Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:26 - ພຣະຄຳພີສັກສິ

26 ແລ້ວ​ເພິ່ນ​ກໍ​ສັ່ງ​ເຈົ້າຊາຍ​ເຢຣາເມເອນ, ເສຣາອີຢາ​ລູກຊາຍ​ຂອງ​ອາຊະຣິເອນ ແລະ​ເຊເລມີຢາ​ລູກຊາຍ​ຂອງ​ອັບເດເອນ, ໃຫ້​ໄປ​ຈັບ​ຂ້າພະເຈົ້າ ແລະ​ບາຣຸກ ເລຂາທິການ​ຂອງ​ຂ້າພະເຈົ້າ. ແຕ່​ພຣະເຈົ້າຢາເວ​ໄດ້​ເຊື່ອງ​ພວກເຮົາ​ໄວ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:26
34 Jak'a apnaqawi uñst'ayäwi  

“ຈົ່ງ​ອອກ​ຈາກ​ບ່ອນ​ນີ້​ໄປ​ທາງທິດ​ຕາເວັນອອກ ແລະ​ໄປ​ລີ້​ຢູ່​ທີ່​ຫ້ວຍ​ເກຣິດ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.


“ບັດນີ້ ຈົ່ງ​ໄປ​ທີ່​ເມືອງ​ຊາເຣຟັດ​ຢູ່​ໃກ້​ກັບ​ເມືອງ​ຊີໂດນ ແລະ​ພັກ​ຢູ່​ທີ່​ນັ້ນ. ເຮົາ​ໄດ້​ສັ່ງ​ໃຫ້​ແມ່ໝ້າຍ​ຜູ້ໜຶ່ງ​ຢູ່​ໃນ​ເມືອງ​ນີ້ ເປັນ​ຜູ້​ລ້ຽງ​ເຈົ້າ.”


ໃນ​ສະໄໝ​ຍານາງ​ເຢເຊເບນ​ໄດ້​ຂ້າ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ ໂອບາດີຢາ​ໄດ້​ເອົາ​ພວກ​ຜູ້ທຳນວາຍ ໜຶ່ງຮ້ອຍ​ຄົນ ໄປ​ເຊື່ອງ​ໄວ້​ຢູ່​ໃນ​ຖໍ້າ​ບ່ອນ​ລະ​ຫ້າສິບ​ຄົນ ແລະ​ໄດ້​ນຳ​ເອົາ​ອາຫານ ແລະ​ນໍ້າ​ໄປ​ລ້ຽງ​ພວກ​ເຫຼົ່ານີ້.)


ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”


ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ໂດຍຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”


ແລ້ວ​ກະສັດ​ອາຮາບ​ກໍ​ສັ່ງ​ໃຫ້​ເຈົ້າໜ້າທີ່​ຜູ້ໜຶ່ງ​ຂອງຕົນ​ວ່າ, “ໃຫ້​ຈັບ​ມີກາອີຢາ​ໄປ​ຫາ​ອາໂມນ​ຜູ້ປົກຄອງ​ເມືອງ ແລະ​ນຳ​ລາວ​ໄປ​ຫາ​ເຈົ້າ​ຊາຍໂຢອາດ.


ແຕ່​ໂຢອາດ ລູກຊາຍ​ຂອງ​ກະສັດ​ອາຮາຊີຢາ​ປົບໜີໄປ​ໄດ້. ລາວ​ເກືອບ​ຖືກ​ຂ້າ​ພ້ອມ​ກັບ​ພວກ​ອື່ນໆ, ແຕ່​ເຢໂຮເຊບາ ປ້າ​ຂອງ​ລາວ​ຊ່ວຍ​ຊີວິດ​ລາວ​ໄວ້​ໄດ້. ເຢໂຮເຊບາ​ເປັນ​ລູກສາວ​ຂອງ​ກະສັດ​ໂຢຣາມ ແລະ​ເປັນ​ນ້ອງ​ຕ່າງ​ແມ່​ຂອງ​ກະສັດ​ອາຮາຊີຢາ. ນາງ​ເຢໂຮເຊບາ​ໄດ້​ພາ​ໂຢອາດ​ກັບ​ແມ່​ລ້ຽງ​ຂອງ​ລາວ​ເຂົ້າ​ໄປ​ໃນ​ຫ້ອງ​ນອນ​ທີ່​ພຣະວິຫານ ແລະ​ເຊື່ອງ​ລາວ​ໄວ້​ຈາກ​ຍານາງ​ອາທາລີຢາ​ເພື່ອ​ວ່າ​ລາວ​ຈະ​ບໍ່ໄດ້​ຖືກ​ຂ້າ.


ໃຫ້​ເຈົ້າ​ບອກ​ເຂົາ​ຈັບ​ລາວ​ຂັງ​ຄຸກ​ໄວ້ ແລະ​ໃຫ້​ກິນ​ແຕ່​ເຂົ້າ​ກັບ​ນໍ້າ​ເທົ່ານັ້ນ ຈົນກວ່າ​ເຮົາ​ກັບຄືນ​ມາ​ຢ່າງ​ປອດໄພ.”


“ຢ່າ​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເຈີມໄວ້ ຢ່າ​ແຕະຕ້ອງ​ບັນດາ​ຜູ້ທຳນວາຍ​ຂອງເຮົາ.”


ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃນ​ການ​ໄປມາ​ຂອງເຈົ້າ ຕັ້ງແຕ່​ບັດນີ້ ແລະ​ສືບໆໄປ​ເປັນນິດ.


ໃນ​ຍາມ​ຍາກ​ລຳບາກ​ພຣະອົງ​ຈະ​ເປັນ​ຮົ່ມ​ໃຫ້​ຂ້ານ້ອຍ ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້ ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ ແລະ​ໃຫ້​ຂ້ານ້ອຍ​ຢູ່​ເທິງ​ໂງ່ນຫີນ​ສູງ​ຢ່າງ​ປອດໄພ.


ບ່ອນ​ລີ້ໄພ​ຂອງ​ຂ້ານ້ອຍ​ນັ້ນ​ແມ່ນ​ພຣະອົງ ຜູ້​ຈະ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມ​ເດືອດຮ້ອນ​ໄດ້. ຂ້ານ້ອຍ​ເປັ່ງ​ສຽງ​ຮ້ອງ​ເຖິງ​ຄວາມ​ພົ້ນ​ຂອງ​ພຣະອົງ ເພາະ​ພຣະອົງ​ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໄວ້.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ແລະ​ອີດູ​ແດ່​ ເພາະ​ມາ​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະອົງ. ຢູ່​ໃຕ້​ປີກ​ຂອງ​ພຣະອົງ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມ​ຄຸ້ມຄອງ ຈົນກວ່າ​ລົມ​ພະຍຸ​ຮ້າຍ​ຜ່ານ​ພົ້ນ​ໄປ​ແລ້ວ.


ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ຈາກ​ແຜນ​ອຸບາຍ​ຂອງ​ຄົນຊົ່ວຮ້າຍ ຈາກ​ຝຸງຄົນ​ທີ່​ຊົ່ວຮ້າຍ​ທັງຫລາຍ​ນັ້ນ.


ຜູ້ໃດ​ທີ່​ໄປ​ເພິ່ງ​ພຣະເຈົ້າ​ສຳລັບ​ຄວາມ​ປອດໄພ ແລະ​ຜູ້​ທີ່​ຢູ່​ພາຍໃຕ້​ການ​ຄຸ້ມຄອງ​ຂອງ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ເມືອ​ເຮືອນ​ຂອງ​ພວກເຈົ້າ​ແລະ​ອັດ​ປະຕູ​ໄວ້​ສາ. ຈົ່ງ​ຊ້ອນຕົວ​ພວກເຈົ້າ​ໄວ້​ຊົ່ວ​ໄລຍະ​ໜຶ່ງ ຈົນກວ່າ​ພຣະເຈົ້າ​ເຊົາ​ໂກດຮ້າຍ.


ເຮົາ​ໄດ້​ລົງໂທດ​ພວກເຈົ້າ​ແຕ່​ກໍ​ບໍ່​ໄດ້​ຜົນ​ເລີຍ; ພວກເຈົ້າ​ບໍ່​ຍອມ​ໃຫ້​ເຮົາ​ຕີສອນ. ເໝືອນ​ໂຕສິງ​ທີ່​ຮ້າຍກາດ ພວກເຈົ້າ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພວກ​ເຈົ້າເອງ.


ແຕ່​ເພາະ​ຂ້າພະເຈົ້າ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ອາຮິກຳ​ລູກຊາຍ​ຂອງ​ຊາຟານ; ຂ້າພະເຈົ້າ​ຈຶ່ງ​ບໍ່ໄດ້​ຖືກ​ມອບ​ໃຫ້​ປະຊາຊົນ​ປະຫານ​ຊີວິດ.


ແລ້ວ​ພວກເຂົາ​ກໍ​ບອກ​ລາວ​ວ່າ, “ເຈົ້າ​ກັບ​ເຢເຣມີຢາ​ຕ້ອງ​ປົບໜີໄປ​ລີ້​ສາ. ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຮູ້​ບ່ອນ​ທີ່​ພວກເຈົ້າ​ລີ້.”


ຕໍ່ມາ ຂ້າພະເຈົ້າ​ໄດ້​ແນະນຳ​ບາຣຸກ​ດັ່ງນີ້: “ຂ້ອຍ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ວິຫານ​ຂອງ​ພຣະເຈົ້າຢາເວ​ອີກ.


ສະນັ້ນ ພວກເຂົາ​ຈຶ່ງ​ຈັບ​ຂ້າພະເຈົ້າ​ໄປ ແລະ​ໃຊ້​ເຊືອກ​ຢ່ອນ​ຂ້າພະເຈົ້າ​ລົງ​ໃນ​ສ້າງ​ຂອງ​ເຈົ້າຊາຍ​ມານກີຢາ ຊຶ່ງ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ນັ້ນ​ເອງ. ຢູ່​ໃນ​ສ້າງ​ໜ່ວຍ​ນີ້​ບໍ່ມີ​ນໍ້າ ແລະ​ມີ​ແຕ່​ຂີ້ຕົມ ແລະ​ຂ້າພະເຈົ້າ​ກໍ​ຈົມລົງ​ໃນ​ຂີ້ຕົມ​ນັ້ນ.


ຝ່າຍ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ກໍ​ອອກ​ຄຳສັ່ງ​ໄວ້​ວ່າ ຖ້າ​ຜູ້ໃດ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ໃສ ໃຫ້​ມາ​ລາຍງານ​ພວກ​ຕົນ​ເພື່ອ​ຈະ​ໄປ​ຈັບ​ພຣະອົງ.


ເມື່ອ​ພວກ​ຟາຣີຊາຍ​ໄດ້ຍິນ​ປະຊາຊົນ​ຊິ່ມ​ກັນ ເຖິງ​ເລື່ອງ​ພຣະເຢຊູເຈົ້າ ພວກເຂົາ​ແລະ​ພວກ​ຫົວໜ້າ​ປະໂຣຫິດ ກໍ​ໃຊ້​ເຈົ້າໜ້າທີ່​ພຣະວິຫານ​ໄປ​ຈັບ​ພຣະອົງ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳ​ເຫຼົ່ານີ້ ໃນ​ຂະນະທີ່​ພຣະອົງ​ສັ່ງສອນ​ໃນ​ພຣະວິຫານ ຢູ່​ຫ້ອງ​ບ່ອນ​ທີ່​ວາງ​ຫີບ​ຖວາຍ​ຊັບ, ແຕ່​ບໍ່ມີ​ຜູ້ໃດ​ຈັບ​ພຣະອົງ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ຫລີກ​ໜີ ແລະ​ສະເດັດ​ອອກ​ໄປ​ຈາກ​ພຣະວິຫານ.


ແລ້ວ​ເປໂຕ​ກໍ​ຮູ້ສຶກ​ຕົວ​ໂດຍ​ຮູ້​ວ່າ​ແມ່ນ​ຫຍັງ​ໄດ້​ເກີດຂຶ້ນ​ກັບ​ຕົນ, ເພິ່ນ​ກ່າວ​ວ່າ, “ບັດນີ້​ເຮົາ​ຮູ້​ແນ່​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ ມາ​ຊ່ວຍ​ກອບກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮໂຣດ ແລະ​ຈາກ​ການ​ປອງຮ້າຍ​ຂອງ​ພວກ​ຢິວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka