Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:19 - ພຣະຄຳພີສັກສິ

19 ແລ້ວ​ພວກເຂົາ​ກໍ​ບອກ​ລາວ​ວ່າ, “ເຈົ້າ​ກັບ​ເຢເຣມີຢາ​ຕ້ອງ​ປົບໜີໄປ​ລີ້​ສາ. ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຮູ້​ບ່ອນ​ທີ່​ພວກເຈົ້າ​ລີ້.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:19
12 Jak'a apnaqawi uñst'ayäwi  

“ຈົ່ງ​ອອກ​ຈາກ​ບ່ອນ​ນີ້​ໄປ​ທາງທິດ​ຕາເວັນອອກ ແລະ​ໄປ​ລີ້​ຢູ່​ທີ່​ຫ້ວຍ​ເກຣິດ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.


ໂດຍ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງທ່ານ​ອົງ​ຊົງ​ພຣະຊົນຢູ່ ຂ້ານ້ອຍ​ຂໍ​ສາບານ​ວ່າ, ກະສັດ​ໄດ້​ໃຫ້​ຄົນ​ຊອກ​ຄົ້ນຫາ​ທ່ານ​ໃນ​ທຸກ​ປະເທດ​ທົ່ວໂລກ. ຖ້າ​ຜູ້ປົກຄອງ​ປະເທດ​ຄົນ​ໃດ​ລາຍງານ​ວ່າ ທ່ານ​ບໍ່ໄດ້​ຢູ່​ໃນ​ປະເທດ​ຂອງ​ເຂົາ ກະສັດ​ອາຮາບ​ກໍໄດ້​ບອກ​ໃຫ້​ຜູ້ປົກຄອງ​ຄົນ​ນັ້ນ​ສາບານ​ວ່າ​ຕົນເອງ​ບໍ່ໄດ້​ພົບ​ທ່ານ.


ໃນ​ສະໄໝ​ຍານາງ​ເຢເຊເບນ​ໄດ້​ຂ້າ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ ໂອບາດີຢາ​ໄດ້​ເອົາ​ພວກ​ຜູ້ທຳນວາຍ ໜຶ່ງຮ້ອຍ​ຄົນ ໄປ​ເຊື່ອງ​ໄວ້​ຢູ່​ໃນ​ຖໍ້າ​ບ່ອນ​ລະ​ຫ້າສິບ​ຄົນ ແລະ​ໄດ້​ນຳ​ເອົາ​ອາຫານ ແລະ​ນໍ້າ​ໄປ​ລ້ຽງ​ພວກ​ເຫຼົ່ານີ້.)


ການ​ເຮັດ​ເຊັ່ນ​ນີ້​ພາ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ; ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄປ​ຫາ​ອາມາຊີຢາ. ຜູ້ທຳນວາຍ​ໄດ້​ຖາມ​ເພິ່ນ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຂາບໄຫວ້​ພະ​ຕ່າງຊາດ ທີ່​ຊ່ວຍ​ແມ່ນແຕ່​ປະຊາຊົນ​ຂອງ​ຕົນເອງ​ຈາກ​ອຳນາດ​ຂອງທ່ານ​ບໍ່ໄດ້?”


ເມື່ອ​ຄົນດີ​ມີ​ອຳນາດ​ທຸກຄົນ​ກໍ​ປິຕິ​ຍິນດີ, ແຕ່​ເມື່ອ​ມີ​ຄົນຊົ່ວ​ປົກຄອງ ປະຊາຊົນ​ຕ່າງ​ກໍ​ໜີໄປ​ຫລົບລີ້.


ແລ້ວ​ພວກ​ເຈົ້ານາຍ​ແລະ​ປະຊາຊົນ​ກໍ​ເວົ້າ​ຕໍ່​ບັນດາ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ເວົ້າ​ກັບ​ພວກເຮົາ ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ; ລາວ​ບໍ່​ສົມຄວນ​ຖືກ​ສັງຫານ.”


ແລ້ວ​ເພິ່ນ​ກໍ​ສັ່ງ​ເຈົ້າຊາຍ​ເຢຣາເມເອນ, ເສຣາອີຢາ​ລູກຊາຍ​ຂອງ​ອາຊະຣິເອນ ແລະ​ເຊເລມີຢາ​ລູກຊາຍ​ຂອງ​ອັບເດເອນ, ໃຫ້​ໄປ​ຈັບ​ຂ້າພະເຈົ້າ ແລະ​ບາຣຸກ ເລຂາທິການ​ຂອງ​ຂ້າພະເຈົ້າ. ແຕ່​ພຣະເຈົ້າຢາເວ​ໄດ້​ເຊື່ອງ​ພວກເຮົາ​ໄວ້.


ແລ້ວ​ອາມາຊີຢາ​ກໍ​ກ່າວ​ຕໍ່​ອາໂມດ​ວ່າ, “ທ່ານ​ຜູ້ທຳນວາຍ​ເອີຍ ພໍ​ແລ້ວ ຈົ່ງ​ກັບຄືນ​ເມືອ​ຢູດາຍ ຫາ​ລ້ຽງຊີບ​ດ້ວຍ​ການ​ທຳນວາຍ​ຢູ່​ໃນ​ທີ່ນັ້ນ​ສາ.


ໃນ​ເວລາ​ດຽວກັນ​ນັ້ນ ກໍ​ມີ​ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ໃຫ້​ທ່ານ​ອອກ​ໜີໄປ​ຈາກ​ທີ່​ນີ້​ເສຍ ເພາະ​ກະສັດ​ເຮໂຣດ​ຢາກ​ປະຫານ​ຊີວິດ​ທ່ານ.”


ພວກເຂົາ​ຈຶ່ງ​ເອີ້ນ​ພວກ​ອັກຄະສາວົກ​ເຂົ້າ​ມາ ເມື່ອ​ຂ້ຽນ​ແລ້ວ​ກໍ​ສັ່ງ​ຫ້າມ​ບໍ່​ໃຫ້​ເວົ້າ​ອອກ​ນາມຊື່​ພຣະເຢຊູເຈົ້າ​ອີກ​ຈັກເທື່ອ ແລ້ວ​ກໍ​ປ່ອຍ​ຕົວ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka