Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:25 - ພຣະຄຳພີສັກສິ

25 ເຖິງ​ແມ່ນ​ວ່າ​ເອນນາທານ, ເດລາອີຢາ ແລະ​ເກມາຣີຢາ ໄດ້​ຮ້ອງ​ຂໍ​ກະສັດ​ບໍ່​ໃຫ້​ຈູດ​ໜັງສື​ມ້ວນ​ນັ້ນ​ກໍຕາມ ເພິ່ນ​ກໍ​ບໍ່​ຍອມ​ຟັງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:25
11 Jak'a apnaqawi uñst'ayäwi  

ພຽງແຕ່​ໂຍນ​ລາວ​ຖິ້ມ​ລົງ​ໃນ​ນໍ້າສ້າງ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້​ກໍ​ພໍ​ແລ້ວ.” ລາວ​ເວົ້າ​ເຊັ່ນນີ້ ເພື່ອ​ຊ່ວຍ​ໂຢເຊັບ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ພວກເຂົາ ແລະ​ຈະ​ສົ່ງ​ລາວ​ເມືອ​ຫາ​ພໍ່.


ຄົນ​ຊອບທຳ​ນັ້ນ​ໝັ້ນໃຈ​ໃນ​ຕົນເອງ ສ່ວນ​ຄົນຊົ່ວຊ້າ​ທຳທ່າ​ເປັນ​ຄົນດີ​ທຸກ​ວິທີ.


ແລ້ວ​ພວກ​ເຈົ້ານາຍ​ແລະ​ປະຊາຊົນ​ກໍ​ເວົ້າ​ຕໍ່​ບັນດາ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ເວົ້າ​ກັບ​ພວກເຮົາ ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ; ລາວ​ບໍ່​ສົມຄວນ​ຖືກ​ສັງຫານ.”


ແຕ່​ກະສັດ​ເຢໂຮຍອາກິມ​ຍັງ​ໄດ້​ສົ່ງ​ເອນນາທານ​ລູກຊາຍ​ຂອງ​ອັກໂບຣະ ແລະ​ບາງຄົນ​ໄປ​ປະເທດ​ເອຢິບ​ເພື່ອ​ຈັບ​ເອົາ​ອຸຣິຢາ​ກັບຄືນ​ມາ.


ແລ້ວ​ບາຣຸກ​ກໍໄດ້​ອ່ານ​ທຸກ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ໄດ້​ກ່າວ​ນັ້ນ ໃນ​ຂະນະທີ່​ທຸກຄົນ​ກຳລັງ​ຟັງ​ຢູ່. ລາວ​ໄດ້​ອ່ານ​ໜັງສື​ມ້ວນ​ນີ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຈາກ​ຫ້ອງ​ຂອງ​ເກມາຣິຢາ​ລູກຊາຍ​ຂອງ​ຊາຟານ ເລຂາທິການ​ປະຈຳ​ຣາຊວັງ. ສ່ວນ​ຫ້ອງ​ຂອງ​ເກມາຣິຢາ​ນັ້ນ​ຢູ່​ທີ່​ເດີ່ນ​ທາງ​ເທິງ ໃກ້​ທາງ​ເຂົ້າ​ປະຕູ​ໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ລາວ​ຈຶ່ງ​ໄປ​ຣາຊວັງ​ທີ່​ຫ້ອງ​ເລຂາທິການ​ປະຈຳ​ວັງ ບ່ອນ​ທີ່​ຂ້າຣາຊການ​ທັງໝົດ​ກຳລັງ​ປະຊຸມ​ກັນ​ຢູ່. ເອລີຊາມາ ຜູ້​ທີ່​ເປັນ​ເລຂາທິການ, ເດລາອີຢາ ລູກຊາຍ​ຂອງ​ເຊມາອີຢາ, ເອນນາທານ​ລູກຊາຍ​ຂອງ​ອັກໂບ, ເກມາຣິຢາ ລູກຊາຍ​ຂອງ​ຊາຟານ, ເຊເດກີຢາ​ລູກຊາຍ​ຂອງ​ຮານານີຢາ ແລະ​ບັນດາ​ເຈົ້ານາຍ​ອື່ນໆ​ກໍ​ຢູ່​ທີ່​ນັ້ນ​ດ້ວຍ.


ແລະ​ກ່າວ​ວ່າ, “ຂ້ານ້ອຍ​ຜິດ​ໄປ​ແລ້ວ ໂດຍ​ມອບ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.” ພວກເຂົາ​ຕອບ​ວ່າ, “ເລື່ອງ​ນັ້ນ​ເປັນ​ທຸລະ​ອັນ​ໃດ​ກັບ​ເຮົາ ແມ່ນ​ທຸລະ​ຂອງ​ເຈົ້າ​ເອງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka