Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:24 - ພຣະຄຳພີສັກສິ

24 ແຕ່​ບໍ່​ເຫັນ​ກະສັດ​ຫລື​ຂ້າຣາຊການ​ຂອງ​ເພິ່ນ​ຜູ້ໜຶ່ງ​ຜູ້ໃດ ທີ່​ໄດ້ຍິນ​ຖ້ອຍຄຳ​ທັງໝົດ​ນັ້ນ​ແລ້ວ​ເກີດ​ຢ້ານກົວ ຫລື​ສະແດງ​ຄວາມ​ເສຍໃຈ​ແຕ່​ຢ່າງໃດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:24
20 Jak'a apnaqawi uñst'ayäwi  

ເມື່ອ​ຣູເບັນ​ກັບ​ໄປ​ເບິ່ງ​ທີ່​ນໍ້າສ້າງ ແລະ​ບໍ່​ພົບ​ໂຢເຊັບ​ຢູ່​ທີ່​ນັ້ນ ລາວ​ຈຶ່ງ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມທຸກໃຈ​ຢ່າງ​ໜັກ.


ຢາໂຄບ​ຈີກ​ເສື້ອ​ຕົນເອງ​ໄວ້ທຸກ ແລະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຕົນ​ເປັນ​ເວລາ​ນານ.


ດາວິດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ທຸກຄົນ​ກໍ​ເຮັດ​ຄືກັນ.


ເມື່ອ​ເອລີຢາ​ເວົ້າ​ຈົບ ກະສັດ​ອາຮາບ​ກໍ​ຈີກ​ເສື້ອ​ຂອງຕົນ​ແກ້​ອອກ ແລະ​ນຸ່ງ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ບໍ່​ຍອມ​ກິນ​ຫຍັງ ແລະ​ນອນ​ຢູ່​ແຕ່​ໃນ​ຜ້າ​ກະສອບ​ເຂົ້າ​ທັງ​ໂສກເສົ້າ ແລະ​ເປັນທຸກໃຈ.


ຖ້າ​ເປັນ​ຄື​ເຈົ້າ​ເວົ້າ ບໍ່ມີ​ຜູ້ໃດ​ຈະ​ຢຳເກງ​ພຣະເຈົ້າ​ເດີ ທັງ​ບໍ່ມີ​ໃຜ​ຈະ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ.


ຄວາມບາບ​ເວົ້າ​ຕໍ່​ຄົນຊົ່ວຮ້າຍ​ເລິກ​ເຂົ້າ​ໄປ​ໃນ​ຈິດໃຈ ພວກເຂົາ​ປະຕິເສດ​ພຣະເຈົ້າ​ເພາະ​ບໍ່​ຢ້ານຢຳ​ພຣະອົງ.


ຍ້ອນ​ຄິດ​ວ່າ​ຕົນເອງ​ຍິ່ງໃຫຍ່​ຫລາຍ ຈຶ່ງ​ຄິດ​ວ່າ ພຣະເຈົ້າ​ຈະ​ບໍ່​ຮູ້​ເຫັນ​ບາບ​ຂອງ​ພວກເຂົາ ແລະ​ຈະ​ບໍ່​ໃສ່​ໂທດ​ພວກເຂົາ​ໄດ້.


ພວກເຂົາ​ໜູນໃຈ​ກັນແລະກັນ​ເຖິງ​ແຜນການ​ຊົ່ວ​ຂອງ​ພວກເຂົາ ພວກເຂົາ​ປຶກສາ​ກັນ​ເຖິງ​ບ່ອນ​ທີ່​ພວກເຂົາ​ຈະ​ຫ້າງ​ແຮ້ວ​ໃສ່. ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ກັນແລະກັນ ເຖິງ​ແຜນການ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ​ວ່າ, “ບໍ່ມີ​ຜູ້ໃດ​ດອກ ທີ່​ເຫັນ​ພວກເຮົາ​ໄດ້.”


ເພິ່ນ​ບໍ່​ສົນໃຈ​ໃນ​ເຫດການ​ນັ້ນ​ເລີຍ ແຕ່​ກັບຄືນ​ເມືອ​ວັງ​ຂອງ​ເພິ່ນ​ດ້ວຍ​ທ່າທີ່​ອັນ​ເບີດເສີຍ.


ຂ້າແດ່​ພຣະເຈົ້າຢາເວ ເຫຼົ່າ​ສັດຕູ​ບໍ່​ຮູ້​ວ່າ​ພຣະອົງ​ຈະ​ລົງໂທດ​ພວກເຂົາ ໃຫ້​ຖືກ​ອັບອາຍ​ແລະ​ຮັບ​ທຸກ ຈົ່ງ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດ​ທີ່​ພຣະອົງ​ຕຽມໄວ້​ນັ້ນ​ສາ ໃຫ້​ເຫັນ​ວ່າ​ພຣະອົງ​ຮັກ​ປະຊາຊົນ​ຂອງ​ພຣະອົງ.


ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ, ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້ບັນທຶກ ກໍ​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ໄປ​ລາຍງານ​ສິ່ງ​ທີ່​ຂ້າຣາຊການ​ແຫ່ງ​ອັດຊີເຣຍ​ໄດ້​ເວົ້າ​ນັ້ນ​ສູ່​ກະສັດ​ຟັງ.


ພໍ​ເມື່ອ​ກະສັດ​ເຮເຊກີຢາ​ໄດ້​ຟັງ​ຄຳ​ລາຍງານ​ນັ້ນ ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ, ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ຫລັງຈາກ​ອ່ານ​ຈົບ​ແລ້ວ ພວກເຂົາ​ຕ່າງ​ກໍ​ຫລຽວເບິ່ງ​ໜ້າ​ກັນ​ດ້ວຍ​ຄວາມ​ຢ້ານກົວ ແລະ​ເວົ້າ​ກັບ​ບາຣຸກ​ວ່າ, “ພວກເຮົາ​ຕ້ອງ​ລາຍງານ​ເລື່ອງ​ນີ້​ສູ່​ກະສັດ​ຟັງ.”


ແມ່ນແທ້ ພຣະເຈົ້າຢາເວ​ຊອກຫາ​ຄວາມສັດຊື່ ພຣະອົງ​ຂ້ຽນຕີ​ພວກເຈົ້າ ແຕ່​ກໍ​ບໍ່​ສົນໃຈ​ຮໍ່າຮຽນ; ພຣະອົງ​ໄດ້​ຢຽບຢໍ່າ​ພວກເຈົ້າ ແຕ່​ກໍ​ບໍ່​ຍອມ​ຮໍ່າຮຽນ ພວກເຈົ້າ​ດື້ດ້ານ​ທັງ​ບໍ່​ຍອມ​ຫັນໜີ​ຈາກ​ການບາບ.


ເມື່ອ​ກະສັດ​ນີເນເວ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ລຸກຂຶ້ນ​ຈາກ​ບັນລັງ​ແກ້​ເຄື່ອງ​ກະສັດ​ອອກ ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ແລະ​ນັ່ງ​ເທິງ​ຂີ້ເຖົ່າ.


ໃນ​ວັນ​ແຫ່ງ​ການ​ພິພາກສາ​ຊາວ​ເມືອງ​ນີເນເວ ຈະ​ຢືນ​ຂຶ້ນ​ກ່າວໂທດ​ພວກເຈົ້າ ເພາະ​ພວກເຂົາ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເມື່ອ​ໄດ້ຍິນ​ຄຳ​ປະກາດ​ຂອງ​ໂຢນາ ແລະ ທີ່​ນີ້​ຍັງ​ມີ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ


“ພວກເຂົາ​ບໍ່ເຄີຍ​ຄິດ​ທີ່​ຈະ​ຢຳເກງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka