ເຢເຣມີຢາ 36:31 - ພຣະຄຳພີສັກສິ31 ເຮົາຈະລົງໂທດເຈົ້າ, ເຊື້ອສາຍຂອງເຈົ້າ ແລະບັນດາຂ້າຣາຊການຂອງເຈົ້າ ຍ້ອນການບາບທີ່ພວກເຈົ້າທັງໝົດໄດ້ເຮັດ. ເຈົ້າເອງລວມທັງຊາວນະຄອນເຢຣູຊາເລັມແລະຢູດາ ບໍ່ໄດ້ເອົາໃຈໃສ່ຕໍ່ຄຳຕັກເຕືອນຂອງເຮົາ; ສະນັ້ນ ເຮົາຈຶ່ງຈະນຳໄພພິບັດຊຶ່ງເຮົາໄດ້ຂູ່ໄວ້ນັ້ນມາສູ່ພວກເຈົ້າທຸກຄົນ.” Uka jalj uñjjattʼäta |
ນີ້ແມ່ນພຣະເຈົ້າຢາເວກ່າວຄື: ເຮົາຈະລົງໂທດເຊມາອີຢາຊາວເນເຮລາມກັບເຊື້ອສາຍຂອງລາວ ລາວຈະບໍ່ມີເຊື້ອສາຍຈັກຄົນດຽວອາໄສຢູ່ໃນທ່າມກາງພວກເຈົ້າ. ລາວຈະບໍ່ມີຊີວິດຢູ່ໄດ້ເຫັນສິ່ງດີທັງຫລາຍ ຊຶ່ງເຮົາຈະເຮັດສຳລັບປະຊາຊົນຂອງເຮົາ, ເພາະລາວໄດ້ສອນພວກເຂົາໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ.’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.”
ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’