Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:4 - ພຣະຄຳພີສັກສິ

4 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອີ້ນ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ເຂົ້າ​ມາ​ຫາ; ແລະ​ໃຫ້​ຂຽນ​ທຸກໆ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ. ແລ້ວ​ບາຣຸກ​ກໍໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ລົງ​ໃນ​ເຈ້ຍ​ມ້ວນ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:4
22 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຂຽນ​ລົງ​ໃສ່​ໜັງສື​ມ້ວນ​ໜຶ່ງ​ວ່າ ປະຊາຊົນ​ເປັນ​ຄົນ​ຢ່າງໃດ​ເພື່ອ​ຈະ​ໄດ້​ບັນທຶກ​ໄວ້​ເປັນ​ການ​ຖາວອນ​ວ່າ ພວກເຂົາ​ຊົ່ວຊ້າ​ສໍ່າໃດ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເອົາ​ປ້າຍ​ໃຫຍ່​ແຜ່ນ​ໜຶ່ງ​ມາ ແລະ​ຂຽນ​ໜັງສື​ໂຕ​ໃຫຍ່ໆ​ໃສ່​ໃນ​ນັ້ນ ວ່າ: ‘ລົງ​ມື​ປຸ້ນ​ທັນທີ ໄດ້​ຂອງ​ປຸ້ນ​ມາ​ໄວ.’


ເຮົາ​ຈະ​ລົງໂທດ​ບາບີໂລນ​ດ້ວຍ​ໄພພິບັດ​ທັງໝົດ ທີ່​ເຮົາ​ໄດ້​ຂູ່​ວ່າ​ຈະ​ນຳ​ມາ​ສູ່​ປະເທດ​ທັງຫລາຍ ເມື່ອ​ເຮົາ​ໄດ້​ກ່າວ​ຜ່ານ​ທາງ​ເຢເຣມີຢາ​ນັ້ນ ຄື​ໄພພິບັດ​ທັງໝົດ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ນີ້.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວວ່າ, “ຈົ່ງ​ຂຽນ​ຖ້ອຍຄຳ​ທັງໝົດ ທີ່​ເຮົາ​ໄດ້​ບອກ​ແກ່​ເຈົ້າ​ນັ້ນ​ໄວ້​ໃນ​ໜັງສື​ເຫຼັ້ມໜຶ່ງ.


ແລະ​ໄປ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ຂ້າພະເຈົ້າ​ໄດ້​ມອບ​ໃບຕາດິນ​ນັ້ນ​ໃຫ້​ລາວ ໂດຍ​ຊ້ອງໜ້າ​ຮານາເມນ​ແລະ​ພວກ​ພະຍານ ທີ່​ໄດ້​ເຊັນ​ໜັງສື​ຊື້ຂາຍ​ລວມ​ທັງ​ຄົນ​ທີ່​ໄດ້​ນັ່ງ​ຢູ່​ໃນ​ບໍລິເວນ​ນັ້ນ.


ແລ້ວ​ບັນດາ​ເຈົ້ານາຍ​ກໍ​ໃຊ້​ເຢຮູດີ (ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເຊເລມີຢາ ແລະ​ເຫຼັນ​ຂອງ​ກູຊີ) ໃຫ້​ໄປ​ບອກ​ບາຣຸກ​ນຳ​ໜັງສື​ມ້ວນ​ມາ ຄື​ໜັງສື​ທີ່​ລາວ​ໄດ້​ອ່ານ​ສູ່​ປະຊາຊົນ​ຟັງ​ຢູ່​ນັ້ນ. ບາຣຸກ​ຈຶ່ງ​ນຳ​ໜັງສື​ມ້ວນ​ມາ.


ແລ້ວ​ກະສັດ​ກໍໄດ້​ໃຊ້​ເຢຮູດີ​ໄປ​ເອົາ​ໜັງສື​ມ້ວນ​ນັ້ນ​ມາ. ລາວ​ຈຶ່ງ​ໄປ​ເອົາ​ໜັງສື​ມ້ວນ​ນັ້ນ​ມາ​ຈາກ​ຫ້ອງ​ຂອງ​ເອລີຊາມາ ແລະ​ອ່ານ​ໃຫ້​ກະສັດ​ຟັງ​ພ້ອມ​ທັງ​ຂ້າຣາຊການ​ທັງໝົດ ທີ່​ຢືນ​ອ້ອມ​ເພິ່ນ​ຢູ່​ນັ້ນ.


ພໍ​ເຢຮູດີ​ອ່ານ​ສຸດ​ສາມ​ສີ່​ຕອນ​ເທົ່ານັ້ນ ກະສັດ​ກໍ​ໃຊ້​ມີດ​ນ້ອຍ​ຕັດ​ຕອນ​ນັ້ນ​ຖິ້ມ​ໃສ່​ໄຟ. ເພິ່ນ​ສືບຕໍ່​ເຮັດ​ເຊັ່ນນີ້​ຈົນ​ໜັງສື​ມ້ວນ​ນັ້ນ​ຖືກ​ຈູດ​ທັງໝົດ.


ແລ້ວ​ເພິ່ນ​ກໍ​ສັ່ງ​ເຈົ້າຊາຍ​ເຢຣາເມເອນ, ເສຣາອີຢາ​ລູກຊາຍ​ຂອງ​ອາຊະຣິເອນ ແລະ​ເຊເລມີຢາ​ລູກຊາຍ​ຂອງ​ອັບເດເອນ, ໃຫ້​ໄປ​ຈັບ​ຂ້າພະເຈົ້າ ແລະ​ບາຣຸກ ເລຂາທິການ​ຂອງ​ຂ້າພະເຈົ້າ. ແຕ່​ພຣະເຈົ້າຢາເວ​ໄດ້​ເຊື່ອງ​ພວກເຮົາ​ໄວ້.


ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິມ​ໄດ້​ຈູດ​ໜັງສື​ມ້ວນ ທີ່​ຂ້າພະເຈົ້າ​ໄດ້​ບອກ​ຖ້ອຍຄຳ​ໃຫ້​ບາຣຸກ​ຂຽນ​ນັ້ນ​ແລ້ວ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,


“ໃຫ້​ເອົາ​ເຈ້ຍ​ມ້ວນ​ອື່ນ​ມາ​ຂຽນ​ຖ້ອຍຄຳ ທີ່​ມີ​ຢູ່​ໃນ​ໜັງສື​ມ້ວນ​ສະບັບ​ທຳອິດ​ທີ່​ເຢໂຮຍອາກິມ​ກະສັດ​ແຫ່ງ​ຢູດາຍ​ໄດ້ຈູດ​ນັ້ນ​ໃສ່.


ແລ້ວ​ຂ້າພະເຈົ້າ​ກໍ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ອີກ​ມອບ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ເລຂາທິການ​ຂອງ​ຂ້າພະເຈົ້າ ຂຽນ​ທຸກ​ຖ້ອຍຄຳ​ຕາມ​ຄຳ​ບອກ​ຂອງ​ຂ້າພະເຈົ້າ. ລາວ​ໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໜັງສື​ມ້ວນ​ສະບັບ​ທຳອິດ ແລະ​ຍັງ​ຕື່ມ​ຂໍ້ຄວາມ​ອີກ​ຫລາຍ​ຢ່າງ ທີ່​ຄືກັນ​ກັບ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ.


ແຕ່​ເມື່ອ​ປະຊາຊົນ​ຖືສິນ​ອົດອາຫານ ຂ້ອຍ​ຢາກ​ໃຫ້​ເຈົ້າ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ. ເຈົ້າ​ຕ້ອງ​ອ່ານ​ໜັງສື​ມ້ວນ​ນີ້​ດ້ວຍ​ສຽງ​ອັນ​ດັງ ເພື່ອ​ພວກເຂົາ​ຈະ​ໄດ້ຍິນ​ທຸກໆ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້ອຍ ແລະ​ຂ້ອຍ​ກໍໄດ້​ບອກ​ໃຫ້​ເຈົ້າ​ຂຽນ​ຕາມ​ນັ້ນ. ຈົ່ງ​ອ່ານ​ໜັງສື​ນີ້​ໃນ​ບ່ອນ​ທີ່​ທຸກໆ​ຄົນ​ໄດ້ຍິນ​ເຈົ້າ ລວມທັງ​ປະຊາຊົນ​ຢູດາ​ທີ່​ມາ​ຈາກ​ເມືອງ​ຕ່າງໆ.


ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຍຸແຫຍ່​ເຈົ້າ​ໃຫ້​ຕໍ່ສູ້​ພວກເຮົາ ເພື່ອ​ວ່າ​ຊາວ​ບາບີໂລນ​ຈະ​ໄດ້​ມີ​ອຳນາດ​ເໜືອ​ພວກເຮົາ ແລະ​ຂ້າ​ພວກເຮົາ ຫລື​ຈັບ​ພວກເຮົາ​ທັງໝົດ​ໄປ​ບາບີໂລນ​ຄືກັນ.”


ຜູ້ຮັບໃຊ້​ສ່ວນຕົວ​ຂອງ​ກະສັດ​ເຊເດກີຢາ​ແມ່ນ​ເສຣາອີຢາ​ລູກຊາຍ​ຂອງ​ເນຣິຢາ​ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ເສຣາອີຢາ​ໄດ້​ໄປ​ທີ່​ບາບີໂລນ​ກັບ​ເພິ່ນ ແລະ​ຂ້າພະເຈົ້າ​ກໍໄດ້​ໃຫ້​ຄຳແນະນຳ​ລາວ​ບາງ​ຢ່າງ.


ຂ້າພະເຈົ້າ​ໄດ້​ຂຽນ​ເລື່ອງລາວ​ຂອງ​ຄວາມພິນາດ​ທັງໝົດ ທີ່​ຈະ​ເກີດຂຶ້ນ​ກັບ​ບາບີໂລນ​ແລະ​ເລື່ອງລາວ​ອື່ນໆ​ທັງໝົດ ຊຶ່ງ​ມີ​ກ່າວ​ກ່ຽວກັບ​ບາບີໂລນ​ໄວ້​ໃນ​ປຶ້ມ.


ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ມື​ເບື້ອງໜຶ່ງ ຖື​ໜັງສື​ມ້ວນ​ເດ່​ອອກ​ມາ​ທາງ​ຂ້າພະເຈົ້າ.


ໃນ​ປີ​ທຳອິດ​ແຫ່ງ​ຣາຊການ​ຂອງ​ເຈົ້າ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ ຂ້າພະເຈົ້າ​ໄດ້​ຝັນ ແລະ​ເຫັນ​ນິມິດ​ໃນ​ເວລາ​ກາງຄືນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ບັນທຶກ​ຄວາມຝັນ​ນັ້ນ​ໄວ້ ແລະ​ຕໍ່ໄປນີ້​ແມ່ນ​ບັນທຶກ​ຂອງ​ຄວາມຝັນ


ຂ້າພະເຈົ້າ​ໄດ້​ຫລຽວເບິ່ງ​ອີກ ແລະ​ໃນ​ເທື່ອ​ນີ້​ຂ້າພະເຈົ້າ​ເຫັນ​ໜັງສື​ມ້ວນ ປິວໄປ​ໃນ​ອາກາດ.


ເຮົາ​ຄື ເຕຣະຕຽວ ຜູ້​ຂຽນ​ຈົດໝາຍ​ສະບັບ​ນີ້ ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ ໃນ​ອົງພຣະ​ຜູ້​ເປັນເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka