23 ພໍເຢຮູດີອ່ານສຸດສາມສີ່ຕອນເທົ່ານັ້ນ ກະສັດກໍໃຊ້ມີດນ້ອຍຕັດຕອນນັ້ນຖິ້ມໃສ່ໄຟ. ເພິ່ນສືບຕໍ່ເຮັດເຊັ່ນນີ້ຈົນໜັງສືມ້ວນນັ້ນຖືກຈູດທັງໝົດ.
ບອກພວກເຂົາໃຫ້ຂັງລາວໃສ່ຄຸກໄວ້ໃຫ້ລາວກິນແຕ່ເຂົ້າກັບນໍ້າໜ້ອຍລົງ ຈົນກວ່າເຮົາຈະກັບມາຢ່າງປອດໄພ.”
ກະສັດອາຮາບຕອບວ່າ, “ຍັງມີຢູ່ອີກຄົນໜຶ່ງທີ່ຈະປຶກສາພຣະເຈົ້າຢາເວໄດ້ ຊື່ວ່າມີກາອີຢາ ລູກຊາຍຂອງອິມລາ, ແຕ່ຂ້າພະເຈົ້າກຽດຊັງລາວເພາະລາວບໍ່ເຄີຍທຳນວາຍເລື່ອງດີກ່ຽວກັບຂ້າພະເຈົ້າເລີຍ; ລາວທຳນວາຍແຕ່ເລື່ອງບໍ່ດີທັງນັ້ນ.” ກະສັດເຢໂຮຊາຟັດຕອບຄືນວ່າ, “ທ່ານບໍ່ຄວນເວົ້າຢ່າງນັ້ນ.”
ເຈົ້າປະຕິເສດເຮົາ ກ່າວຕຳໜິຕິຕຽນ ແລະບໍ່ຍອມຮັບຂໍ້ຄຳສັ່ງຂອງເຮົາດ້ວຍ.
ເຈົ້າບໍ່ເຄີຍຕ້ອງການຄຳແນະນຳຈາກເຮົາເລີຍ ຫລືບໍ່ສົນໃຈຈັກເທື່ອເພື່ອໃຫ້ເຮົາຕັກເຕືອນກໍ່ສ້າງເຈົ້າ.
ຖ້າເຈົ້າປະຕິເສດຖ້ອຍຄຳຂອງພຣະເຈົ້າ ກໍນຳຄວາມເດືອດຮ້ອນມາສູ່ຕົນ ເຮັດຕາມຖ້ອຍຄຳແລ້ວເຈົ້າກໍຈະປອດໄພ.
ມະນຸດວາງແຜນໄວ້ຫລາຍໆຢ່າງ, ແຕ່ພຣະປະສົງຂອງພຣະເຈົ້າຢາເວຈະດີເດັ່ນກວ່າ.
ຄວາມເຂົ້າໃຈຄວາມຫລັກແຫລມແຖມປັນຍາ ກໍບໍ່ມີຄຸນຄ່າ ຖ້າພຣະເຈົ້າຢາເວຕໍ່ສູ້ເຂົາ.
ຄົນທີ່ສືບຕໍ່ດື້ດ້ານຕໍ່ຄຳບອກສອນ ກໍຈະຫຼົ້ມຈົມຈົນເຫລືອແກ້ໃນມື້ໜຶ່ງ.
ແລະເຈົ້າກໍຈະເວົ້າວ່າ, “ຊັ້ນແຫລະ ເພາະຂ້ອຍບໍ່ມັກໃຫ້ຄົນອື່ນຕັກເຕືອນ ແລະບໍ່ຍອມໃຫ້ຜູ້ອື່ນດັດແປງກໍ່ສ້າງ.
“ຈົ່ງເອົາເຈ້ຍມ້ວນໜຶ່ງມາຂຽນຖ້ອຍຄຳທັງໝົດທີ່ເຮົາໄດ້ບອກເຈົ້າ ເຖິງອິດສະຣາເອນ ແລະຢູດາລວມທັງຊົນຊາດທັງໝົດ. ຈົ່ງຂຽນທຸກໆສິ່ງທີ່ເຮົາໄດ້ບອກເຈົ້າ ຕັ້ງແຕ່ຄາວທີ່ເຮົາໄດ້ກ່າວແກ່ເຈົ້າເທື່ອທຳອິດ ເມື່ອເຈົ້າໂຢສີຢາເປັນກະສັດຈົນເຖິງທຸກວັນນີ້.
ຫລັງຈາກທີ່ກະສັດເຢໂຮຍອາກິມໄດ້ຈູດໜັງສືມ້ວນ ທີ່ຂ້າພະເຈົ້າໄດ້ບອກຖ້ອຍຄຳໃຫ້ບາຣຸກຂຽນນັ້ນແລ້ວ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
“ໃຫ້ເອົາເຈ້ຍມ້ວນອື່ນມາຂຽນຖ້ອຍຄຳ ທີ່ມີຢູ່ໃນໜັງສືມ້ວນສະບັບທຳອິດທີ່ເຢໂຮຍອາກິມກະສັດແຫ່ງຢູດາຍໄດ້ຈູດນັ້ນໃສ່.
ຖ້າຜູ້ໃດຕັດຂໍ້ຄວາມໃດໜຶ່ງ ອອກຈາກຄຳທຳນວາຍໃນໜັງສືມ້ວນນີ້ ພຣະເຈົ້າຈະຊົງຕັດສ່ວນແບ່ງຂອງຜູ້ນັ້ນ ອອກຈາກຕົ້ນໄມ້ແຫ່ງຊີວິດ ແລະແຫ່ງນະຄອນສັກສິດ ຊຶ່ງໄດ້ຂຽນໄວ້ໃນໜັງສືມ້ວນນີ້.”