Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:18 - ພຣະຄຳພີສັກສິ

18 ບາຣຸກ​ຈຶ່ງ​ຕອບ​ວ່າ, “ເຢເຣມີຢາ​ໄດ້​ບອກ​ທຸກໆ​ຖ້ອຍຄຳ​ໃຫ້​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍໄດ້​ໃຊ້​ນໍ້າ​ມຶກ​ຂຽນ​ລົງ​ໃນ​ເຈ້ຍ​ມ້ວນ​ນີ້.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:18
7 Jak'a apnaqawi uñst'ayäwi  

“ຈົ່ງ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ມາ​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ເຖິງ​ອິດສະຣາເອນ ແລະ​ຢູດາ​ລວມ​ທັງ​ຊົນຊາດ​ທັງໝົດ. ຈົ່ງ​ຂຽນ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ຕັ້ງແຕ່​ຄາວ​ທີ່​ເຮົາ​ໄດ້​ກ່າວ​ແກ່​ເຈົ້າ​ເທື່ອ​ທຳອິດ ເມື່ອ​ເຈົ້າ​ໂຢສີຢາ​ເປັນ​ກະສັດ​ຈົນເຖິງ​ທຸກ​ວັນນີ້.


ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິມ​ໄດ້​ຈູດ​ໜັງສື​ມ້ວນ ທີ່​ຂ້າພະເຈົ້າ​ໄດ້​ບອກ​ຖ້ອຍຄຳ​ໃຫ້​ບາຣຸກ​ຂຽນ​ນັ້ນ​ແລ້ວ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,


ແລ້ວ​ຂ້າພະເຈົ້າ​ກໍ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ອີກ​ມອບ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ເລຂາທິການ​ຂອງ​ຂ້າພະເຈົ້າ ຂຽນ​ທຸກ​ຖ້ອຍຄຳ​ຕາມ​ຄຳ​ບອກ​ຂອງ​ຂ້າພະເຈົ້າ. ລາວ​ໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໜັງສື​ມ້ວນ​ສະບັບ​ທຳອິດ ແລະ​ຍັງ​ຕື່ມ​ຂໍ້ຄວາມ​ອີກ​ຫລາຍ​ຢ່າງ ທີ່​ຄືກັນ​ກັບ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອີ້ນ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ເຂົ້າ​ມາ​ຫາ; ແລະ​ໃຫ້​ຂຽນ​ທຸກໆ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ. ແລ້ວ​ບາຣຸກ​ກໍໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ລົງ​ໃນ​ເຈ້ຍ​ມ້ວນ​ນັ້ນ.


ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ ລູກຊາຍ​ເຈົ້າ​ໂຢສີຢາ ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຈົດ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka