ ແລະ​ໃນ​ການ​ປະເຊີນ​ໄພ ເຮົາ​ເກືອບ​ຕາຍ​ຫລາຍ​ເທື່ອ​ແລ້ວ.


ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຄື​ໂປໂລ​ຜູ້​ຖືກ​ຈຳຈອງ​ຢູ່ ຍ້ອນ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ຍ້ອນ​ຂ່າວປະເສີດ​ນີ້​ແຫຼະ ຂ້າພະເຈົ້າ​ຈຶ່ງ​ເປັນ​ຣາຊທູດ​ຜູ້​ຕິດ​ໂສ້​ຢູ່ ເພື່ອ​ຂ້າພະເຈົ້າ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ ດ້ວຍ​ໃຈ​ກ້າຫານ​ຕາມ​ທີ່​ຂ້າພະເຈົ້າ​ຄວນ​ຈະ​ກ່າວ.


ເພາະ​ຂ່າວປະເສີດ​ນີ້ ເຮົາ​ຈຶ່ງ​ທົນທຸກ ແລະ​ຖືກ​ຜູກມັດ​ດັ່ງ​ຜູ້ຮ້າຍ ແຕ່​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ ບໍ່ມີ​ຜູ້ໃດ​ຜູກມັດ​ໄວ້​ໄດ້.


ບາງຄົນ​ອີກ ຖືກ​ຫຍໍ້ຫຍັນ​ແລະ​ຖືກ​ຂ້ຽນຕີ ຄົນອື່ນ​ອີກ ຖືກ​ລ່າມໂສ້​ແລະ​ຖືກ​ຄຸມຂັງ​ໃນ​ຄຸກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka