21 ແລ້ວກະສັດກໍໄດ້ໃຊ້ເຢຮູດີໄປເອົາໜັງສືມ້ວນນັ້ນມາ. ລາວຈຶ່ງໄປເອົາໜັງສືມ້ວນນັ້ນມາຈາກຫ້ອງຂອງເອລີຊາມາ ແລະອ່ານໃຫ້ກະສັດຟັງພ້ອມທັງຂ້າຣາຊການທັງໝົດ ທີ່ຢືນອ້ອມເພິ່ນຢູ່ນັ້ນ.
ຕໍ່ມາ ຊາຟານໄດ້ກ່າວຕໍ່ໄປວ່າ, “ມະຫາປະໂຣຫິດຮິນກີຢາໄດ້ເອົາປື້ມຫົວນີ້ໃຫ້ຂ້ານ້ອຍ.” ແລ້ວຊາຟານກໍໄດ້ອ່ານກົດບັນຍັດໃນປື້ມນັ້ນສູ່ກະສັດຟັງ.
ແລ້ວລາວກໍເວົ້າຕື່ມວ່າ, “ຂ້ານ້ອຍໄດ້ຖືໜັງສືທີ່ປະໂຣຫິດຮິນກີຢາໄດ້ມອບໃຫ້ຂ້ານ້ອຍມານຳ.” ແລ້ວລາວກໍອ່ານໜັງສືນັ້ນດ້ວຍສຽງດັງສູ່ກະສັດຟັງ.
ຜູ້ທຳນວາຍທີ່ໄດ້ຝັນກໍຄວນກ່າວວ່າ ເປັນແຕ່ຄວາມຝັນເທົ່ານັ້ນ; ແຕ່ຜູ້ທຳນວາຍທີ່ໄດ້ຍິນຖ້ອຍຄຳຂອງເຮົາ ກໍຕ້ອງປະກາດຖ້ອຍຄຳນັ້ນຢ່າງສັດຊື່. ເຟືອງເຂົ້າຈະປຽບກັບເຂົ້າໄດ້ບໍ?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ພຣະເຈົ້າຢາເວກ່າວວ່າ, “ເຈົ້າຈົ່ງຢືນຢູ່ໃນເດີ່ນຂອງວິຫານຂອງພຣະເຈົ້າຢາເວ ແລະປະກາດຖ້ອຍຄຳທັງໝົດທີ່ເຮົາໄດ້ສັ່ງເຈົ້າໃຫ້ກ່າວຕໍ່ປະຊາຊົນ ທີ່ມາຈາກເມືອງຕ່າງໆຂອງອານາຈັກຢູດາຍເພື່ອນະມັດສະການໃນວິຫານຂອງພຣະເຈົ້າຢາເວ. ຢ່າສູ່ກ່າວໃຫ້ຂາດໄປຈັກຄຳ.
ແລ້ວບັນດາເຈົ້ານາຍກໍໃຊ້ເຢຮູດີ (ລູກຊາຍຂອງເນທານີຢາ ແລະຫລານຊາຍຂອງເຊເລມີຢາ ແລະເຫຼັນຂອງກູຊີ) ໃຫ້ໄປບອກບາຣຸກນຳໜັງສືມ້ວນມາ ຄືໜັງສືທີ່ລາວໄດ້ອ່ານສູ່ປະຊາຊົນຟັງຢູ່ນັ້ນ. ບາຣຸກຈຶ່ງນຳໜັງສືມ້ວນມາ.
ພວກເຂົາເວົ້າຕໍ່ລາວວ່າ, “ເຊີນນັ່ງລົງແລະອ່ານໜັງສືມ້ວນໃຫ້ພວກເຮົາຟັງເບິ່ງດູ.” ບາຣຸກຈຶ່ງອ່ານສູ່ຟັງ.