ເຢເຣມີຢາ 36:3 - ພຣະຄຳພີສັກສິ3 ບາງທີ ເມື່ອປະຊາຊົນຢູດາໄດ້ຍິນເລື່ອງການທຳລາຍ ທີ່ເຮົາຕັ້ງໃຈຈະນຳມາສູ່ພວກເຂົານັ້ນ ພວກເຂົາອາດຈະຫັນຈາກທາງຊົ່ວຮ້າຍກໍໄດ້. ແລ້ວເຮົາກໍຈະຍົກໂທດຄວາມຊົ່ວຮ້າຍ ແລະການບາບທີ່ພວກເຂົາໄດ້ເຮັດ.” Uka jalj uñjjattʼäta |
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ຈົ່ງສະແຫວງຫາພຣະເຈົ້າຢາເວສາເຖີດ ພວກເຈົ້າທຸກຄົນທີ່ເປັນປະຊາຊົນ ຜູ້ຖ່ອມໃຈໃນດິນແດນ ຄືຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ. ຈົ່ງຊອກຫາຄວາມຊອບທຳ ແລະຈົ່ງຊອກຫາຄວາມຖ່ອມໃຈລົງ. ບາງທີພວກເຈົ້າອາດຈະຫລົບໜີຈາກການລົງໂທດກໍໄດ້ ໃນວັນທີ່ພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງນັ້ນ.
ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າ ທີ່ຈະເຮັດໃຫ້ພຣະສັນຍາຂອງພຣະອົງສຳເລັດ ເໝືອນດັ່ງທີ່ບາງຄົນນັ້ນຄິດວ່າຊ້າ ແຕ່ພຣະອົງຊົງອົດທົນດົນນານ ເພາະເຫັນແກ່ເຈົ້າທັງຫຼາຍ. ພຣະອົງບໍ່ປະສົງໃຫ້ຜູ້ໃດຜູ້ໜຶ່ງຕ້ອງຈິບຫາຍໄປ, ແຕ່ຊົງປາຖະໜາທີ່ຈະໃຫ້ຄົນທັງປວງ ມາເຖິງການຖິ້ມໃຈເກົ່າເອົາໃຈໃໝ່.
ຊາມູເອນໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, “ຖ້າພວກເຈົ້າກັບຄືນມາຫາພຣະເຈົ້າຢາເວດ້ວຍສຸດໃຈຂອງພວກເຈົ້າ ພວກເຈົ້າຈະຕ້ອງກຳຈັດບັນດາພະຂອງຊາວຕ່າງຊາດ ແລະຮູບຂອງເຈົ້າແມ່ອັດສະຕາກ. ຈົ່ງອຸທິດພວກເຈົ້າເອງແກ່ພຣະເຈົ້າຢາເວດ້ວຍສຸດໃຈແລະຮັບໃຊ້ແຕ່ພຣະອົງເທົ່ານັ້ນ ແລະພຣະອົງກໍຈະຊ່ວຍເອົາພວກເຈົ້າໃຫ້ພົ້ນຈາກອຳນາດຂອງພວກຟີລິດສະຕິນ.”